Breaking News

ປະຕິບັດແທ້! ເຈົ້າໜ້າທີ່ລົງສຶກສາອົບຮົມ ບັນດາຮ້ານທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ…

ແບ່ງປັນ

ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down  ໃນຄືນວັນທີ 06 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ພົບເຫັນບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຈໍານວນໜື່ງໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການເປັນຈໍານວນຫຼາຍ ເກີນ 10 ຄົນຂຶ້ນໄປ ແລະ ບໍ່ມີການຮັກສາໄລຍະຫ່າງ 1 ແມັດ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020.

ຕໍ່ກັບບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ດັ່ງກ່າວທາງເຈົ້າໜ້າທີ່ກໍ່ໄດ້ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານເຂົ້າໃຈກ່ຽວກັບການເປີດຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີມີປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.

 

ແບ່ງປັນ