ຊົມເຊີຍ!!! ASEAN ໃຫ້ຄວາມສໍາຄັນ ຍົກລະດັບ ສົ່ງເສີມປົກປ້ອງສິດທິເດັກນ້ອຍຜູ້ດ້ອຍໂອກາດ…
ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະບານ ແລະ ອົງການຈັດຕັ້ງບໍ່ສັງກັດລັດຖະບານ ໃນວຽກງານສະຫວັດດີການສັງຄົມ ແລະ ການພັດທະນາ ອາຊຽນ ຄັ້ງທີ 14 (14th ASEAN GO-NGO) ພາຍໃຕ້ຫົວຂໍ້ສ້າງຄວາມເຂັ້ມແຂງວຽກງານປົກປ້ອງທາງສັງຄົມສຳລັບເດັກດ້ອຍໂອກາດໃນອາຊຽນ ຈັດຂຶ້ນໃນວັນທີ 18 ພະຈິກ 2019, ເປັນປະທານຮ່ວມຂອງທ່ານ ວົງຄຳ ພັນທານຸວົງ ຮອງຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ທັງເປັນຕາງໜ້າເຈົ້າໜ້າທີ່ອາວຸໂສຝ່າຍລາວ ແລະທ່ານນາງ ນິນປະເສີດ ໄຊຍະພອນສີ ຫົວໜ້າກົມພັດທະນາແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ ຕາງໜ້າອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກລັດ ແລະອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ.
ທ່ານ ວົງຄຳ ພັນທານຸວົງ ກ່າວວ່າ: ເພື່ອເປັນການກະກຽມເນື້ອໃນສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສສ້າງຄວາມເຂັ້ມແຂງວຽກງານປົກປ້ອງທາງສັງຄົມສຳລັບເດັກດ້ອຍໂອກາດໃນອາຊຽນ ກໍຄື ກອງປະຊຸມລັດ ຖະມົນຕີສະຫວັດດີການສັງຄົມ ແລະການພັດທະນາອາຊຽນ ຄັ້ງທີ 10 ທີ່ ສປປລາວ ເປັນເຈົ້າພາບ ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ເພື່ອພ້ອມກັນປຶກສາຫາລື ປະກອບຄຳຄິດຄຳເຫັນ ໂດຍສະເພາະ ວຽກງານປົກປ້ອງທາງສັງຄົມສຳລັບເດັກດ້ອຍໂອກາດ ເພື່ອຮ່ວມກັນສືບຕໍ່ປັບປຸງໃຫ້ມີຄວາມເຂັ້ມແຂງ ພ້ອມທັງ ຮ່ວມກັນສ້າງຄຳຂວັນ ສຳລັບເດັກດ້ອຍໂອກາດໃນອາຊຽນ, ສະເພາະ ສປປລາວ ປັດຈຸບັນ ກຳລັງຮ່າງແຜນຍຸດທະສາດ ວ່າດ້ວຍການປົກປ້ອງທາງສັງຄົມ ໂດຍກຳນົດເອົາເດັກຜູ້ດ້ອຍໂອກາດ ເຂົ້າເປັນບູລິມະສິດໜຶ່ງໃນແຜນດັ່ງກ່າວ.
ທ່ານ ນາງ ນິນປະເສີດ ໄຊຍະພອນສີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນທີ່ໄດ້ຮ່ວມກັນເອົາໃຈໃສ່ປົກປ້ອງເດັກຜູ້ດ້ອຍໂອກາດ ໂດຍເນັ້ນໃສ່ສົນທິສັນຍາສາກົນ ວ່າດ້ວຍ ສິດທິເດັກ “ໂດຍບໍ່ປະໃຫ້ຜູ້ໃດຢູ່ດ້ານຫຼັງ” ເດັກທຸກຄົນມີສິດໄດ້ຮັບການພັດທະນາ ໃນ ສປປລາວ ໄດ້ຮ່ວມກັນສະເຫຼີມສະຫຼອງ 30 ປີ ສົນທິສັນ ຍາວ່າດ້ວຍ ສິດທິເດັກ
ສຳລັບກອງປະຊຸມໃນຄັ້ງນີ້ ສປປລາວ ຈະໄດ້ຮັບຜົນປະໂຫຍດຫຼາຍດ້ານ ໂດຍສະເພາະ ໄດ້ເພື່ອນຮ່ວມງານທີ່ດີ, ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ຕໍ່ພາກພື້ນ ແລະສາກົນ, ທຸກພາກສ່ວນຫັນມາມີສ່ວນຮ່ວມໃນການເບິ່ງແຍງເດັກດ້ອຍໂອກາດ ເພື່ອໃຫ້ເດັກທຸກຄົນໄດ້ເຂົ້າສູ່ການພັດທະນາໃນຂົງເຂດອາຊຽນໃຫ້ມີຄວາມຍືນຍົງ ພ້ອມກັນຫຼຸດຜ່ອນສິ່ງທີ່ເປັນຊ່ອງວ່າງ ວຽກງານປົກປ້ອງທາງສັງຄົມສຳລັບເດັກດ້ອຍໂອກາດໃນອາຊຽນ…
ຂອບໃຈຂໍ້ມູນຈາກ: LAOS TIMES – ລາວທາມສ໌
ຂອບໃຈຮູບບາງສ່ວນຈາກ: UFO