Breaking News

ຈົບຄວາມສໍາພັນດ້ວຍດີ!! ອາເລັກ-ເຕີ້ຍ ປະກາດຫຼຸດສະຖານະຈາກແຟນເຫຼືອພຽງໝູ່… ເຜີຍ 3 ປີທີ່ຄົບກັນຄືຊ່ວງເວລາທີ່ດີທີ່ສຸດແລ້ວ!!!

ແບ່ງປັນ

ຂ່າວລືກາຍເປັນຂ່າວແທ້ ແຕ່ເປັນຂ່າວທີ່ແຟນຄຣັບບໍ່ຢາກໃຫ້ເກີດຂຶ້ນ ແຕ່ມັນກໍເກີດຂຶ້ນມາແລ້ວ… ເມື່ອໜຸ່ມອາເລັກ ແຟນໜຸ່ມຂອງສາວເຕີ້ຍ ຈະລິນພອນ ນາງເອກຊື່ດັງ (ປະເທດໄທ) ໄດ້ອອກມາເຜີຍວ່າ: “ເຮົາຄົບກັນມາເກືອບ 3 ປີ ພະຍາຍາມປັບຈູນ ທໍາຄວາມເຂົ້າໃຈກັນແລ້ວ ບໍ່ຮູ້ວ່າອາດຈະມີທາງທີ່ດີກວ່ານີ້ບໍ່ ແຕ່ເຮົາຊອກມັນບໍ່ພົບ ຈຶ່ງຕ້ອງຫຼຸດສະຖານະເຫຼືອພຽງແຕ່ຄໍາວ່າ ໝູ່ຄືເກົ່າ… ຊ່ວງໄລຍະທີ່ຄົບກັນ ເຮົາສອງຄົນໄດ້ໃຫຍ່ຂຶ້ນ ເຮົາມີເວລາດີໆຮ່ວມກັນ ລາວກໍເຮັດໃຫ້ອາເລັກໃຫຍ່ຂຶ້ນ ຕ້ອງຂອບໃຈລາວຫຼາຍໆເລີຍ ອາເລັກເວົາໄດ້ເຕັມປາກເລີຍວ່າ ຊ່ວງເວລາທີ່ຜ່ານມາ ເປັນຊ່ວງເວລາໜຶ່ງທີ່ມີຄຸນຄ່າຫຼາຍທີ່ສຸດໃນຊີວິດ”

ในภาพอาจจะมี 2 คน, ผู้คนกำลังยืน, หิมะ และสถานที่กลางแจ้ง

ຫຼັງຈາກນັ້ນກໍໄດ້ແຟນຄຣັບເຂົ້າໄປໃຫ້ກໍາລັງໃຈທັງສອງເປັນຈໍານວນຫຼວງຫຼາຍ ແຕ່ກໍຍັງມີຊາວເນັດບາງຄົນທີ່ຍັງຕິດໃຈກັບສາວໆແກ໊ງ ເຟີບີ່ ວ່າທຸກຄົນຈະຕ້ອງຄົບກັບໄຮໂຊທຸກຄົນ ເຊິ່ງໜຶ່ງໃນນັ້ນກໍມີສາວ ແຕ້ວ ນັດຖະພອນ ທີ່ຫາກໍປະກາດເລີກກັບໜຸ່ມຕົ້ນ ແລ້ວມາຄົບກັບໄຮໂຊໜຸ່ມນອກວົງການ ສຸດທ້າຍກໍເຫຼືອພຽງ ເຕີ້ຍ ຈະຣິນພອນ ຄົນດຽວ ແຕ່ຕອນນີ້ກໍຊັດເຈນແລ້ວວ່າ ເຕີ້ຍ-ອາເລັກໄດ້ຕັດສິນໃຈຈົບຄວາມສໍາພັນກັນແລ້ວ… ແຕ່ງານນີ້ ໜຸ່ມອາເລັກ ກໍໄດ້ອອກມາຢືນຢັນວ່າ ເຕີ້ຍ ບໍ່ແມ່ນຄົນແບບນັ້ນ ເຕີ້ຍ ບໍ່ແມ່ນຄົນທີ່ເລືອກຄົບຄົນທີ່ຖານະ ໜ້າຕາ ແຕ່ອະນາຄົດ ເຕີ້ຍ ຈະເລືອກໃຜນັ້ນກໍເປັນສິດຂອງລາວ ອ່ອຍຍຍ ຜູ້ຊາຍອີ່ຫຍັງຈັ່ງແມ່ນເປັນສຸພາບບູລຸດຂະໜາດນີ້!! ຈັ່ງໃດກໍຂໍເປັນກໍາລັງໃຈໃຫ້ທັງສອງເດີ້… ສູ້ໆໆໆ

ในภาพอาจจะมี 2 คน, ภาพระยะใกล้

ในภาพอาจจะมี 2 คน, ท้องฟ้า, ภาพเซลฟี่, สถานที่กลางแจ้ง และภาพระยะใกล้

ในภาพอาจจะมี 2 คน, แถบ

เต้ย - อาเล็ก ขยี้รูปคู่ตัวเอง ฝ่ายชายบอกผิดเองเกิดมาสูง 2 เมตร ...

ແບ່ງປັນ