Breaking News

ເພີ່ມສະເໜ່ໄດ້ບໍ່ຍາກ! ດ້ວຍການເປັນຄົນມີ Passion.

ແບ່ງປັນ

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!!

  1. ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ ຖາມໃຈຕົວເອງເບິ່ງວ່າ ແມ່ນຫຍັງທີ່ເຮັດໃຫ້ເຮົາມີຄວາມສຸກທຸກຄັ້ງທີ່ໄດ້ເຫັນ (ຍົກເວັ້ນຜູ້ຊາຍເດີ້!) ສາມາດເຮັດໄດ້ເລື້ອຍໆໂດຍບໍ່ຮູ້ສຶກເບື່ອໜ່າຍ ຫຼືກົດດັນ ອາດຈະເປັນສິ່ງງ່າຍໆອ້ອມຕົວເຊັ່ນ: ການປູກຕົ້ນໄມ້, ຈັດດອກໄມ້, ເຮັດອາຫານ, ຫຼິ້ນດົນຕີ, ລອຍນໍ້າ, ຂີດຂຽນ, ແຕ້ມຮູບ ແລະ ອື່ນໆ ເຊື່ອວ່າແມ່ຍິງທຸກຄົນຈະຕ້ອງມີສິ່ງທີ່ມັກຢູ່ໃນໃຈເລິກໆໝົດແຫຼະ ສະນັ້ນ ຂຸດມັນຂຶ້ນມາເທາະ!
  2. ເລີ່ມຈາກສິ່ງທີ່ໜ້າສົນໃຈ: ຖ້າລອງເຄັ້ນຖາມຄວາມຮູ້ສຶກຕົວເອງແລ້ວມັນຍັງບໍ່ໄດ້ຄໍາຕອບແທ້ໆ ວ່າເຮົາມັກຫຍັງກັນແທ້ ຊັ້ນກໍລອງມາຊອກຈາກສິ່ງທີ່ເຮົາສົນໃຈເບິ່ງວ່າມີຫຍັງແດ່ທີ່ເຮົາຢາກລອງເຮັດ ແຕ່ຍັງບໍ່ມີໂອກາດໄດ້ລົງມືຈັກເທື່ອ ມັນອາດຈະເປັນສິ່ງທີ່ເຮົາໄດ້ເຫັນຜ່ານຈໍໂທລະພາບ, ໃນ Internet, ໃນປຶ້ມຕ່າງໆ ແລ້ວຮູ້ສຶກຖືກຊະຕາ ຮູ້ສຶກສົນໃຈເປັນພິເສດ ນັ້ນແຫຼະ! ເລີ່ມຈາກບ່ອນນັ້ນໂລດແລ້ວລອງຊອກຂໍ້ມູນ ເພື່ອລົງມືເຮັດແບບຈິງຈັງ ບໍ່ແນ່ໃດ໋ ບາງເທື່ອສິ່ງນັ້ນຈະເປັນສິ່ງທີ່ເຈົ້າຕາມຫາມາຕະຫຼອດຊີວິດ! (ຖ້າເວົ້າເກີນໄປຕ້ອງຂໍໂທດ)

  1. ຊອກຈາກສິ່ງທີ່ສົງໄສ: ແມ່ຍິງຂີ້ສົງໄສເປັນຍິງທີ່ສະຫຼາດ! ແຕ່ຕ້ອງສົງໄສ ແລະ ພະຍາຍາມຊອກຄໍາຕອບໃຫ້ຕົວເອງນໍາເດີ້ ບໍ່ແມ່ນສົງໄສແລ້ວຖິ້ມໄປຊື່ໆ ສົງໄສໄປໝົດທຸກຢ່າງ ແຕ່ບໍ່ເຄີຍຊອກຄໍາຕອບໄດ້ຈັກຢ່າງ No! No! ເດີ້ ສາວໆ ເພາະນັ້ນມັນອາດຈະເຮັດໃຫ້ເຈົ້າສູນເສຍ Passion ຂອງຕົວເອງໄປໂດຍບໍ່ຮູ້ຕົວ. ມາເທາະ! ມາເລີ່ມຊອກຄໍາຕອບໃຫ້ກັບຄວາມສົງໄສຂອງເຮົາໄດ້ແລ້ວ ບາງເທື່ອເຈົ້າອາດຈະຮູ້ສຶກເສຍດາຍກໍໄດ້ເດີ້ ວ່າເປັນຫຍັງກ່ອນໜ້ານີ້ຂ້ອຍຈຶ່ງບໍ່ພະຍາຍາມຊອກຄໍາຕອບເລີຍ!

  1. ຊອກຈາກຄວາມສໍາເລັດຂອງຄົນອື່ນ: ອັນນີ້ບໍ່ໄດ້ຈະບອກວ່າໃຫເຮົາໄປຮຽນແບບ Passion ຂອງຄົນອື່ນມາດອກ ແຕ່ໃຫ້ໃຊ້ຄວາມສໍາເລັດຂອງຄົນເຫຼົ່ານັ້ນມາເປັນແຮງກະຕຸ້ນໃຫ້ກັບຕົວເອງ ຫຼືໃຫ້ສຶກສາວ່າຄົນທີ່ປະສົບຜົນສໍາເລັດຈາກ Passion ຂອງຕົວເອງນີ້ ເຂົາມີຂະບວນການຄິດແນວໃດແດ່? ເພື່ອນໍາມາພັດທະນາຕົວເອງ ແຕ່ຖ້າບັງເອີນເຮົາມີ Passion ດຽວກັນກັບເຂົາມັນກໍບໍ່ຜິດ ກໍຖືວ່າມີ Idol ມາເປັນແຮງບັນດານໃຈໃຫ້ກັບຕົວເອງເລີຍແຫຼະ!
  2. ລອງປົດປ່ອຍຄວາມຄິດອອກມາໃຫ້ສຸດ: ຖືວ່າເປັນວຽກທີ່ຍາກຫຼາຍ ເພາະວ່າຕ້ອງໃຊ້ຂະບວນການຄິດທີ່ຄ້ອນຂ້າງສະຫຼັບຊັບຊ້ອນ ແຕ່ຖ້າເຮົາສາມາດດຶງຄວາມຄິດຕ່າງໆທີ່ຢູ່ໃນຫົວອອກມາ ແລະ ນໍາໄປສູ່ Passion ໄດ້ ມັນກໍຄຸ້ມທີ່ຈະລອງແມ່ນບໍ່? ລອງຈັບເຈ້ຍກັບບິກຂຶ້ນມາຂຽນເລື່ອງລາວຕ່າງໆທີ່ເຮົາສົນໃຈ ຫຼືທີ່ເຮົາຂ້ອງໃຈ ອອກມາເປັນຂໍ້ໆ ຈາກນັ້ນລອງຊັ່ງນໍ້າໜັກ ໃຫ້ຄະແນນແຕ່ລະເລື່ອງຕາມຄວາມມັກ! ຂໍ້ໃດທີ່ໄດ້ຄະແນນໂຫວດຫຼາຍທີ່ສຸດນັ້ນແຫຼະ ມັນອາດຈະເປັນ Passion ແລະ ນໍາພາເຮົາໄປສູ່ຄວາມສໍາເລັດກໍໄດ້.
  3. ອອກໄປເບິ່ງໂລກ: ການອອກໄປພົບສິ່ງໃໝ່ໆ ມັນອາດຈະເຮັດໃຫ້ຄວາມຄິດຂອງເຮົາຖືກເປີດກວ້າງຫຼາຍຂຶ້ນ ໄດ້ຮູ້ໄດ້ເຫັນສິ່ງທີ່ບໍ່ເຄີຍເຫັນມາກ່ອນ ເຊື່ອວ່າຕ້ອງມີຈັກບ່ອນແຫຼະ ທີ່ຈະເປັນຕົວນໍາພາເຮົາໄປສູ່ Passion ສໍາລັບບາງຄົນນັ່ງຄິດວ່າເຮົາມັກຫຍັງກັນແທ້ໃນຊີວິດນີ້ກໍບໍ່ມີຜົນ ເນື່ອງຈາກວ່າສະພາບແວດລ້ອມບໍ່ເອື້ອອໍານວຍ ຫຼືເອີ້ນວ່າ ຢູ່ບໍ່ຖືກບ່ອນນັ້ນເອງ ອັນນີ້ບໍ່ແມ່ນວ່າຈະໃຫ້ຍ້າຍບ່ອນຢູ່ ຫຼືບ່ອນເຮັດວຽກໃດ໋ ພຽງແຕ່ຢາກໃຫ້ລອງໄປທ່ຽວ ໄປລອງເຮັດສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ເມື່ອໄດ້ເປີດຫູເປີດຕາ ເປີດຄວາມຄິດ ເປີດປະສົບການແລ້ວ ອາດຈະເຮັດໃຫ້ເຈົ້າພົບຄໍາຕອບທີ່ກໍາລັງຊອກຢູ່ກໍໄດ້!

  1. ເບິ່ງຄືນໄປໃນໄວເດັກ: ແນ່ນອນວ່າຍິ່ງເຮົາໃຫຍ່ຂຶ້ນ ຄວາມຄິດເຮົາກໍຈະຍິ່ງປ່ຽນໄປເລື້ອຍໆ ຕາມປະສົບການ ແລະ ສິ່ງທີ່ໄດ້ພົບຈາກໂລກພາຍນອກ ສິ່ງເຫຼົ່ານັ້ນແຫຼະທີ່ຈະເຮັດໃຫ້ເຮົາເກີດຄວາມສັບສົນ ແລະ ຊອກຄວາມເປັນຕົວເອງບໍ່ໄດ້ຈັກເທື່ອ ເອົາແບບນີ້! ລອງຢ້ອນກັບໄປຕອນຍັງນ້ອຍເບິ່ງວ່າ ເຮົາເຄີຍມີຄວາມມັກ ແລະ ຄວາມຝັນວ່າແນວໃດແດ່? ມັນອາດຈະຟັງຄືເພີ້ໆ ແຕ່ຢ່າລືມວ່າຄວາມຄິດຂອງເດັກນ້ອຍ ເປັນຄວາມຄິດທີ່ບໍລິສຸດ ແລະ ບໍ່ຕົວະ ໃນເມື່ອຕອນນີ້ເຮົາມີຄວາມສາມາດ ມີວຸດທິພາວະແລ້ວ ຈະລອງສ້າງຝັນໃນໄວເດັກເບິ່ງກໍບໍ່ແມ່ນເລື່ອງເສຍຫາຍ! ໃຜຊິຮູ້ວ່າ ເຮົາອາດຈະຄົ້ນພົບຄວາມສາມາດທີ່ເຊື່ອງຊ້ອນຢູ່ ເຊິ່ງເຮົາໄດ້ຝັງດິນລົງໄປແລ້ວກໍເປັນໄດ້
  2. ລົງມືເຮັດ: ທັງໝົດທັງມວນທີ່ກ່າວມານັ້ນມັນຈະບໍ່ມີຄວາມໝາຍເລີຍ ຖ້າເຈົ້າ ບໍ່ລົງມືເຮັດ ບາງເທື່ອພຽງແຕ່ຄວາມມັກຢ່າງດຽວມັນກໍບໍ່ພຽງພໍ ເພາະແຕ່ລະຄົນອາດຈະມີຄວາມມັກທີ່ຫຼາກຫຼາຍ ເຊິ່ງເຮົາຈະບໍ່ມີທາງຮູ້ໄດ້ເລີຍວ່າອັນໃດທີ່ເປັນ Passion ຂອງຕົວເອງ ຖ້າບໍ່ລອງເຮັດ! ການໄດ້ລົງມືເຮັດຈະບອກທຸກຢ່າງກັບເຮົາເອງວ່າ ສາມາດຢູ່ກັບມັນໄດ້ແທ້ ຫຼືບໍ່ ເມື່ອພົບບັນຫາເຮົາພ້ອມທີ່ຈະຮັບມື ແລະ ແກ້ໄຂມັນບໍ່? ຢ່າຄິດວ່າມັນເປັນເລື່ອງທີ່ເສຍເວລາ ແຕ່ຈົ່ງຄິດວ່າແມ່ຍິງທີ່ບໍ່ມີ Passion ແລະ ບໍ່ມີຄວາມພະຍາຍາມຊອກ Passion ຕ່າງຫາກ ເປັນແມ່ຍິງທີ່ເສຍເວລາຊີວິດທີ່ສຸດ.

ແບ່ງປັນ