Breaking News

ຊຸບຕາປະເທດເພື່ອນບ້ານແຫ່ໂພສໃຫ້ກຳລງັໃຈພີ່ນ້ອງຊາວລາວ

ແບ່ງປັນ

ນອກຈາກຄົນບັນເທີງບ້ານເຮົາແລ້ວ ເຫຼົ່າຄົນບັນເທີງຈາກປະເທດເພື່ອນບ້ານ (ປະເທດໄທ) ກໍ່ເຊັ່ນດຽວກັນ ຫຼ້າສຸດຊຸບເປີສະຕາຫຼາຍຕໍ່ຫຼາຍທ່ານເຊັ່ນ ອໍ້າ ພັດສະລາພາ, ຊົມພູ່ ອາຣາຍາ, ເບວລ່າ ແຄມເປນ, ເມ ເຟື່ອງອາລົມ, ໝໍໂອກ ສະມິດ, ຟຣຸກ ຈິຣະ, ອະນັນດາ ເອເວີຣິງແຮມ, ຕຸກກີ້ ຊິງລ້ອຍຊິງລ້ານ, ເປີ້ຍ ປານວາດ, ໄອ້ ອາພິສະດາ, ເຕີ້ຍ ຈາລິນພອນ, ໂຕ່ໂນ່ ພາຄິນ ແລະ ອີກຫຼາຍໆຄົນ ກໍ່ໄດ້ໂພສຮູບພາບສື່ຄວາມໝາຍ ແລະ ຕິດແຮສແທັກ #Prayforlaos ແລະ ບາງທ່ານກໍ່ຍັງຊ່ວຍບໍລິຈາກ ຊ່ວຍກະຈາຍຂ່າວ ແລະ ຊ່ວຍບອກຊ່ອງທາງການບໍລິຈາກຜ່ານບັນຊີຕ່າງໆອີກດ້ວຍ.

ຂໍຂອບໃຈ ນໍ້າໃຈຈາກທາງພາຍໃນປະເທດລາວ ແລະ ຈາກຕ່າງຊາດທີ່ຫຼັງໄຫຼເຂົ້າມາ ໄພພິບັດສຸກເສີນໃນເທື່ອນີ້ ເຮົາຈະຈັບມືກັນຂ້າມຜ່ານຊ່ວງເວລາທີ່ຮ້າຍແຮງນີ້ໄປໃຫ້ໄດ້  #prayforattapue #prayforlaos

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງໄທ)

 

 

ແບ່ງປັນ