Breaking News

ຊົມເຊີຍ!! ນາງງາມໃຈບຸນ ເມ ວິຈິດຕາ Miss Universe Laos 2019 ຢ້ຽມຢາມຜູ້ປ່ວຍເຂົ້າຮັບການຮັກສາທີ່ຖືກແຜຈາກໄຟໄໝ້…

ແບ່ງປັນ

ເມ ວິຈິດຕາ ພອນວິໄລ Miss  Universe Laos 2019 ຖືວ່າເປັນອີກໜື່ງສາວງາມທີ່ມີຄວາມສາມາດຫຼາຍດ້ານ ເຊິ່ງຜ່ານມາ ເມ ວິຈິດຕາ ໄດ້ຜ່ານເວທີປະກວດລະດັບປະເທດຈົນສາມາດຄວ້າເອົາຕໍາແຫນ່ງ Miss Universe Laos 2019  ໄປຄອງ!!!   ແລະ ຍັງເປັນຕົວແທນນາງງາມລາວໄປປະກວດເວທີລະດັບໂລກ ຄືເວທີ Miss Universe 2019 ຢູ່ທີ່ປະເທດ ສະຫະລັດອາເມຣິກາ ໃນທ້າຍປີທີ່ຜ່ານມາ ເຊິ່ງກໍໄດ້ຮັບແຮງເຊຍຈາກຄົນລາວທັງປະເທດຫຼາຍພໍສົມຄວນ… ສາວເມ ເປັນອີກຄົນທີ່ຄົບເຄື່ອງທັງໜ້າຕາ ແລະ ຄວາມສາມາດອີຫຼີ…  ຫຼັງຈາກປະກວດສໍາເລັດລົງ ເມ ແຕ່ເມກໍຍັງສືບຕໍ່ຊ່ວຍເຫຼືອສັງຄົມຫຼາຍຢ່າງຜ່ານມາ  ເຊິ່ງຫຼ້າສຸດບໍ່ດົນມານີ້ ເມ ວິຈິດຕາ ພອນວິໄລ  ໄດ້ໄປຢ້ຽມຢາມຄົນເຈັບທີ່ເຂົ້າຮັບການຮັກສາທີ່ຖືກໄຟໄໝ້ ນໍ້າຮ້ອນລວກ,  ຢູ່ທີ່ ໂຮງໝໍ ມະໂຫສົດ ໃນວັນທີ 18 ກຸມພາ 2020 ທີ່ຜ່ານມາ  ໂດຍໂພສຜ່ານເຟສບຸກສ່ວນຕົວວ່າ…“ເມໄດ້ໄປຢ້ຽມຢາມຄົນເຈັບທີ່ເຂົ້າຮັບການຮັກສາທີ່ຖືກໄຟໄໝ້ ນໍ້າຮ້ອນລວກ ຢູ່ທີ່ ໂຮງໝໍ ມະໂຫສົດ.
ເມເຊື່ອວ່າກຳລັງໃຈຄືພະລັງທີ່ຍິ່ງໃຫຍ່ ເມເຊື່ອວ່າທຸກຄົນຕ້ອງການກຳລັງໃຈ ເມດີໃຈທີ່ໂຕເມເອງສາມາດເປັນກຳລັງໃຈທີ່ດີໃຫ້ຄົນອື່ນໄດ້” …

 

ในภาพอาจจะมี 1 คน, กำลังยืน

ในภาพอาจจะมี 1 คน, กำลังยิ้ม, กำลังยืน

ຂວັນໃຈ ຂໍຊົມເຊີຍ!!! ເມ ວິຈິດຕາ ພອນວິໄລ Miss  Universe Laos 2019  ຖືວ່າເປັນອີກໜື່ງສາວ ທີ່ງາມຈາກພາຍໃນອອກສູ່ ພາຍນອກ ອີກຄົນ!

ຂອບໃຈຮູບພາບຈາກເຟສບຸກ: Vichitta Phonevilay

ແບ່ງປັນ