Breaking News

ສະຕິມາປັນຍາເກີດ!!! ຄົນທີ່ຮູ້ທຸກຢ່າງແຕ່ບໍ່ເວົ້າຈະເປັນຄົນສະຫຼາດກວ່າ….

ແບ່ງປັນ

5 ສິ່ງທີ່ຫ້າມເຮັດເດັດຂາດ  ເມື່ອຮູ້ວ່າຖືກນອກໃຈແນ່ນອນແລ້ວ

ເລື່ອງການນອກໃຈ ຫຼືການຖືກຄົນທີ 3 ມາແບ່ງເອົາຄວາມຮັກນັ້ນເປັນເລື່ອງທີ່ບໍ່ມີໃຜຮັບໄດ້ ແຕ່ຈະເຮັດແນວໃດໃນເມື່ອມັນເກີດຂຶ້ນແລ້ວເຮົາກໍຕ້ອງຮູ້ຈັກວິທີຮັບມື ເຊິ່ງມື້ນີ້ຂວັນໃຈກໍມີ ວິທີງ່າຍໆ ເມື່ອຮູ້ວ່າ……. ມາຝາກກັນ ລອງໄປເບິ່ງ!!!!

  1. ຢ່າຟ້າວເລິກກັບເຂົາທັນທີ ເພາະຖ້າບອກເລິກໄປແລ້ວເຂົາບໍ່ຍອມເລິກ ຈະເຮັດໃຫ້ເຮົາອຶດອັດກວ່າເກົ່າ ຫຼືຕ້ອງເມື່ອຍກັບການນໍາງໍ້ຂອງເຂົາ
  2. ຢ່າທຽວໄປບອກຄົນອື່ນຮູ້ວ່າເຂົາກໍາລັງນອກໃຈເຈົ້າ ເກັບເອົາໄວ້ເປັນຄວາມລັບກ່ອນ ເພາະຖ້າຫຼາຍຄົນຮູ້ ເຮົາຍິ່ງຈັບເຂົາໄດ້ຍາກ
  3. ຢ່າພະຍາຍາມບໍ່ຮັບຮູ້ ຫຼືເຮັດຄືບໍ່ມີຫຍັງເກີດຂຶ້ນ ອາດຈະສະແດງອອກແດ່ວ່າເຈົ້າຮູ້ທຸກຢ່າງ ແຕ່ຫ້າມໄປໂວຍວາຍຈົນເກີນໄປ
  4. ຢ່າໄປກ່າວຫາໂດຍບໍ່ມີຫຼັກຖານວ່າເຂົາກໍາລັງນອກໃຈເຈົ້າ ຜູ້ຊາຍປະເພດນີ້ຈະເອົາຕົວຫຼອດໄດ້ທຸກສະຖານະການ ຖ້າບໍ່ມີຫຼັກຖານມັດຕົວໄວ້
  5. ຢ່າໄປວຸ່ນວາຍກັບມືທີ່ສາມ ຖ້າເຮັດແບບນີ້ອາດຈະເຮັດໃຫ້ເຂົາ ຫຼືຄົນອື່ນເບິ່ງເຮົາເປັນຄົນທີ່ບໍ່ດີເລີຍກໍໄດ້

ສະນັ້ນ ໃຫ້ໃຊ້ສະຕິ ຢູ່ແບບງາມໆເລີດໆເຊີດໆໄປເລີຍ ເພາະຄົນທີ່ຮູ້ທຸກຢ່າງແລ້ວບໍ່ເວົ້າຈະເປັນຄົນສະຫຼາດກວ່າ ໃຫ້ຖ້າເບິ່ງສະຖານະການ ແລະ ເຮົາຈະຕາມເກມເຂົາທັນງ່າຍທີ່ສຸດ  ແລ້ວຖ້າມື້ທີ່ຈະຕັດສິນໃຈ ເມື່ອຫຼັກຖານທຸກຢ່າງພ້ອມ!

ແບ່ງປັນ