Breaking News

ອາສາກູ້ໄພລາວ ອອກມາໂພສແບບນີ້…ຫຼັງຈາກທີ່ໄດ້ໄປຊ່ວຍ ທີມໝູປ່າ!!!

ແບ່ງປັນ

ດັ່ງທີ່ແຟນໆໄດ້ຕິດຕາມກຽ່ວກັບຂ່າວສານການຊ່ວຍເຫຼືອ ນ້ອງໆທີມ ໝູປ່າ-ອາຄາເດມີ່ ແລະ ປະເທດລາວ ເຮົາກໍ່ໄດ້ສົ່ງ ອາສາກູ້ໄພໄປຊ່ວຍເປັນກຳລັງອີກແຮງໜຶ່ງໃນການຄົ້ນຫາຜູ້ປະສົບໄພທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ດັ່ງກັບຫຼາຍໆປະເທດຈາກທົ່ວໂລກທີ່ໄດ້ສົ່ງທີມມາຊ່ວຍເຫຼືອໃນພາລະກິດຄັ້ງນີ້, ຫຼ້າສຸດທີມອາສາກູ້ໄພລາວກໍ່ໄດ້ເດີນທາງກັບ ປະເທດລາວ ເປັນທີ່ຮຽບຮ້ອຍແລ້ວ ແລະ ຍັງໄດ້ໂພສເຖິງການໄດ້ເປັນສ່ວນໜຶ່ງໃນພະລະກິດໃນເທື່ອນີ້ ຜ່ານເຟສບຸກວ່າ:

“ພາລະກິດ ຄັ້ງນີ້ ເປັນບົດຮຽນ ອັນຍິ່ງໃຫຍ່ ໄດ້ຖ່າຍທອດ ເຖິງບົດທົດສອບ ຂອງຄວາມຮູ້ທີ່ຝຶກຝົນມາ ດ້ານກູ້ຊີບ ກູ້ໄພ ແລະ ຮຽນຮູ້ອຸປະກອນທັນສະໃຫມ ຕ້ອງຕໍ່ສູ້ກັບທຳມະຊາດ ສິ່ງແວດລ້ອມ ທີ່ຕ້ອງສຳພັດ ຄຽງຄູ່ກັນ ກໍ່ຄື ອຸດົມການ ແລະ ເປົ້າຫມາຍ ຂອງຫົວຈິດຫົວໃຈ ໃນການອາສາມາຄັ້ງນີ້ ກໍ່ແມ່ນ ນິມິດຫມາຍທີ່ດີ ທີ່ໄດ້ພົບເຫັນ ບັນດາ ຜູ້ທີ່ມີປະສົບການ ໃນຫລາຍໆດ້ານ ແລະ ກໍ່ໄດ້ຖ່າຍທອດ ຮຽນຮູ້ແລ້ວ ວ່າ ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຍັງ

ເຖິງຢ່າງໃດກໍ່ຕາມ ການມາຄັ້ງນີ້ ພາລະກິດ ການຄົ້ນຫານ້ອງ ແມ່ນປະສົບຜົນສຳເລັດ ພົບເຫັນ ຕາມຄວາມຕັ້ງໃຈຂອງຫລາຍໆ ຄົນທີ່ຍັງລໍຄ່ອຍພ້ອມໃຫ້ກຳລັງໃຈມາຕະຫລອດ ແຕ່ກໍ່ດີໃຈ ພູມໃຈ ທີ່ໄດ້ມາເຮັດຫນ້າທີ່ໃນນາມຫນ່ວຍ ກູ້ໄພ ມູນນິທິ 1623 ຂອງ ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ຂອບໃຈປະສົບ ການຖ່າຍທອດຄວາມຮູ້ ຈາກແຫລ່ງຄວາມຮູ້ ໃນປະເທດໄທ ແລະ ຫນ່ວຍງານໃນປະເທດລາວ ຕະຫລອດຈົນຄວາມເປັນມິດໄມຕີ ຈາກຫລາຍມູນນິທິ ຫລາຍສະມາຄົມ ຫລາຍກຸ່ມຄົນ ຫນ່ວຍງານພາກລັດຕ່າງໆ ຂອງປະເທດໄທ ທີ່ໃຫ້ໂອກາດໄດ້ເຂົ້າຮ່ວມເຮັດ ພາລະກິດທີ່ສຳຄັນ. ສຳຄັນທີ່ສຸດແມ່ນ ຂອບໃຈ ຮຸກ 31 ນະຄອນລາດສະສີມາ ທີ່ນຳມາພົບປະສົບການ ທີ່ຍິ່ງໃຫຍ່ ແນວທາງປະຕິບັດທີ່ຈະນຳໄປໄຊ້ ຖ້າມື້ຫນຶ່ງ ໃນປະເທດລາວ ມີໄພ, ມິດຕະພາບພ້ອມດ້ວຍ ຫມູປ່າ ຢູ່ໃນໃຈສະເຫມີ ຂຸນນຳ້ນາງນອນ”  (ອາເຢັ້ນ ວິຊຸນດາລາອາໃສກູ້ໄພຈາກປະເທດລາວ ໄດ້ໂພສໃນວັນທີ 5 ກໍລະກົດ 2018)

ນັບໄດ້ວ່າເປັນຄວາມພາກພູມໃຈຂອງຄົນລາວເຮົາທີ່ໄດ້ເຮັດໜ້າທີ່ຊ່ວຍເຫຼືອເພື່ອນມະນຸດນຳກັນ ແລະ ຍັງໄດ້ສ້າງມິດຕະພາບອັນດີລະຫວ່າງປະເທດ 

#ແຊຣໄປເປັນກຳລັງໃຈໃຫ້ທີມກູ້ໄພຈາກປະເທດລາວ

 

ຮູບພາບຈາກ: Yen Visoudala , Buk Q Sdl , Chaiyasit Phupharat

ແບ່ງປັນ