Breaking News

ດ່ວນທີ່ສຸດ! ທາງການອອກແຈ້ງເຕືອນ ປະຊາຊົນກຽມພ້ອມຮັບມືກັບໄພນໍ້າຖ້ວມນະຄອນຫຼວງວຽງຈັນ .

ແບ່ງປັນ

“ຫ້ອງການສຳນັກງານນາຍົກແຈ້ງການ ປະຊາຊົນກຽມພ້ອມຮັບມືກັບໄພນໍ້າຖ້ວມນະຄອນຫຼວງວຽງຈັນ”

ເພື່ອຮັບປະກັນ ແລະ ຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກອຸທົກກະໄພທີ່ອາດເກີດຂຶ້ນ ເຊິ່ງສົ່ງຜົນກະທົບແກ່ຊີວິດ ແລະ ຊັບສິນຂອງພໍ່ແມ່ນປະຊາຊົນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີຈຶ່ງ ອອກແຈ້ງການ ເລກທີ 1372/ຫສນຍ.ກລຂ ລົງວັນທີ 20 ສິງຫາ 2018 ເພື່ອແຈ້ງເຕືອນໃຫ້ປະຊາຊົນກຽມພ້ອມຮັບມື ແລະ ແກ້ໄຂໄພນ້ຳຖ້ວມຕະຫຼອດເວລາ.

ໂດຍໃນແຈ້ງການລະບຸໄວ້ວ່າ: ເນື່ອງຈາກຜົນກະທົບຂອງພາຍຸ ເບີບີນກາ ໃນໄລຍະວັນທີ 16-18 ສິງຫາ 2018 ທີ່ຜ່ານມາ ໄດ້ເຮັດໃຫ້ນ້ຳຂອງ ແລະ ບາງສາຂາແມ່ນ້ຳຂອງ ມີລະດັບສູງຂຶ້ນ ແລະ ປັດຈຸບັນຄວາມກົດດັນອາກາດຕໍ່າ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ສະພາບລະດັບແມ່ນ້ຳຂອງ ແຕ່ພາກກາງ ຫາ ພາກໃຕ້ ຍັງສືບຕໍ່ຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະນະຄອນຫຼວງວຽງຈັນ ຢູ່ເຂດ ບ້ານຫ້ອມ, ບ້ານ ນາທາມ ເມືອງ ຫາດຊາຍຟອງ ແລະ ເຂດ ບ້ານໜອງດາ ເມືອງ ສີໂຄດຕະບອງ ແລະ ແຂວງ ວຽງຈັນ ຢູ່ເຂດບ້ານ ແສນດິນ, ບ້ານຕານປ່ຽວ, ບ້ານ ຫາດສວນ ເມືອງ ປາກງື່ມ.

ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນເຈົ້າການສົມທົບກັບຄະນະປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ເພື່ອຕິດຕາມເຝົ້າລະວັງບັນຫາໄພນ້ຳຖ້ວມ ໃນຂອບເຂດທົ່ວປະເທດຢ່າງໃກ້ຊິດ ແລະ ກຽມພ້ອມຮັບມື ແກ້ໄຂໃຫ້ທັນສະພາບການ.

ໃຫ້ອຳນາດການປົກຄອງທ້ອງຖິ່ນ ແຈ້ງເຕືອນໄປຍັງພໍ່ແມ່ປະຊາຊົນ ທີ່ອາໄສຢູ່ບັນດາແຂວງ ແລະ ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບການເພີ່ມຂຶ້ນຂອງນ້ຳຂອງສາຍຕ່າງໆ ເຊິ່ງຈະເຮັດໃຫ້ມີນ້ຳຖ້ວມຊຸ, ຖ້ວມອັ່ງ ຈຶ່ງຂໍໃຫ້ກະກຽມເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມທັງສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ພ້ອມນີ້ກໍ່ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ຈາກກົມອຸຕຸນິຍົມ ແລະ ທຸກກະສາດ ຢ່າງເປັນປົກກະຕິ.

ຂະນະທີ່ ສະພາບພະຍາກອນລະດັບນ້ຳໃນມື້ນ ວັນນທີ 20 ສິງຫາ 2018 ສາມາດວັດແທກໄດ້

ລະດັບນໍ້າຂອງ

ນະຄອນ ຫຼວງພະບາງ ວັດແທກໄດ້ 16,37 ແມັດ, ເຂດລະວັງໄພ 17 ແມັດ​, ເຂດອັນຕະລາຍ 18,50 ແມັດ

ນະຄອນຫຼວງວຽງຈັນ ວັດແທກໄດ້ 11,65 ແມັດ, ເຂດລະວັງໄພ 11,50 ແມັດ, ເຂດອັນຕະລາຍ 12,50 ແມັດ

ປາກຊັນ ວັດແທກໄດ້ 13,49 ແມັດ, ເຂດລະວັງໄພ 13,50 ແມດ , ເຂດອັນຕະລາຍ 14,50 ແມັດ

ປາກເຊ ວັດແທກໄດ້ 11,68 ແມັດ, ເຂດລະວັງໄພ 11 ແມັດ, ເຂດອັນຕະລາຍ 12 ແມັດ

ລະດັບນໍ້າງື່ມ

ປາກກະຍຸງ ວັດແທກໄດ້ 10,16 ແມັດ, ເຂດລະວັງໄພ 11 ແມັດ, ເຂດອັນຕະລາຍ 12 ແມັດ

ເວີນຄຳ ວັດແທກໄດ້ 11,28 ແມັດ, ເຂດລະວັງໄພ 12 ແມັດ, ເຂດອັນຕະລາຍ 13 ແມັດ

ລະດັບນໍ້າເຊບັ້ງໄຟ

ມະຫາໄຊ ວັດແທກໄດ້ 15,31 ແມັດ, ເຂດລະວັງໄພ 14 ແມັດ, ເຂດອັນຕະລາຍ 15 ແມັດ

ຂົວເຊບັ້ງໄຟ ວັດແທກໄດ້ 20,71 ແມັດ, ເຂດລະວັງໄພ 17,50 ແມັດ, ເຂດອັນຕະລາຍ 18,50 ແມັດ

ຕົ້ນເຫັນ ວັດແທກໄດ້ 14,50 ແມັດ, ເຂດລະວັງໄພ 13,50 ແມັດ, ເຂດອັນຕະລາຍ 14,50 ແມັດ

ທີ່ມາ: Support Prime Minister Thongloun Sisoulith

ຮູບພາບ: Drone by Jettana

ແບ່ງປັນ