Breaking News

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ຄັ້ງທຳອິດ ທີ່ PIS

ແບ່ງປັນ

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ, ຈັດຂຶ້ນໂດຍທາງສະພານັກຮຽນຊັ້ນມັດທະຍົມຕອນປາຍຂອງ ໂຮງຮຽນ ນານາຊາດ ປັນຍາທິບ, ໃນວັນທີ 7 ທັນວາ ທີ່ ໂຮງຮຽນ ນານາຊາດ ປັນຍາທິບ, ວິທະຍາເຂດຊັ້ນມັດທະຍົມ, ສະພານທອງ, ນະຄອນຫຼວງວຽງຈັນ

ໃນເວລາ 6 ໂມງແລງ, ໄດ້ມີ ‘ການສະເຫຼີມສະຫຼອງງານດັ່ງກ່າວໂດຍການເປີດໄຟແສງສີ’ ຢ່າງເປັນທາງການ,​ ກ່າວເປີດງານໂດຍທ່ານນາງ ປາດຖະໜາ ປັນຍາທິບ, ຜູ້ອໍານວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນ ນານາຊາດ ປັນຍາທິບ ເປັນຜູ້ເປີດໄຟຕົ້ນຄຣິສມາສທີ່ມີຄວາມສູງ 10 ແມັດ ແລະ ໄຟແສງສີອື່ນໆທີ່ມີຄວາມຍາວ 6.5 ກິໂລ ທົ່ວງານ. ມີຜູ້ເຂົ້າຮ່ວມງານຫຼາຍກ່ວາ 1,400 ຄົນ.

ງານຄັ້ງນີ້, ຈັດຂຶ້ນກໍເນື່ອງໃນໂອກາດວັນຄຣິສມາສ ທີ່ກໍາລັງຈະມາຮອດມາເຖິງນີ້, ໄດ້ມີຕະຫຼາດນັດ ມີສິນຄ້າຫຼາກຫຼາຍຢ່າງມາວາງສະແດງໃຫ້ເລືອກຊົມ ແລະ ເລືອກຊື້. ງານດັ່ງກ່າວໄດ້ກາຍເປັນບ່ອນທ່ຽວຊົມທີ່ໜ້າສົນໃຈຫຼາຍສໍາລັບຄອບຄົວ ລວມທັງມີຕະຫຼາດຄຣິສມາສ, ຫ້ອງຂອງລຸງຊານຕ້າ, ໂຊນເຮັດກິດຈະກໍາໃນມື້ພັກ, ບູ໊ດອາຫານ ແລະ ເຄື່ອງດື່ມ, ໂຊນຫຼິ້ນເກມສໍາລັບເດັກນ້ອຍ ແລະ ຜູ້ໃຫຍ່ ລວມທັງໂຊນໃຫ້ຄວາມບັນເທີງອີກດ້ວຍ.

ປະເພນີຂອງຄົນອັງກິດ, ງານວັນຄຣິສມາສນີ້ເປັນງານສະເຫຼີມສະຫຼອງມື້ພັກທີ່ຍິ່ງໃຫຍ່ທີ່ສຸດໃນປີ, ເປັນລະດູແຫ່ງຄວາມມ່ວນຊື່ນ ແລະ ການໃຫ້, ເປັນໄລຍະເວລາທີ່ມີຄວາມໝາຍສໍາລັບຄອບຄົວ ແລະ ໝູ່ເພື່ອນທີ່ຈະໄດ້ໃຊ້ເວລາຢູ່ຮ່ວມກັນ. ງານຄຣິສມາສ Wonderland ໄດ້ລວບລວມເອົາຄວາມໝາຍຂອງງານເທດສະການນີ້ເພື່ອໃຫ້ຜູ້ຄົນໄດ້ໃກ້ຊິດ ແລະ ຢູ່ຮ່ວມກັນໃນລະດູການມື້ພັກຍາວນີ້.

ງານຄຣິສມາສ Wonderland ທີ່ໂຮງຮຽນ ນານາຊາດ ປັນຍາທິບ ເປັນການລິເລີ່ມໂດຍທາງສະພານັກຮຽນຂອງພວກເຮົາທີ່ເຮັດໃຫ້ງານນີ້ເກີດຂຶ້ນໄດ້ ຮ່ວມກັບຜູ້ທີ່ໃຫ້ການສະໜັບສະໜູນຫຼັກທີ່ໃຈໃຫຍ່ໃຈດີທັງຫຼາຍຂອງພວກເຮົາ – ບໍ່ວ່າຈະເປັນ: ສູນການຄ້າວຽງຈັນເຊັນເຕີ້, ວາລະສານທາເກັດ, ຮ້ານບັນດິດຂາຍເຄື່ອງຂຽນ – ແລະ ຮຸ້ນສ່ວນທາງລະບົບສຽງ ແລະ ເວທີຂອງພວກເຮົາໂດຍ O Sound System.

The first-ever Christmas Wonderland event in Vientiane, organized by the Senior Student Council of Panyathip International School (PIS), was held on 7th December at PIS Secondary Campus, Sapanthong.

At 6:00 pm, the official ‘Lighting-Up Ceremony’ took place where PIS Founder & Director, Ms Pathana Panyathip launched the lighting of a 10-metre-tall Christmas tree and some 6.5km of landscape lights throughout the Wonderland. More than 1,400 people – adults and young children included – attended this event.

This community bazaar held in conjunction with the upcoming occasion of Christmas Day featured various attractions for families including a Christmas Market, Santa’s Grotto, holiday-themed workshops, food and beverage booths, a games zone for both children and adults, as well as a live entertainment zone.

As a British tradition, Christmas is the biggest holiday celebration of the year. It is the season of joy and giving, a time meant for families and friends to bond together. Christmas Wonderland embraces the festive meaning to bring people closer together this holiday season.

PIS Christmas Wonderland is a PIS Student Council initiative made possible with the support of their main sponsors – Vientiane Centre, Target Magazine, Bandith Store – and live stage partner, O Sound System.

ແບ່ງປັນ