Breaking News

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!!

ແບ່ງປັນ

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!!

ອົດໃຈຖ້າອີກໜ້ອຍດຽວ ກໍຈະໄດ້ຮາແບບເຕັມຮູບແບບແລ້ວ ສໍາລັບຮູບເງົາແຫ່ງປີທີ່ທຸກຄົນຄອຍຖ້າມາດົນ “ຮັກມະຍ່ອມມະແຍ່ມ” ຜົນງານການກັບກໍາຂອງຜູ້ກໍາກັບແຖວໜ້າຂອງປະເທດລາວຄື ອ້າຍ ເຈ້ຍ ປາຊີຟິກ ແລະ ໄດ້ທີ່ປຶກສາຈາກຜູ້ກໍາກັບຊື່ດັງຈາກປະເທດເພື່ອນບ້ານຫຼາຍຄົນ ໃນນັ້ນກໍມີຜູ້ກໍາກັບ ແລະ ຕະລົກຊື່ດັງຄື ອ້າຍໝໍ່າ ຈົກມົກ ເຂົ້າຮ່ວມສະແດງນໍາ ເຊິ່ງງານນີ້ບອກໄດ້ເລີຍວ່າ ບໍ່ຮາ, ບໍ່ມັນ ບໍ່ແມ່ນຜົນງານຂອງ ອ້າຍເຈ້ຍ… ໃນຮູບເງົາເລື່ອງນີ້ແມ່ນເຕັມໄປດ້ວຍນັກສະແດງມືອາຊີບຈາກທັງໄທ ແລະ ລາວ ຮ່ວມສະແດງນໍາ ເຊັ່ນ: ນຸ້ຍ ສຸພາພອນ, ນູ່ນີ່, ແກ້ວຕາ, ໂອລ່າ ແບລກອ່າຍ, ອ້າຍຕູ່, ສາວ ວາວ (ນັກສະແດງຈາກໄທ), ໜຸ່ມເອັກ  (ນັກສະແດງຈາກໄທ) ແລະ ດາວຕະລົກອີກຫຼາກຫຼາຍ…

ເຊິ່ງຮູບເງົາ “ຮັກມະຍ່ອມມະແຍ່ມ” ກໍໄດ້ຈັດງານເປີດຕົວ ແລະ ເປີດສາຍຮອບສື່ມວນຊົນໃນຕອນແລງຂອງວັນທີ 10 ທັນວາ (ມື້ວານ) ຢູ່ທີ່ໂຮງໜັງ M Pictures ວຽງຈັນເຊັນເຕີ່ ໂດຍມີດາລາ-ນັກສະແດງຈາກທັງສອງປະເທດ (ລາວ-ໄທ) ເຂົ້າຮ່ວມຢ່າງລົ້ນຫຼາມ… ເຊິ່ງແອັດມິ້ນເອງກໍໄດ້ໄປຮ່ວມເຊັ່ນກັນ ແລະ ມື້ນີ້ແອັດມີ້ນກໍຈະມາຣີວິວຄ່າວໆພໍເອີ້ນນໍ້າຍ່ອຍໃຫ້ແຟນໆໄດ້ຟັງ ແຕ່ສະບັບເຕັມແມ່ນໄປເບິ່ງໄດ້ໃນວັນທີ 19-29 ທັນວານີ້ ທຸກໂຮງຮູບເງົາທົ່ວປະເທດເດີ້!!!

ຕົວຢ່າງຮູບເງົາ:

ຣີວິວ (ຕາມທີ່ໄດ້ເບິ່ງຕົວຈິງ) “ຮັກມະຍ່ອມມະແຍ່ມ” ເບິ່ງເຜີນໆແມ່ນ ເປັນຮູບເງົາຮັກແບບຕະຫຼົກ ເບິ່ງແລ້ວຜ່ອນຄາຍໄດ້ ແຕ່ກໍມີສາກໃຫ້ເກືອບນໍ້າຕາຊຶມຢູ່ (ແຕ່ຕະລົກມາຕັດກ່ອນ) ນອກນັ້ນ, ເລື່ອງລາວຍັງເວົ້າເຖິງສາຍພົວພັນອ້າຍ-ນ້ອງ ລາວ-ໄທ ທີ່ເປັນບ້ານໃກ້ເຮືອນຄຽງກັນ ສາມາດເພິ່ງພາອາໄສກັນໄດ້ ເພາະມີສໍານຽງ ແລະ ພາສາທີ່ເຂົ້າໃຈກັນໂດຍບໍ່ຕ້ອງໃຊ້ພາສາແປ… ສາຍພົບພັນເອຶ້ອຍ-ນ້່ອງ ທີ່ບໍ່ວ່າຈະຈາກກັນໄປດົນປານໃດແຕ່ຄວາມຮັກ-ຄວາມຜູກພັນ ແລະ ລໍຄອຍການກັບມາຂອງຄົນທີ່ຮັກຢູ່ສະເໝີ… ຈະຣີວິດໃຫ້ຟັງປະມານນີ້ກ່ອນ (ເພາະເພິ່ນບໍ່ໄດ້ຈ້າງ 555) ລາຍລະອຽດກໍຢາກໃຫ້ໄປເບິ່ງເອົາເອງເດີ້!! ຮ່ວມກັນສົ່ງເສີມຮູບເງົາລາວ-ຜົນງານຂອງຄົນລາວເຮົາ ແອັດມິ້ນຂໍເປົັນອີກສຽງໜຶ່ງເພື່ອກາລັນຕີຄວາມມ່ວນ ແລະ ຄວາມຮາຂອງຮູບເງົາເລື່ອງນີ້ພ້ອມ.

 

ແບ່ງປັນ