Breaking News

ໄຮໂຊສາວ ເມເມ ສະຫວັນ Share ປະສົບການຕົວຈິງ ໃກ້ຊິດກໍລະນີຄົນຕິດເຊື້ອ COVID-19 …

ແບ່ງປັນ

ປັດຈຸບັນ ໃນ ສປປ ລາວ ເຮົາມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈໍານວນ 6 ຄົນແລ້ວ ເຊິ່ງຈໍານວນຜູ້ຕິດເຊື້ອດັ່ງກ່າວແມ່ນໄດ້ຮັບການຮັກສາຕົວຢູ່ໂຮງໝໍ…  ເມື່ອລາວເຮົາເລີ່ມມີຜູ້ຕິດເຊື້ອສິ່ງທີ່ນ່າເປັນຫ່ວງໄປກວ່ານັ້ນກໍຄືຄົນທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອໃນໄລຍະເວລາ 14 ວັນ  ທີ່ມີຄວາມສ່ຽງ  ຄົນທີ່ຢູ່ໃກ້ຕົວກໍບໍ່ໄດ້ຖືເບົາ ຮີບພາກັນກັກຕົວເອງ ແລະ ບາງກຸ່ມກໍໄດ້ເຂົ້າໄປກວດຜົນຢູ່ໂຮງໝໍ… ເຊິ່ງມື້ນີ້ຂວັນໃຈມີກໍລະນີຕົວຢ່າງອີກໜື່ງທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອCOVID-19 ມາໃຫ້ທຸກຄົນເບິ່ງນັ້ນກໍຄື  ສາວ ເມເມ ສະຫວັນ ໄຮໂຊຊື່ດັງ ຈາກແຂວງສະຫວັນນະເຂດ ທີ່ໄດ້ມາ Live ເລົ່າເຖິງປະສົບການຕົວເອງຜ່ານເຟສບຸກສ່ວນຕົວ ທີ່ໄດ້ໃກ້ຊິດກັບກໍລະນີຜູ້ຕິດເຊຶ້ອໂຄວິດ  ເຊິ່ງໄດ້ເຜີຍວ່າ ຜູ້ຕິດເຊື້ອທີ່ຊື່ ທ້າວ ເຈມບອນ ກໍລະນີທີ 3 ໄດ້ໄປເມືອງນອກກັບຕົນເອງມາ ແລະ ຮູ້ຈັກກັບ ທ້າວ ສິລິສັກ ເຊິ່ງເປັນພະນັກງານໂຮງແຮມ ຄຣາວພາຊາ ກໍລະນີທີ 2 …

ລາຍລະອຽດຕາມຄລິບວີດີໂອ 1-2 ດ້ານລຸ່ມ…

ຂ້າພະເຈົ້າສິມາເລົ່າປະສົບການຈີງເພາະໂຄວິດ covid-19 ມັນໃກ້ໂຕທຸກຄົນແທ້ໆ ແລະ ເລື່ອງໄປກວດຢູ່ທີ່ໂຮງຫມໍມິດຕະພາບ 150ຕຽງ ແລະໂຮງຫມໍ103ຝາກກົດໄລລ໌ກົດແຊຮ໌ແດ່ເດີ

Posted by Maymay Savan on Thursday, March 26, 2020

ຂ້າພະເຈົ້າສິມາເລົ່າປະສົບການຈີງເພາະໂຄວິດ covid-19 ມັນໃກ້ໂຕທຸກຄົນແທ້ໆ ແລະ ເລື່ອງໄປກວດຢູ່ທີ່ໂຮງຫມໍມິດຕະພາບ 150ຕຽງ ແລະໂຮງຫມໍ103ຝາກກົດໄລລ໌ກົດແຊຮ໌ແດ່ເດີ

Posted by Maymay Savan on Thursday, March 26, 2020

ในภาพอาจจะมี 1 คน

ในภาพอาจจะมี 1 คน, กำลังยิ้ม

ในภาพอาจจะมี 1 คน

ในภาพอาจจะมี 1 คน, กำลังยืน และ สถานที่กลางแจ้ง

ເຖິງແນວໃດກໍຕາມ ຂວັນໃຈ ຂໍໃຫ້ທຸກຄົນຈົ່ງມີສະຕິນໍາກັນ ຖ້າໃຜທີ່ຮູ້ຕົວວ່າຢູ່ໃກ້ຕົວກຸ່ມສ່ຽງໃຫ້ຮີບຮັບຜິດຊອບຕົນເອງກໍຄືຮັບຜິດຊອບຕໍ່ສັງຄົມ ຕາມຄໍາແນະນໍາຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ…

ແລະ ເຊື່ອວ່າປະເທດລາວເຮົາຈະຜ່ານວິກິດຄັ້ງນີ້ໄປໄດ້ແນ່ນອນ!

#Covid-19

ຂອບໃຈຮູບພາບແລະຄລິບວີດີໂອຈາກ Maymay Savan

ແບ່ງປັນ