Breaking News

10 ປະເທດ! ທີ່ນ່າທ່ອງທ່ຽວທີ່ສຸດໃນປີ 2020….ໃຜມີແຜນຈະໄປທ່ຽວປະເທດໃດແດ່ແລ້ວ?

ແບ່ງປັນ

ໃນປີ 2020 ນີ້ ບໍ່ຮູ້ວ່າມີໃຜໄດ້ວາງແຜນໄປທ່ຽວ ພັກຜ່ອນຢູ່ໃສແດ່  ມື້ນີ້ຂວັນໃຈຊິພາມາສ່ອງເບິ່ງ 10 ປະເທດທີ່ນ່າທ່ອງທ່ຽວ ທີ່ດີທີ່ສຸດໃນໂລກ ທີ່ຈັດໂດຍ  Lonely Planet Website ທ່ອງທ່ຽວຊື່ດັງຂອງໂລກ!!!  ເຮົານໍາມາເບິ່ງກັນເລີຍວ່າ 10 ແຫຼ່ງນັ້ນມີຫຍັງແດ່ ຮັບຮອງວ່າການທ່ອງທ່ຽວໃນປີນີ້ເຈົ້າຕ້ອງໄດ້ປະສົບການໃຫມ່ຢ່າງແນ່ນອນ

1. ປະເທດບູຖານ (Bhutan)

ບູຖານເປັນປະເທດທີ່ນ້ອຍຢູ່ໃກ້ບໍລິເວນເຂົາຫິມະໄລ ທີ່ມີລະບົບຈໍາກັດຈໍານວນນັກທ່ອງທ່ຽວຢ່າງເຂັ້ມງວດ ເພາະວ່າຢ້ານຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງປະເທດ ບໍ່ແມ່ນປະເທດທີ່ມາຈະໄປທ່ຽວເບິ່ງໄຟແສງສີ ຫຼືຄວາມສະນຸກຕື່ນເຕັ້ນທົ່ວໄປຄືກັບປະເທດອື່ນ ແຕ່ເປັນການທ່ອງທ່ຽວທີ່ຈະປ່ຽນປະສບການທາງຈິດວິນຍານຂອງເຮົາໄປຕະຫຼອດການ ມີວິຖີແບບຄົນຖືສາສະໜາພຸດ ລວມໄປເຖິງການເຄົາລົບຕໍ່ທໍາມະຊາດ ທາງປະເທດຍັງຕັ້ງເປົ້າໝາຍໄວ້ວ່າ ຈະເປັນປະເທດທໍ່ອິດທີ່ທຸກຢ່າງຈະຕ້ອງເປັນອໍແກນນິກພາຍໃນປີ 2020

ภูฏาณ ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

2. ປະເທດອັງກິດ  England

ເປັນອີກໜື່ງປະເທດທີ່ມີຄວາມປອດໄພສູງ ນັກທ່ອງທ່ຽວມັກພາກັນມາຍ່າງຫຼີ້ນຢູ່ແຄມແມ່ນໍ້າ ພ້ອມກັບຊອກຫາຮ້ານອາຫານແບບ fish and chips ນັ່ງຫຼີ້ນ ຕອນນີ້ເຂົາກຳລັງນິຍົມກັນຂັບລົດຫຼີ້ນຕາມແຄມທະເລ ເຊິ່ງໃນປີ 2020 ນີ້ກໍຈະມການເປີດເສັ້ນທາງໃຫມ່  England Coast Path ແລະ ເປັນເສັ້ນທາງຂອງການທ່ອງທ່ຽວໃຫມ່ຂອງປະເທດ ສໍາຫຼັບໃຜທີ່ມັກ Road Trip

อังกฤษ ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

3. ມາຊີໂດເນຍເຫນືອ (North Macedonia)

ເປັນປະເທດນ້ອຍໆ ທີ່ຢູ່ໃນແຖບມະຫາສະໝຸດບອລຂ່ານ ເຊິ່ງປັດຈຸບັນກາຍມາເປັນແຫຼ້ງທ່ອງທ່ຽວທີ່ມີຊື່ສຽງດ້ານທໍາມະຊາດ ແລະ ວັດທະນະທໍາຂອງປະເທດ ທີ່ມີເສັ້ນທາງຍ່າງສຶກສາເບິ່ງທໍາມະຊາດ High Scardus Trail ທີ່ມີຄວາມຍາວປະມານ 495 ກມ ຍາວໄປຕາມແນວທາງຂອງພູເຂົາ ເວົ້າໄດ້ວ່າດຶງດູດນັກທ່ອງທ່ຽວທີ່ມັກພະຈົນໄພໃຫ້ເຂົ້າມາໄດ້ເປັນຢ່າງດີ

มาซิโดเนียเหนือ ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

4. ອາຣູບາ (Aruba)

ເປັນເກາະທີ່ມີຂະໜາດນ້ອຍໃນທະເລ ແຄຣິບບຽນ ມີຄວາມຍາວ 32 ກມ ສະຖານທີ່ນີ້ໄດ້ຮັບນາມສົມມຸດໃຫ້ເປັນ Sunrise City ນອກຈາກທິວທັດຂອງທະເລຈະງາມແລ້ວ ທັງເມືອງຍັງເຕັມໄປດ້ວຍສີສັນຂອງອາຄານຕ່າງໆ ທີ່ແຕ່ງແຕ້ມດ້ວຍງານສິລະປະຂອງສິນລະປິນທັງພາຍໃນ ແລະ ຕ່າງປະເທດ ທີ່ນີ້ຍັງເປັນປະເທດທີ່ລົນນາລົງໃຫ້ເກາະປາສະຈາກພລາສຕິກ ແລະ ຫ້າມໃຊ້ຄຣີມກັນແດດທີ່ມີສານເຄມີທໍາລາຍປະກາຣັງທັງໝົດໃນປີ 2020

อารูบา ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

5. ເອສວາຕິນີ (eSwatini)

ເອສວາຕິນີ ຊື່ນີ້ຫຼາຍຄົນອາດຈະຍັງບໍ່ໄດ້ຍິນ ແຕ່ຄໍາວ່າ ສະວາຊີແລນ ອາດຈະໄດ້ຍິນມາກ່ອນ ສະຖານທີ່ນີ້ບໍ່ທາງອອກສູ່ທະເລ ແຕ່ກໍເປັນອານາຈັກທີ່ເຕັມໄປດ້ວຍແຫຼ່ງທ່ອງທ່ຽວທໍາມະຊາດ ເອສວາຕິນີ ຫາກໍເປີດສະໜາມບິນເພີ່ມ ເຊິ່ງເຮັດໃຫ້ໃນປີ 2020 ນ່າຈະມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫຼາຍຂຶ້ນ

เอสวาตินี ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

6.ຄອສຕາຣິກາ (Costa Rica)

ຄອສຕາຣິກາ ກຳລັງເປັນປະເທດທີ່ເນັ້ນໜັກເລື່ອງການທ່ອງທ່ຽວ ທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ໂດຍມີຈຸດເດັ່ນຫຼາຍດ້ານ ມີສັດປ່າຫຼາຍ ລວມໄປເຖິງມີກິດຈະກຳກ່ຽວກັບການພະຈົນໄພທີ່ຫາຈາກໃສບໍ່ໄດ້

คอสตาริกา ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

7. ເນເທີແລນ (The Netherlands)

ຫຼັງຈາກເປັນເອກະລາດມາ 75 ປີຫຼັງຈາກສົງຄາມໂລກຄັ້ງທີ 2 ເນເທີແລນ ກໍກຽມຈະຈັດງານສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ທົ່ວປະເທດ ຕັ້ງແຕ່ເມືອງໃຫຍ່ ອໍາສະເຕີດໍາ ຈົນໄປຮອດເມືອງຕ່າງໆທີ່ເດີນທາງໄປງ່າຍ ຜ່ານລະບົບໄຟຟ້າທີ່ມີຢູ່ທົ່ວປະເທດ ງານຈະຈັດຢູ່ໃນຊ່ວງເດືອນ ເມສາ – ພຶດສະພາ ໃຜທີ່ຢາກໄປທ່ຽວຫຼີ້ນກໍສາມາດໄປໄດ້ຊ່ວງນີ້ ເຮົາຍັງສາມາດໄປປັ່ນລົດຖິບຢຸູ່ນອກເມືອງ ບ່ອນນີ້ເປັນເຂດຂຶ້ນຊື່ເລື່ອງເປັນມິດຕໍ່ນັກປັ່ນລົດຖີບ ມີເສັ້ນທາງຮອງຮັບຢ່າງເຕັມທີ່

เนเธอร์แลนด์ ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

8. ໄລບີເຣີຍ (Liberia)

ໄລບີເຣີຍ ດ້ວຍຄວາມທີ່ເປັນປະເທດນ້ອຍ ຫຼາຍຄົນຢູ່ໃນໂລກບໍ່ຮູ້ຈັກ ຈື່ງເຮັດໃຫ້ຄົນຈໍານວນໜ້ອຍຮູ້ຈັກແຫຼ່ງທ່ອງທ່ຽວທໍາມະຊາດທີ່ນ່າຕື່ນຕາຕື່ນໃຈແບບນີ້  ໂດຍສະເພາະຫາດຊາຍຕ່າງໆ ທີ່ມີຄົນເວົ້າວ່າເປັນສະຫວັນຂອງນັກໂຕ້ຄື່ນ  ນອກຈາກນີ້ຍັງມີບ່ອນທ່ອງທ່ຽວແບບປ່າດົງດິບ ເຊິ່ງເປັນປ່າທີ່ມີຄວມອຸດົມສົມບູນ ແລະ ໃຫຍ່ເປັນອັນດັບ 2 ຂອງ ແຖບອາຟຣິກາຕາເວັນຕົກ

ไลบีเรีย ประเทศน่าเที่ยว ที่ดีที่สุดในโลก ประจำปี 202

9. ໂມຣ໊ອກໂຄ (Morocco)

ໂມຣ໊ອກໂຄ ເປັນດິນແດນທີ່ມີຄວາມຫຼາກຫຼາຍທາງດ້ານພູມມີປະເທດ ຕັ້ງແຕ່ທະເລຊາຍແຫ້ງແລ້ງ ແລະ ເປັນພູເຂົາທີ່ສູງ ຕອນນີ້ການເດີນທາງໄປປະເທດນີ້ມີຄວາສະດວກຫຼາຍຂຶ້ນ  ເພາະວ່າລົດໄຟມີຄວາມໄວຂຶ້ນ ເຊື່ອມຕໍ່ກັບທຸກເມືອງຂອງພາກເໜືອ ແລະ ຕາມແຄມຝັ່ງທະເລ ແລະ ເສັ້ນທາງຕ່າງໆ ນັກທ່ອງທ່ຽວທີ່ມັກການພະຈົນໄພຕ້ອງຫຼົງຮັກທີ່ນີ່ແນ່ນອນ

โมร็อคโค ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

10. ອຸຣຸກໄກວ (Uruguay)

ອຸຣຸກໄກວ ໃນປີ 2020 ເປັນອີກໜື່ງປະເທດທີ່ເຈົ້າຄວນຕັ້ງເປົ້າໝາຍໄປໃຫ້ໄດ້ ເຖິງວ່າຈະເປັນປະເທດທີ່ນ້ອຍ ແຕ່ກໍມີສິ່ງທີ່ນ່າຄົ້ນຫາຢູ່ຫຼາຍຢ່າງ ເປັນດິນແດນທີ່ມີຄວາມເສລີຫຼາຍດ້ານ ທັງເລື່ອງສິດທິຂອງ LGBTQ+, ກົດໝາຍເລື່ອງກັນຊາເສລີ, ເປັນປະເທດທີ່ເປັນຜູ້ນໍາດ້ານພະລັງງານຄວາມສະອາດ… ໂດຍແຫຼ່ງທ່ອງທ່ຽວທີ່ເດັ່ນທີ່ສຸດຂອງບ່ອນນີ້ແມ່ນ ແຄມຝັ່ງທະເລທີ່ມີຄວາມຍາວ 660 ກມ

อุรุกวัย ประเทศน่าเที่ยว ที่ดีที่สุดในโลก ประจำปี 2020

ຂອບໃຈຮູບພາບ ແລະ ແຫຼ່ງຂໍ້ມູນ: True ID

ແບ່ງປັນ