Breaking News

ສຸດເສົ້າ!! ເມຍ ກິດາວເພັດ ໜູຫ່ວງ ໂພສຂໍ້ຄວາມທີ່ຂຽນທັງນໍ້າຕາເຖິງສາມີທີ່ຈາກໄປຢ່າງບໍ່ຫວນກັບ ຖິ້ມໄວ້ແຕ່ຄວາມດີໃຫ້ຄິດຮອດ…

ແບ່ງປັນ

ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງວົງການເພງລູກທົ່ງບ້ານນາ ກັບການຈາກໄປຢ່າງບໍ່ຫວນກັບມາຂອງ ອາຈານ ກິດາວເພັດ ໜູຫ່ວງ ລາຊາເພງອໍາມະຕະຂອງວົງ ໜຸ່ມໂກສິນ ໃນເດືອນທີ່ຜ່ານມາ. ແຟນເພງທົ່ວປະເທດກໍຮ່ວມສະແດງຄວາມໄວ້ອາໄລກັບການສູນເສຍ ນັກຮ້ອງທີ່ມີຄຸນນະພາບທີ່ສຸດຂອງລາວໃນຄັ້ງນີ້ ແລະ ຈະຂໍຈົດຈໍາຄຸນງາມຄວາມດີຂອງ ອາຈານ ກິດາວເພັດ ຕະຫຼອດໄປ… ນອກຈາກແຟນເພງທົ່ວປະເທດທີ່ເສຍໃຈກັບການຈາກໄປຂອງທ່ານແລ້ວ ທີ່ເສົ້າທີ່ສຸດກໍຄົງຈະເປັນຄອບຄົວທີ່ແສນຮັກຄື ຜູ້ເປັນເມຍ ແລະ ລູກ ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ກໍບໍ່ສາມາດລົບເລື່ອນຄວາມໂສກເສົ້າ-ຄວາມຄິດຮອດບຸກຄົນອັນເປັນທີ່ຮັກ ທັງເປັນເສົາຫຼັກຂອງຄອບຄົວໄປໄດ້. ໂດຍຫຼ້າສຸດ ໄດ້ໄປສ່ອງ Facebook: Khamphoud Nouhouang ເມຍຂອງ ກິດາວເພັດ ໜູຫ່ວງ ກໍພົບເຫັນແຕ່ຂໍ້ຄວາມສຸດເສົ້າ ຍ້ອນຄິດຮອດສາມີຜູ້ຈາກໄປ ຍິ່ງໃນວັນເດັກນ້ອຍທີ່ຜ່ານມາ ທີ່ທຸກປີຄອບຄົວຈະມີການສະເຫຼີມສະຫຼອງແບບພ້ອມໜ້າພ້ອມຕາ ແຕ່ມາປີນີ້ບໍ່ມີຮອດເງົາຜູ້ເປັນພໍ່ ເຊິ່ງອ່ານແລ້ວກໍຮູ້ສຶກເສົາ ແລະ ນໍ້າຕາຈະໄຫຼໄປຕາມເອຶ້ອຍເພິ່ນ!! ແນວໃດ ຂວັນໃຈ ກໍຂໍເປັນກໍາລັງໃຈໃຫ້ຄອບຄົວ ໜູຫ່ວງ ໃຫ້ເຂັ້ມແຂງ ພ່ານຜ່າຄວາມທຸກນີ້ໄປໃນໄດ້ໂດຍໄວ…

ແບ່ງປັນ