Breaking News

ສາວນ້ອຍສູ້ຊີວິດ!! ​ເກັບ​ຂີ້​ເຫຍື້ອ​ຂາຍ ສົ່ງ​ຕົນ​ເອງ​ຮຽນ ບໍ່​ເຄີຍ​ອາຍເຮັດອາຊີບນີ້ ແລະ ບໍ່ສົນໃຈວ່າໝູ່ເພື່ອນຈະເຍາະເຢີ້ຍ… (ເພາະຕົ້ນທຶນຊີວິດຂອງຄົນເຮົາບໍ່ເທົ່າກັນ)

ແບ່ງປັນ

ທັກທາຍສະບາຍດີຕອນເຊົ້າວັນອັງຄານ! ເລີ່ມຕົ້ນເຊົ້າມື້ນີ້ ສໍາຫຼັບໃຜທີ່ກຳລັງທໍ້ ຫຼືພົບບັນຫາຊີວິດໃນຕອນນີ້ ຂວັນໃຈມີເລື່ອງເລົ່າຂອງເດັກນ້ອຍຍິງຄົນໜື່ງ ມາເປັນແຮງບັນດານໃຈໃນການ​ສູ້​ຊີ​ວິດໃຫ້ກັບທຸກຄົນ … ເລື່ອງທີ່ຂວັນໃຈຈະເລົ່າໃນມື້ນີ້ແມ່ນ ເປັນເລື່ອງລາວຂອງສາວນ້ອຍຄົນໜື່ງທີ່ຢູ່ປະເທດເພື່ອນບ້ານເຮົານີ້ເອງ ເຊິ່ງສາວນ້ອຍຄົນນີ້ຊື່ວ່າ ນ້ອງໃໝ່ ປັດຈຸບັນກຳລັງຮຽນຢູ່ຊັ້ນ ມ 4 ເຊິ່ງລາວໄດ້ເກີດຂຶ້ນມາຢູ່ໃນຄອບຄົວທີ່ມີຖານະ ຫຼື ຕົ້ນທຶນຊີວິດທີ່ຄ້ອນຂ້າງຕໍ່າ ທາງຄອບຄົວຍຶດຖືອາຊີບເກັບຂີ້​ເຫຍື້ອ​ຫຼາຍກວ່າ 10 ປີ​ແລ້ວ ໂດຍນ້ອງໄດ້ເລົ່າວ່າ ແຕ່ລະມື້ຫຼັງເລິກຮຽນແຕ່ລະມື້ ແລະ ວັນພັກເສົາ-ອາທິດ ລາວຈະໄປຊ່ວຍແມ່ເຮັດວຽກ ນັ້ນກໍຄື ​ເອົາ​ລົດ​ເຂັນ​ໄປ​ເລາະ​ເກັບເສດກະຕຸກ ​ຕາມ​ຖັງ​ຂີ້​ເຫຍື້ອ​ໃນ​ໝູ່​ບ້ານ-​ຕະຫຼາດ​ສົດ ແລະ ​ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ຂອງ​ເທດ​ສະ​ບານ ສ່ວນລາຍໄດ້ນັ້ນ ບາງ​ມື້ກໍ​ໄດ້ 100-200 ບາດ (30-60 ພັນ​ກີບ) ຫາກ​ມື້​ໃດ​ໄດ້ຫຼາຍກວ່າ​ນັ້ນ​ກໍ​ຈະ​ເກັບ​ໄວ້​ຊື້​ອຸ​ປະ​ກອນ​ການ​ຮຽນອື່ນໆ ລາວຍັງເວົ້າອີກວ່າ ການເຮັດອາຊີບນີ້ເພື່ອຊ່ວຍຄອບຄົວລວມໄປເຖິງສົ່ງຕົນເອງຮຽນນັ້ນບໍ່​ເຄີຍ​ອາຍ ແລະ ບໍ່ສົນໃຈວ່າໝູ່ຈະເຍາະເຢີ້ຍ ເພາະ​ເປັນ​ອາ​ຊີບທີ່​ບໍ​ລິ​ສຸດ

ນອກຈາກນີ້​ດ້ານ​ແມ່​ຂອງ​ນ້ອງກໍຍັງໄດ້ບອກວ່າ​ຕົນ​ມີ​ລູກ 2 ຄົນ ລູກຜູ້ທໍາອິດ ມີ​ຄອບ​ຄົວ​ແລ້ວ ແລະ ແຍກ​ກັນ​ຢູ່​ກັບ​ພັນລະຍາ ສ່ວນ​ລູກ​ສາວ​ຫຼ້າກໍຄືນ້ອງໃໝ່ ທີ່ກຳ​ລັງ​ຮຽນ​ຢູ່​ຊັ້ນ ມ 4  ອີ່​ຕົນ​ລູກ​ສາວ​ ບາງ​ມື້​ເວລາໄປໂຮງຮຽນກໍຖືກ​ໝູ່​ເພື່ອນ​ເວົ້າໃສ່,ເຍາະເຢີ້ຍວ່າ​ເປື້ອນ ຕົນກໍ​ໄດ້​ແຕ່ບອກ​ກັບ​ລູ​ກວ​່າ ການ​ເກັບ​ຂີ້​ເຫຍື້ອ​ມັນ​ເປັນ​ອາ​ຊີບ​ຂອງ​ແມ່ ມີ​ກິນ​ມີ​ໃຊ້​ກໍ​ເພາະ​ຂີ້​ເຫ​ຍື້ອ ບໍ່​ຕ້ອງ​ຮູ້​ສຶກນ້ອຍໃຈເດີ້  ແຕ່ໂຊກດີທາງ​ໂຮງ​ຮຽນ​ຊ່ວຍ​ເຫຼືອ​ເປັນ​ຢ່າງ​ດີ ເພາະ​ນ້ອງ​ໃໝ່​ເປັນ​ຄົນ​ດຸ​ໝັ່ນ ຕັ້ງ​ໃຈ​ຮຽນ ເກດ​ສະ​ເລ່ຍ​ສູງ​ເຖິງ 3.60…

ແອດເຊື່ອວ່ານີ້ອາດຈະເປັນອີກໜື່ງຕົວຢ່າງທີ່ດີສໍາຫຼັບຫຼາຍໆຄົນຢູ່ໃນສັງຄົມ  ແລະ  ບໍ່ວ່າເຈົ້າຈະເກີດມາຢູ່ໃນຖານະໃດ ຄໍາວ່າຄົນ ລ້ວນແຕ່ມີຄຸນຄ່າເທົ່າທຽມກັນ ຢ່າອາຍທີ່ຈະທໍາມາຫາກິນ ຖ້າເຮົາມີຕົ້ນທຶນຊີວິດທີ່ໜ້ອຍກໍຄວນພະຍາຍາມອົດທົນຫຼາຍກວ່າຄົນທີ່ມີຕົນທຶນຊີວິດທີ່ສູງ ຖ້າເຮົາດຸໝັ້ນ, ອົດທົນ, ພະຍາຍາມ ເຮົາບໍ່ມີຄໍາວ່າອົດຢາກ ແລະ ມື້ໜື່ງອາດຈະເປັນມື້ຂອງເຮົາ! ເພາະຄົນເຮົາເລືອກເກີດບໍ່ໄດ້ແຕ່ເລືອກທີ່ຈະເປັນໄດ້…

ຂອບໃຈແຫຼ່ງຂໍ້ມູນ: https://www.soupsipupdate.com/

 

ແບ່ງປັນ