Breaking News

ໃຜວ່າຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກ??? (ເຮັດແບບນີ້ເລີຍ)

ແບ່ງປັນ

ຖ້າສາວໆຮູ້ສຶກວ່າການອອກກໍາລັງກາຍເພື່ອຫຼຸດໄຂມັນໜ້າທ້ອງເປັນເລື່ອງທີ່ເຮັດໄດ້ຍາກແລ້ວ ໃນມື້ນີ້ມີ 4 ກິດຈະກໍາການອອກກຳລັງກາຍທີ່ຮັບຮອງວ່າໜ້າທ້ອງຂອງສາວໆນັ້ນ ຈະຕ້ອງນ້ອຍລົງຢ່າງແນ່ນອນ!!!\

  1. ປັ່ນລົດຖີບກາງອາກາດ

ທ່າອອກກຳລັງກາຍງ່າຍໆ ທີ່ສາວໆສາມາດເຮັດໄດ້ຢູ່ເທິງຕຽງນອນ ພຽງແຕ່ສາວໆນອນປັ່ນລົດຖີບກໍສາມາດເພີ່ມກ້າມຊີ້ນ ໜ້າທ້ອງໄດ້ແລ້ວ ໂດຍໃຊ້ມືທັງສອງຂ້າງຈັບທາງຫຼັງຫົວເອົາໄວ້ ແຂນສອກ ແລະ ລຳຕົວຈະບິດໄປມາຕາມແຮງປັ່ນລົດຖີບ ເກັງໜ້າທ້ອງເອົາໄວ້ ຈາກນັ້ນຍົກຫົວເຂົ່າຂຶ້ນ ແລ້ວກຽມປັ່ນລົດຖີບໄດ້ ເຮັດແນວນີ້ຢ່າງນ້ອຍ 12 – 16 ຄັ້ງຕໍ່ 1 ຮອບ ເຮັດປະມານ1-3 ຮອບ.

  1. ໝາກບານໂຍຄະ

ການອອກກໍາລັງກາຍດ້ວຍໝາກບານໂຍຄະນອກຈາກຈະມ່່ວນແລ້ວຍັງເຮັດໃຫ້ໜ້າທ້ອງນ້ອຍລົງ ພຽງແຕ່ໃຊ້ມືທັງ 2 ຈັບຫົວເອົາໄວ້ ແລ້ວກໍແອນຫຼັງລົງໃສ່ໝາກບານ ແລ້ວກໍSit upຂຶ້ນລົງ ເຮັດແນວນີ້ຢ່າງນ້ອຍ 12-16 ຄັ້ງຕໍ່ 1 ຮອບ ເຮັດປະມານ 1-3 ຮອບ.

  1. ນອນຍົກຂາ

ນອນຍົກຂາຂຶ້ນສູງທ່ານີ້ນອກຈາກຈະຊ່ວຍໃຫ້ຂານ້ອຍແລ້ວ ຍັງຊ່ວຍຫຼຸດໜ້າທ້ອງໄດ້ດີອີກດ້ວຍ ພຽງແຕ່ເອົາມືຈັບຫົວ ຍົກຫົວຂຶ້ນ ຈາກນັ້ນຍົກຂາຂຶ້ນສູງຄ້າງເອົາໄວ້ປະມານ 12-16 ວິນາທີ ເຮັດແນວນີ້ 1-3 ຮອບ

  1. ຍົກແຂນຂຶ້ນ

ທ່າສຸດທ້າຍນີ້ຄືຍົກແຂນຂຶ້ນຈາກພື້ນ ແລ້ວຢືດຂຶ້ນໃຫ້ສຸດແຂນແລ້ວຢ່າລືມຍົກຄໍໃຫ້ແນບຕິດກັບແຂນ ແລະໃຫ້ຫົວຂອງທ່ານລອຍຂຶ້ນໃຫ້ຈາກພື້ນ ເຮັດແນວນີ້ປະມານ 12-16 ຄັ້ງຕໍ່ 1 ຮອບ ເຮັດປະມານ 1-3 ຮອບ

ທີ່ມາ: ວາລະສານ ຂວັນໃຈ

ຮູບພາບ: google

ແບ່ງປັນ