Breaking News

ເປີດຊີວິດອີກມຸມ!!! ເບີດ ທົງໄຊ ນັກຮ້ອງຊື່ດັງ (ປະເທດໄທ) ຫັນມາໃຊ້ຊີວິດພໍພຽງ ແລະພຽງພໍຕາມຄໍາສອນຂອງພໍ່ຫຼວງ…

ແບ່ງປັນ

“ຊີວັນມັນກະສໍ່ານີ້ແຫຼະ ຊິເອົາຫຍັງຫຼາຍ” ສຸດທ້າຍແລ້ວຄົນເຮົາກໍບໍ່ຕ້ອງການຫຍັງຫຼາຍນອກຈາກຄວາມສຸກ ຕ່າງແຕ່ວ່າຄວາມສຸກຂອງແຕ່ລະຄົນນັ້ນແມ່ນຫຍັງ? ຫຼືບາງຄົນອາດຈະບໍ່ຮູ້ດ້ວຍຊໍ້າຄວາມຄວາມຈິງແລ້ວຄວາມສຸກຂອງຕົວເອງແມ່ນຫຍັງ? ບາງຄົນມ່ວນ ແລະ ມີຄວາມສຸກກັບຊື່ສຽງເງິນຄໍາ ມ່ວນກັບການໄດ້ໃຊ້ຊີວິດທີ່ຫຼູຫຼາ ຢູ່ທ່າມກາງແສງສີສຽງ ແຕ່ບາງຄົນຄວາມສຸກຄືການໄດ້ຢູ່ແບບສະຫງົບ ພໍພຽງກັບສິ່ງທີ່ມີ ແລະມັກເທົ່ານັ້ນ… ຄືດັ່ງກັບ ນັກຮ້ອງຊື່ດັງລະດັບຕໍານານ

แฟนอิ่มสุข ฟิน น้ำตาซึม “เบิร์ด-ธงไชย” จัดเต็ม ตามคำขอ ในคอนเสิร์ต ...

ອ້າຍເບີດ ທົງໄຊ ແມັກອິນໄຕ ສີລະປິນທີ່ມີຄວາມເປັນເອກະລັກ ແລະ ມີຊື່ສຽງຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ ກັບຊີວິດອີກມຸມໜຶ່ງທີ່ບໍ່ແມ່ນການຈັບໄມຮ້ອງເພງເທິງເວທີ ທີ່ມີແຕ່ແສງສີສຽງອ້ອມຮອບ ແຕ່ເປັນການຈັບຊວ້ານ ສຽມ ຫັນມາປູກຝັງ ລ້ຽງສັດກິນເອງ ພ້ອມທັງເປີດຕະຫຼາດຂາຍເອງ ດ້ວຍແນວຄິດຢາກເດີນຕາມຄໍາສອນຂອງພໍ່ຫຼວງ (ປະມຸກແຫ່ງ ຣາຊະອານາຈັກໄທ)

ໂດຍອ້າຍເບີດ ໄດ້ບອກວ່າ ເນື້ອທີ່ 100 ໄລ່ ທີ່ເຮັດການກະສິກໍານັ້ນ ໄດ້ແບ່ງອອກເປັນສ່ວນເພື່ອປູກຜັກ ແລະ ມີບຶງນໍ້າກວ້າງ ມີນໍ້າຜົ່ນອອກມາເພື່ອປັບອາກາດ ບັນຍາກາດດີຈະເຮັດໃຫ້ມີອົກຊີເຈນໃນນໍ້າ; ບຶງນໍ້າເອົາໄວ້ລ້ຽງປາ ພ້ອມທັງສູບເອົານໍ້າມາໃຊ້ ແລະ ເຮັດນາ… ທຸກສິ່ງທີ່ລົງມືເຮັດ ເບີດ ມີຄວາມຕັ້ງໃຈສ້າງມັນຂຶ້ນມາດ້ວຍຄວາມຮັກ!!

ແນວໃດກໍຕາມ ປັດຈຸບັນ ເທຣນເລື່ອງການລົນນະລົງ ຮັກໂລກ ກໍາລັງມາແຮງ ການປູກພືດຜັກກິນເອງ ກໍເປັນວິທີໜຶ່ງທີ່ດີຫຼາຍສໍາລັບໃນສະພາບສັງຄົມແບບນີ້… ໂດຍສະເພາະຢູ່ໃນລາວເຮົາເອງ ທີ່ມີສະພາບອາກາດ ແລະ ດິນໍ້າທີ່ຄ້ອນຂ້າງອໍານວຍຄວາມສະດວກ ກໍລອງນໍາເອົາແນວຄວາມຄິດ ເສດຖະກິດພໍພຽງ ແລະ ພຽງພໍແບບ ອ້າຍເບີດ ເພິ່ນໄປໃຊ້ໄດ້ເດີ້!!!

เบิร์ด ธงไชย ย้อนชมภาพสมัยเข้าวงการ ปัจจุบัน หล่อเป๊ะในวัย 58 ปี

ຮຽບຮຽງ: Kuanjai Magazine

ແບ່ງປັນ