Breaking News

ສາວໆຄວນອ່ານ!!! ອອມເງິນແນວໃດ? ໃຫ້ໄດ້ລົດເປັນຂອງຕົນເອງ…

ແບ່ງປັນ

“ຢາກມີລົດເປັນຂອງຕົນເອງ” ເຊື່ອວ່າຫຼາຍໆຄົນເຄຍມີຄວາມຄິດນີ້ຂຶ້ນມາໃນໃຈຢູ່ແລ້ວ ແນ່ນອນວ່າມັນບໍ່ແມ່ນເລື່ອງທີ່ງ່າຍເລີຍ ດ້ວຍລາຄາຄ່າງວດຂອງລົດ ແລະ ພາລະໜ້າທີ່ ທີ່ຕ້ອງຮັບຜິດຊອບ ການອອມເງິນຈື່ງເປັນປັດໄຈທີ່ສໍາຄັນເພື່ອຊື້ລົດ

ແຕ່ຈະອອມເງິນແນວໃດເພື່ອໃຫ້ໄດ້ມາຊື້ລົດທີ່ຕົນເອງຕ້ອງການ!!!  ຂວັນໃຈ ຈະມາແນະນໍາສິ່ງທີ່ຄວນຮູ້ ລວມໄປເຖິງວິທີການອອມເງິນທີ່ມີປະສິດທິພາບທີ່ສຸດ ເພື່ອໃຫ້ໄດ້ລົດເຂົ້າມາເຕີມເຕັມຊີວິດຂອງເຮົາ

ລົດທີ່ເປັນເປົ້າໝາຍໃນການອອມເງິນ

ສິ່ງທີ່ຕ້ອງສົນໃຈກ່ອນເລີ່ມຕົ້ນອອມເງິນຄື ເປົ້າໝາຍໃນການອອມເງິນນັ້ນເປັນແບບໃດ ໄລຍະສັ້ນ ຫຼືໄລຍະຍາວ ຕ້ອງເກັບເງິນກ້ອນໃຫຍ່ ຫຼືກ້ອນນ້ອຍ ເຊິ່ງສາມາດພິຈາລະນາໄດ້ຈາກປັດໄຈຕ່າງໆ ດັ່ງນີ້:

ລົດທີ່ຢາກໄດ້ ເປັນລົດແບບໃດ? ລາຄາເທົ່າໃດ?
ການພິຈາລະນາລົດທີ່ຢາກໄດ້ຄວນເບິ່ງຈາກການໃຊ້ງານຂອງລົດເປັນຫຼັກ ເມື່ອຊື້ລົດຄັນດັ່ງກ່າວມາແລ້ວຈະໃຊ້ເຮັດຫຍັງ ແລະ ຕໍ່ຍອດໄປດ້ານໃດ ຄຸ້ມຄ່າໜ້ອຍ-ຫຼາຍຊໍ່າໃດ ຮອງລົງມາຄືຄວາມມັກໃນລົດຄັນນັ້ນໆ ເພາເປັນລົດທີ່ຖືກໃຈຈະເຮັດໃຫ້ເຮົາສາມາດໃຊ້ງານລົດຄັນນັ້ນໆໄດ້ຫຼາຍຂຶ້ນ ແລະ ສະດວກໃຈຫຼາຍຂຶ້ນ

ເລືອກການຊໍາລະແບບໃດ

  • ຊື້ສົດ – ຈ່າຍເປັນເງິນກ້ອນໃຫຍ່ກ້ອນດຽວອາດເປັນຫຼັກຮ້ອຍລ້ານ ຫຼືຕາມແຕ່ລົດທີ່ຢາກໄດ້ ແລກກັບການຫຼຸດພາລະໃນການຈ່າຍເງິນໄລຍະຍາວ
  • ຜ່ອນ – ຈ່າຍເງິນເປັນກ້ອນນ້ອຍໆ ໃນແຕ່ລະເດືອນຕາມທີ່ມີການຕົກລົງກັນໄວ້ຈາກການຊື້ຂາຍ ວ່າແຕ່ລະງວດຈະຈ່າຍເງິນເທົ່າໃດເພື່ອຜ່ອນລົດຄັນດັ່ງກ່າວ ອາດມີດອກເບ້ຍເພີ່ມເຕີມຕາມມາເລັກນ້ອຍ ແລກກັບການບໍ່ໄດ້ຈ່າຍເງິນກ້ອນໃຫຍ່ເທື່ອດຽວ

 

ອອມເງິນແນວໃດ

  • ເມື່ອຮູ້ແລ້ວວ່າຕ້ອງການລົດແບບໃດ ຂັ້ນຕອນຕໍ່ໄປກໍມາຮອດປະເດັນທີ່ວ່າ ຕ້ອງອອມເງິນແນວໃດຈຶ່ງຈະໄດ້ລົດຄັນທີ່ຢາກໄດ້
  1. ອອມເທົ່າເງິນຜ່ອນຈ່າຍຄ່າລົດ
    ເມື່ອຮູ້ເປົ້າໝາຍທີ່ຢາກໄດ້ ແລະ ຮູ້ວິທີຊໍາລະເງິນແລ້ວ ສິ່ງທີ່ຕ້ອງເຮັດລ່ວງໜ້າຄືຄໍານວນວ່າການຊື້ລົດຄັນດັ່ງກ່າວ ຈະຕ້ອງຈ່າຍເງິນເທົ່າໃດ ໃນໄລຍະເວລາຈັກເດືອນ ຈຶ່ງຈະຄົບກຳນົດການຜ່ອນຊໍາລະ
    ຖ້າອອມເງິນແລ້ວຮູ້ສຶກວ່າຕົນເອງຍັງມີສະພາບທີ່ຄ່ອງຢູ່  ສະແດງວ່າເຈົ້າມີຄວາມສາມາດພຽງພໍຈະຊື້ລົດໄດ້ແລ້ວ ຂໍພຽງແຕ່ມີຄວາມຕັ້ງໃນການເກັບອອມ ແລະ ບໍລິຫານຈັດການເງິນຫຼາຍຂຶ້ນກໍສາມາດມີລົດເປັນຂອງຕົນເອງໄດ້ແບບບໍ່ຍາກ
  2. ວາງແຜນການໃຊ້ຈ່າຍຢ່າງເປັນລະບົບ

ການວາງແຜນການໃຊ້ຈ່າຍເພື່ອອມເງິນໃນປັດຈຸບັນສາມາດເຮັດໄດ້ຢ່າງງ່າຍດາຍຫຼາຍຂຶ້ນ ທັງການຈົດລົງບັນຊີ, ບັນທຶກໃສ່ຄອມພິວເຕີ… ເພື່ອວາງແຜນການໃຊ້ຈ່າຍ
ການວາງແຜນການໃຊ້ຈ່າຍຈະເຮັດໃຫ້ຮູິ້ທັນທີວ່າຕອນທີ່ເຈົ້າໄດ້ເງິນມາໃນແຕ່ລະເດືອນນັ້ນ ມີສິ່ງຈໍາເປັນຫຍັງທີ່ຕ້ອງຈ່າຍກ່ອນ ຈ່າຍທີຫຼັງ ພຽງບັນທຶກການໃຊ້ຈ່າຍ ແລະ ມຮການຄິດຖີ່ຖ້ວນກ່ອນຈ່າຍເງິນ ເທົ່ານີ້ກໍສາມາດອອມເງິນໄດ້ຢ່າງມີປະສິດທິພາບແລ້ວ

  1. ຍອມແລກຄວາມສຸກໄລຍະສັ້ນເພື່ອເປົ້າໝາຍ

ບໍ່ມີສິ່ງໃດໄດ້ມາແບບຟຣີໆ ທຸກຢ່າງຕ້ອງມີການແລກປ່ຽນສະເໝີ

  1. ຝາກປະຈໍາ/ລົງທຶນໃຫ້ເງິນອອກງອກ

ການເກັບອອມເປັນສິ່ງທີ່ດີ ແຕ່ຈະດີຍິ່ງໄປກວ່າຫາກສາມາດປ່ຽນແປງເງິນອອມນັ້ນໃຫ້ກາຍເປັນການລົງທຶນ ຕໍ່ຍອດເງິນໃຫ້ງອກເງີຍຂຶ້ນ. ຖ້າຫາກຕ້ອງການເກັບເງິນໄລຍະຍາວ ຄວນມີການພິຈາລະນາວ່າເຈົ້າມີເງິນເກັບໃນບັນຊີເທົ່າໃດ ຫາກຝາກປະຈໍາ ຫຼືຝາກແບບພິເສດອາດຈະໄດ້ດອກເບ້ຍດີກວ່າ ເພາະວ່າຕັ້ງເປົ້າໃນການອອມແບບໄລຍະຍາວ

ການອອມເງິນກ້ອນໃຫຍ່ ເພື່ອຊື້ລົດອາດຈະບໍ່ແມ່ນເລື່ອງງ່າຍສໍາຫຼັບຄົນຫາເຊົ້າກິນຄໍ່າ ແຕ່ກໍບໍ່ແມ່ນວ່າຈະເປັນໄປບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແລະ ພະຍາຍາມ ສຸດທ້າຍຜົນຂອງການຕັ້ງໃຈນັ້ນກໍຈະງອກເງີຍອອກມາເອງ

ແບ່ງປັນ