Breaking News

ສ່ອງ!!! ຄູ່ຮັກເນັດໄອດໍ້ສາວລາວ-ບ່າວໄທ “ອ໊ອຟ-ນູ່ນີ່” ຫວານແຮງຈົນແຟນຄຣັບພາກັນລຸ້ນວ່າມື້ໃດຈະແຕ່ງ…

ແບ່ງປັນ

ສ່ອງ!!! ຄູ່ຮັກເນັດໄອດໍ້ສາວລາວ-ບ່າວໄທ “ອ໊ອຟ-ນູ່ນີ່” ຫວານແຮງຈົນແຟນຄຣັບພາກັນລຸ້ນວ່າມື້ໃດຈະແຕ່ງ…

ເມື່ອເວົ້າເຖິງຄູ່ຮັກເນັດໄອດໍ້ ສາວລາວ-ບ່າວໄທ ຄູ່ທໍາອິດທີ່ຈະຄິດພໍ້ຄົງຈະໜີບໍ່ພົ້ນຄູ່ຮັກສຸດຫວານຄູ່ນີ້ ສາວນູ່ນີ່ ແລະ ໜຸ່ມອ໊ອຟ ທີ່ພົບຮັກກັນໃນລາຍການຊອກຄູ່ Take me out Thailand ແລະ ປັດຈຸບັນນີ້ກໍຍັງຮັກກັນດີ ແຖມຍັງເພີ່ມທະວີຄູນຄວາມຫວານຂຶ້ນນັບມື້ ຈົນຊາວເນັດ ແລະ ແຟນຄຣັບຕ່າງກໍລຸ້ນຢູ່ວ່າ ມື້ໃດຈະມີຂ່າວດີຈັກເທື່ອ. ແລະ ເມື່ອບໍ່ດົນມານີ້ທັງສອງກໍໄດ້ຄວງຄູ່ກັນໄປງານແຕ່ງດອງຂອງໝູ່ຄົນສະນິດຂອງສາວນູ່ນີ່ ນັ້ນກໍຄື ສາວສຸດາ ທີ່ໄດ້ແຕ່ງດອງໄປເມື່ອວັນເສົາແລ້ວນີ້ເອງ. ຍິ່ງເຫັນວ່າໝູ່ສະນິດເຂົ້າພິທີວິວາໄປແລ້ວແບບນີ້ ແຟນຄຣັບຍິ່ງເຊຍ ແລະ ລຸ້ນເຂົ້າໄປອີກ ເພາະຕັ້ງແຕ່ຄົບກັນເປັນແຟນກໍຈະວ່າ ທັງສອງແມ່ນໂຕຕິດກັນຕະຫຼອດ ບໍ່ວ່າຈະໄປເຮັດວຽກ ຫຼືອອກງານ ເຫັນນູ່ນີ່ຈະຕ້ອງເຫັນອ໊ອຟເກືອບວ່າທຸກງານເລີຍແຫຼະ… ໂອ໊ຍຍຍ ເວົ້າໄປແລ້ວກໍລັກອິດສານູ່ນີ່ເບົາໆທີ່ໄດ້ແຟນທັງຫລໍ່, ທັງເທ້ ແລະ ຮັກແບບສະເໝີຕົ້ນສະເໝີປາຍແບບນີ້!!! ເອົາເປັນວ່າຂໍອວຍພອນໃຫ້ທັງສອງຮັກກັນໄປດົນໆໆໆໆ ແອັດມິ້ນ ແລະ ແຟນຄຣັບຈະຄອຍເຊຍ, ຕິດຕາມຜົນງານ ແລະ ຖ້າມື້ທີ່ທັງສອງຕັດສິນໃຈເຂົ້າສູ່ປະຕຸວິວາກະແລ້ວກັນເດີ້!!!

 

 ຂອບໃຈຮູບພາບຈາກ: Facebook: Nouny Koumphonphakdee

ແບ່ງປັນ