ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຂອງສາວລາວຈາກແດນໃຕ້ ແພັດ ເພັດດາວອນ!
ເປັນຕາອອນຊອນສຽງ! ມາຟັງເພງມ່ວນໆຈາກ ແພັດ ເພັດດາວອນ ຄຳມະນີວົງ ອາຍຸ 28 ປີ ສາວລາວຈາກປາກເຊທີ່ເປັນແຊ້ມຄົນທຳອິດຂອງຄົນລາວທີ່ໄປແຂ່ງຂັນໃນລາຍການ “ສຶກວັນດວນເພງ” ຢູ່ທີ່ປະເທດເພື່ອນບ້ານ, ເຊິ່ງປະຈຸບັນສາວ ແພັດ ປ້ອງກັນແຊ້ມໄດ້ເຖິງ 4 ສະໄໝແລ້ວ ຍ້ອນນໍ້າສຽງໃນການຮ້ອງເພງຂອງເພິ່ນບໍ່ທຳມະດາອີຫລີ ມີຄວາມມ່ວນ ເປັນຕາອອນຊອນ, ດັ່ງນັ້ນ ຂວັນໃຈ ເຮົາເລີຍຈັດໃຫ້ລວບລວມເອົາບົດເພງທີ່ສາວຄົນນີ້ໄດ້ຮ້ອງຢູ່ທີ່ລາຍການ “ສຶກວັນດວນເພງ” ມາຝາກແຟນໆ ມາຟັງກັນເລີຍ!!! ສິເທນ້ອງໃຫ້ບອກແດ່ ນໍ້າຕາຢົດຍັງກົດ like ຄົນຂອງວັນພຸ່ງນີ້ ຈີບແລ້ວບໍ່ຂໍ ໄມ່ຮ້ອງໃຫ້ໄມ່ໃຊ່ໄມ່ເຈັບ ຟັງກັນແລ້ວເປັນແນວໃດແດ່ ທັງມ່ວນ ທັງຊື້ງ ທັງອອນຊອນຄັກແມ່ນບໍ່? ການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ນາງນຳແດ່!!! ຄລິບຈາກ: one31 (ຂ່າວກ່ອນໜ້າທີ່ກ່ຽວຂ້ອງ) ຂໍສະແດງຄວາມຍິນດີ! ແພັດ ເພັດດາວອນ ແຊ້ມຄົນທຳອິດຂອງລາວໃນລາຍການ “ສຶກວັນດວນເພງ” ຕ້ອງຕົບມືໃຫ້ເພິ່ນ! ສາວລາວຍິ້ມງາມຈາກແດນໃຕ້ ໂຊພະລັງສຽງທີ່ລາຍການແຂ່ງເພງຊື່ດັງທີ່ໄທ! (ມີຄລິບ)
Copy and paste this URL into your WordPress site to embed
Copy and paste this code into your site to embed