Breaking News

ຄິດເຫັນແນວໃດ??? ມອບກະຕ່າຂອງຂວັນປີໃໝ່ຫວັງເປັນສິລິມຸງຄຸນ ແຕ່ເຄື່ອງໃນກະຕ່າເສຍຄູນ (ໝົດອາຍຸ)

ແບ່ງປັນ

ເທສະການແຫ່ງການສົ່ງທ້າຍປີເກົ່າ 2019 ຕ້ອນຮັບປີໃໝ່ 2020 ໃນໄລຍະຜ່ານມານັ້ນ ກໍເປັນອີກເທສະການໜຶ່ງທີ່ຄົນລາວເຮົາ ກໍຄືທົ່ວໂລກໃຫ້ຄວາມສໍາຄັນ ບໍ່ຈະເປັນການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ເພື່ອສົ່ງທ້າຍຄວາມທຸກໂສກທັງຫຼາຍໃຫ້ໝົດໄປກັບປີເກົ່າ ແລະ ສະເຫຼີມສະຫຼອງເພື່ອຕ້ອນຮັບເອົາໂຊກເອົາໄຊໃນປີໃໝ່ ແລະ ອີກສິ່ງໜຶ່ງທີ່ຂາດບໍ່ໄດ້ ນັ້ນກໍຄືການມອບຂອງຂວັນອວຍພອນປີໃໝ່ ໃຫ້ແກ່ຜູ້ທີ່ເຄົາລົບນັບຖື ບໍ່ວ່າຈະເປັນພໍ່ແມ່, ປູ່ຍ່າ, ອາອາວ ລວມທັງຄົນຮັກແພງເປັນຕົ້ນ. ເຊິ່ງຂອງຂວັນທີ່ຊອກໄດ້ງ່າຍກໍຄື ກະຕ່າຂອງຂວັນ ທີ່ມີວາງຂາຍຕາມຫ້າງຮ້ານ ແລະ ແຄມທາງຢ່າງຫຼວງຫຼາຍ… ຜູ້ມອບສາມາດຊອກໄດ້ບໍ່ຍາກເລີຍ; ແຕ່ບາງຄັ້ງກໍເປັນບັນຫາ ແລະ ຍາກໃຈສໍາລັບຜູ້ຮັບ ເພາະບາງຄັ້ງໄດ້ເຄື່ອງຂອງທີ່ໝົດອາຍຸ ຄືດັ່ງຄົນໃກ້ຕົວແອັດມິ້ນເອງ ທີ່ໄດ້ຮັບກະຕ່າຂອງຂວັນປີໃໝ່ມາ ແຕ່ມາເບິ່ງຄັກໆແລ້ວ ເຄື່ອງທີ່ຢູ່ໃນກະຕ່າແມ່ນໝົດອາຍຸໄປດົນແລ້ວ ແລະ ບໍ່ແມ່ນແຕ່ອັນໃດອັນໜຶ່ງ ແຕ່ໝົດອາຍຸທູກຢ່າງທີ່ມີໃນກະຕ່າ ແລະ ຍັງບໍ່ພໍເທົ່ານັ້ນຄື ບໍ່ແມ່ນແຕ່ກະຕ່າດຽວ ແກະໄປຮອດ 2-3 ກະຕ່າ ກະຍັງມີເຄື່ອງໝົດອາຍຸຢູ່. ເຊິ່ງເປັນເລື່ອງທີ່ບໍ່ແມ່ນຄວາມບັງເອີນ ແຕ່ເປັນຄວາມຕັ້ງໃຈຂອງຜູ້ຂາຍເອງ.

ເມື່ອເກີດມີແບບນີ້ແລ້ວ ແອັດມິ້ນ ກໍບໍ່ຮູ້ຈະເວົ້າຫຍັງຫຼາຍ ໄດ້ແຕ່ອອກມາເຕືອນສັງຄົມທັງຜູ້ຂາຍ-ຜູ້ຊື້; ຜູ້ມອບ-ຜູ້ຮັບ ຂໍໃຫ້ມີສະຕິນໍາກັນ ເພາະແທນທີ່ຈະເປັນຂອງຂວັນອັນສິລິມຸງຄຸນ ແຕ່ຊິກາຍເປັນໄດ້ຂອງຂວັນທີ່ເສຍຄູນແທນເດີ້!!! (ໝາຍເຫດ: ບໍ່ໄດ້ມີເຈຕະນາປະຈານຝ່າຍໃດຝ່າຍໜຶ່ງ ແຕ່ເຫດການນີ້ເກີດຂຶ້ນກັບຄົນໃກ້ຕົວຈຶ່ງເອົາມາເຕືອນຫຼາຍຄົນ)

ຂອບໃຈທີ່ມາ ແລະ ຮູບພາບ

ແບ່ງປັນ