Breaking News

“Yes” means “Yes”, “No” means “No”! ການແຕ່ງຕົວ Sexy ບໍ່ແມ່ນການສົມຍອມ ຫຼືອະນຸຍາດໃຫ້ລ່ວງລະເມີດທາງເພດ…

ແບ່ງປັນ

ຄວາມເຊື່ອທີີ່ວ່າ “ແມ່ຍິງປາກບໍ່ກົງກັບໃຈ” ເປັນເຫດໃຫ້ແມ່ຍິງຖືກລ່ວງລະເມີດທາງເພດມາແລ້ວຢ່າງຫຼວງຫຼາຍ ອັນນີ້ບໍ່ແມ່ນແຕ່ຢູ່ປະເທດລາວໃດ ແຕ່ມັນເກີດຂຶ້ນທົ່ວໂລກ. ເມື່ອແມ່ຍິງປະຕິເສດວ່າ “ບໍ່” ແຕ່ອີກຝ່າຍໜຶ່ງພັດຕີຄວາມໄປເອງວ່າ “ນາງປາກບໍ່ກົງກັບໃຈ ທີ່ຈິງແລ້ວນາງຕ້ອງການຮ່ວມເພດ” ຫຼືລະເມີໄປຕີຄວາມ ຈາກສັນຍາລັກອື່ນໆຕື່ມອີກ ບໍ່ວ່າຈະເປັນການດື່ມເຫຼົ້າ, ຢາເສບຕິດ, ການແຕ່ງຕົວທີ່ sexy ຫຼືແມ່ນແຕ່ການນຸ່ງຊຸດຊັ້ນໃນທີ່ sexy. ທີີ່ຮ້າຍແຮງໄປກວ່ານັ້ນແມ່ນ ການນຸ່ງຊຸດຊັ້ນໃນທີ່ sexy ພັດຖືກໃຊ້ເປັນຫຼັກຖານ ຈົນສານຕັດສິນໃຫ້ຜູ້ກະທຳການລະເມີດພົ້ນຜິດພຸ້ນໃດ ເປັນຕາເຫຼືອເຊື່ອແມ່ນບໍ່?

ເຫດການນີ້ຫາກໍເກີດຂຶ້ນໝາດໆ ທີ່ເມືອງຄອດ, ປະເທດໄອແລນ ໃນໄລຍະຕົ້ນເດືອນພະຈິກ 2018 ທີ່ຜ່ານມາ. ອັນເປັນເຫດໃຫ້ແມ່ຍິງໃນປະເທດນັ້ນບໍ່ພໍໃຈ ຈົນລຸກຂຶ້ນມາປະທ້ວງຕໍ່ຄໍາຕັດສິນຍົກເລີກຄໍາຟ້ອງຮ້ອງຄະດີຂົ່ມຂືນຍິງສາວອາຍຸ 17 ປີ ແລະ ສາເຫດທີ່ສານຕັດສິນຍົກຟ້ອງ ເນື່ອງຈາກວ່າ ທະນາຍຂອງຝ່າຍຈໍາເລີຍໄດ້ນໍາເອົາຊຸດຊັ້ນໃນຂອງຜູ້ຖືກເຄາະຮ້າຍມາອ້າງເປັນຫຼັກຖານ ພ້ອມກ່າວປະນາມການແຕ່ງຕົວຂອງນາງໃນຄືນທີ່ເກີດເຫດວ່າ “You have to look at the way she was dressed. She was wearing a thong a lace front” ແປວ່າ “ເຈົ້າຕ້ອງເບິ່ງທີ່ການແຕ່ງຕົວຂອງນາງ ນາງໃສ່ຊຸດຊັ້ນໃນທີ່ມີລູກໄມ້ຢູ່ທາງໜ້າ” ຈາກຄໍາກ່າວອ້າງດັ່ງກ່າວ ສານໄດ້ຕັດສິນໃຫ້ຜູ້ກະທຳເພດຊາຍອາຍຸ 27 ປີ ພົ້ນຜິດຈາກຄະດີຂົ່ມຂືນ

ຈາກເຫດການດັ່ງກ່່າວ ແມ່ຍິງຫຼາຍກວ່າ 600 ຄົນ ໄດ້ຮວມພະລັງກັນ ເອົາເຄື່ອງນຸ່ງຂອງຕົນໄປສະແດງໃນສານ, ບາງຄົນກໍໄດ້ນໍາເອົາຊຸດຊັ້ນໃນທີ່ມີຄວາມ sexy ໄປວາງໄວ້ຢູ່ທາງໜ້າສານເມືອງຄອດ ພາຍໃຕ້ຄໍາຂວັນທີ່ວ່າ “Yes means Yes, No means No” ແປວ່າ “ແມ່ນ ຄື ແມ່ນ, ບໍ່ ຄື ບໍ່” ເຊິ່ງໝາຍເຖິງວ່າ ແມ່ຍິງມີສິດປະຕິເສດການຮ່ວມເພດໄດ້ ເມື່ອແມ່ຍິງບອກວ່າ “ບໍ່” ແມ່ນໝາຍຄວາມວ່າບໍ່ໃຫ້ກະທໍາໃດໆທີ່ເປັນການລ່ວງລະເມີດທາງເພດ ບໍ່ວ່າເຂົາຈະໃສ່ຊຸດຊັ້ນໃນ Sexy ປານໃດ ກໍບໍ່ໄດ້ໝາຍຄວາມວ່າ ລາວຕ້ອງການຮ່ວມເພດ (ກັບໃຜກໍໄດ້) ຫຼືຢາກຖືກຂົ່ມຂືນ.

ນອກຈາກນັ້ນຍັງມີການເຄື່ອນໄຫວຜ່ານທາງສື່ Online, ມີແມ່ຍິງຈໍານວນຫຼາຍໂພສຮູບຊຸດຊັ້ນໃນທີ່ມີຄວາມ sexy ລົງໃນຊ່ອງທາງ Social media ຕ່າງໆ ພ້ອມ #ThisIsNotConsent ຫຼື #ນີ້ບໍ່ແມ່ນການຍິນຍອມ ເພື່ອສະແດງພະລັງວ່າ ການແຕ່ງກາຍຂອງເພດຍິງ ຫຼື ວິຖີຊີວິດຂອງແມ່ຍິງບໍ່ໄດ້ກ່ຽວຂ້ອງກັບການອະນຸຍາດ ຫຼືຍິນຍອມໃຫ້ຄົນອື່ນມາລ່ວງລະເມີດທາງເພດແຕ່ຢ່າງໃດ.

ບໍ່ພຽງເທົ່ານັ້ນ, ສະມາຊິກສະພາເພດຍິງຄົນໜຶ່ງ ໄດ້ຈັບຊຸດຊັ້ນໃນຂຶ້ນມາອະພິປາຍໃນສະພາ ແລະ ປະກາດຈຸດຢືນວ່າ ນາງຂໍຕໍ່ຕ້ານການໂຈມຕີ ຫຼືກ່າວໂທດຜູ້ຖືກເຄາະຮ້າຍ ໃນເຫດການຖືກຂົ່ມຂືນທຸກຮູບແບບ ຫຼືເອີ້ນວ່າ “Routine Victim-blaming” “ບໍ່ມີໃຜຢາກຖືກຂົ່ມຂືນ ແລະ ເຫດການນີ້ ບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ເຄາະຮ້າຍ; ບໍ່ວ່າແມ່ຍິງຈະນຸ່ງເຄື່ອງແນວໃດ, ຍ່າງແບບໃດ, ໄປກັບໃຜ ຫຼືເອົາຫຍັງຕິດຕົວໄປນໍາ ແມ່ນແຕ່ເຫຼົ້າ ຫຼືຢາເສບຕິດ ກໍບໍ່ສາມາດຕີຄວາມເອົາເອງວ່າ ນັ້ນຄືສັນຍາລັກແຫ່ງການສົມຍອມຂອງແມ່ຍິງ” ແລະ ປິດທ້າຍດ້ວຍການຕັ້ງຄໍາຖາມຕໍ່ທຸກຄົນໃນ ຣັດຖະສະພາ ແລະສັງຄົມວ່າ:

“ມັນໜ້າອາຍແມ່ນບໍ່ການທີ່ຂ້ອຍນໍາເອົາຊຸດຊັ້ນໃນມາສະແດງໃນທີ່ນີ້ ທ່ານລອງຄິດເບິ່ງວ່າແມ່ຍິງເຄາະຮ້າຍທີ່ຖືກຂົ່ມຂືນຈະຮູ້ສຶກແນວໃດ ເມື່ອມີຄົນເອົາຊຸດຊັ້ນໃນຂອງລາວມາສະແດງເປັນຫຼັກຖານຕໍ່ໜ້າສານ”

ເມື່ອເຫດການນີ້ໄດ້ກະຈາຍອອກໄປ ບໍ່ແມ່ນແຕ່ແມ່ຍິງໃນເມືອງຄອດ, ປະເທດໄອແລນ ເທົ່ານັ້ນທີ່ລຸກຂຶ້ນມາສະແດງພະລັງ ແລະ ປະກາດຈຸດຢືນ ແມ່ຍິງທົ່ວໂລກກໍໄດ້ມີການເຄື່ອນໄຫວ ໂດຍໃຊ້ #ThisIsNotConsent ເຊັ່ນດຽວກັນ.

Kuanjai & Bike for her ຂໍເປັນອີກສຽງໜຶ່ງຊຸກຍູ້ໃຫ້ສັງຄົມເຄົາລົບໃນສິດທິຂອງແມ່ຍິງ ບໍ່ວ່າຈະເປັນການນຸ່ງເຄື່ອງ, ການສະແດງອອກ, ການປາກເວົ້າ, ການຕັດສິນໃຈ ແລະອື່ນໆທີ່ບໍ່ໄດ້ຂັດຕໍ່ລະບຽບກົດໝາຍ ເພື່ອໃຫ້ການລ່ວງລະເມີດທາງເພດ ແລະຄວາມຮຸນແຮງຕໍ່ແມ່ຍິງໝົດໄປຈາກສັງຄົມລາວ

#ThisIsNotConsent ນີ້ບໍ່ແມ່ນການຍິນຍອມ

ທີ່ມາ: Iconic Women Alliance Page

 

ແບ່ງປັນ