Breaking News

​ຊົມ​ເຊີຍ!! “ບາ​ບີ້ ປິຍະມາດ Miss international Laos 2018” ສຳເລັດໄປອີກຫນຶ່ງເປົ້າຫມາຍກ່ອນອາຍຸ 30 ປີ ກັບລົດໃຫມ່ຄັນງາມ…

ແບ່ງປັນ

ບາບີ້ ປິຍະມາດ ພູນປະເສີດ “Miss international Laos 2018”  ແລະ ຍັງເປັນດາລາ-ນັກຮ້ອງ-ນັກສະແດງ-ຄົນດັງວົງການບັນເທິງລາວ ທີ່ມີຜົນງານຫຼາກຫຼາຍອີກຄົນໜື່ງບໍ່ວ່າຈະເປັນຜົນງານເພງ  ຄາໃຈ, ລືມບໍ່ໄດ້  … ຮູບເງົາເລື່ອງ  ຄິດຮອດທຸກປີ ທີ່ໄດ້ຮ່ວມງານກັບພະເອກແຖວໜ້າຂອງເມືອງໄທ ຢ່າງ ຊາຄິດ ແຍ້ມນາ…   ພ້ອມກັນນັ້ນຍັງມີຜົນງານການເດີນແບບ-ຖ່າຍແບບ ແລະ ຜົນງານອື່ນໆອີກຫຼາກຫຼາຍ… ຫຼ້າສຸດ ສາວ ບາບີ້ ໄດ້ໂພສຜ່ານເພສບຸກສ່ວນຕົວວ່າ: “ໂພສປະໄວ້ເບິ່ງ..ວ່າຄັ້ງຫນຶ່ງເຮົາພາຍະຍາມໄດ້ເທົ່າໃດ..
ຂໍຂອບໃຈທຸກໆໂອກາດທີ່ມອບໃຫ້ຜູ້ຍິງໂຕນ້ອຍໆແຕ່ຂາຍາວໆຄົນນີ້ ແລະ ຂໍຂອບໃຈພໍ່ແມ່ທີ່ຊ່ວຍບອກ, ຊ່ວຍສອນ, ຊ່ວຍເຕືອນສະຕິມາໂດຍຕະຫຼອດ…
ທີ່ສຳຄັນຂອບໃຈອີກຄັ້ງກັບພໍ່ ແລະ ແມ່….
ທີ່ພາມາຖ່າຍຮູບຈັບປ້າຍລະກະກັບ ຮືມມມ? ບໍ່ແມ່ນລະ 555+

ສຳເລັດໄປອີກຫນຶ່ງເປົ້າຫມາຍກ່ອນອາຍຸ 30ປີ”

ในภาพอาจจะมี รถยนต์

ในภาพอาจจะมี 1 คน, กำลังนั่ง

ไม่มีคำอธิบายรูปภาพ

ในภาพอาจจะมี 1 คน, กำลังยืน, ดอกไม้ และสถานที่กลางแจ้ง

ในภาพอาจจะมี 1 คน, กำลังยิ้ม, กำลังยืน, หมวก, ต้นไม้, สถานที่กลางแจ้ง และธรรมชาติ

ในภาพอาจจะมี 1 คน, กำลังยืน, ต้นไม้ และสถานที่กลางแจ้ง

ຍ້ອນຄວາມຕັ້ງໃຈ ແລະ ມຸ່ງໝັ່ນທີ່ຈະເຮັດຕາມຄວາມຝັນ ແລະ ເປົ້າໝາຍຂອງຕົນເອງວາງໄວ້ ຈື່ງເຮັດໃຫ້ ບາບີ້ ປິຍະມາດ ສາມາດເຮັດຕາມເປົ້າໝາຍຂອງຕົນເອງຕັ້ງໄວ້ ກ່ອນອາຍຸ 30 ປີ ໂດຍຊ່ື່ລົດໃຫຍ່ເປັນຂອງຕົນເອງ…

ຂວັນໃຈຂໍຊົມເຊີຍ ແລະ ຍິນດີນໍາສາວ ບາບີ້ ປິຍະມາດ ນໍາເດີ້!   ຖືໄດ້ວ່າເປັນອີກໜື່ງຄົນທີ່ມີຄວາມຮູ້-ຄວາມສາມາດ ແລະ ເກັ່ງຮອບດ້ານ ເອີ້ນໄດ້ວ່າ ທັ້ງງາມທັ້ງເກັ່ງອີກ ແລະ  ເປັນອີກໜື່ງຄົນທີ່ຄວນເອົາເປັນແບບຢ່າງກັນເລີຍທີດຽວ!!!

ຂອບໃຈຮູບພາບ: B’Bie Piyamarth

 

 

ແບ່ງປັນ