Breaking News

ເປັນຄັ້ງປະຫວັດສາດ!! ແມ່ຍິງ 1 ດຽວໃນຄະນະກໍາມະການ ແຂ່ງຂັນ ແປັບຊີ່ ລາວລີກ 1 ປະຈໍາລະດູການນີ້…

ແບ່ງປັນ

ການສົ່ງເສີມບົດບາດຄວາມສະເໝີພາບຍິງ-ຊາຍນັ້ນ ມີມາແຕ່ສະໄໝຫຼັງປົດປ່ອຍບໍ່ດົນ ແຕ່ການປະຕິບັດຢ່າງຈິງຈັງນັ້ນຫາກໍເກີດມີເປັນຮູບປະທໍາເມື່ອບໍ່ຫຼາຍປີມານີ້ ເຊິ່ງເຮົາຈະເຫັນໄດ້ເຖິງບົດບາດຂອງແມ່ຍິງເທິງເວທີລະດັບສາກົນຫຼາກຫຼາຍເພີ່ມຂຶ້ນ ເວົ້າລວມກໍຄືທົ່ວໂລກ ເວົ້າສະເພາະກໍຄືປະເທດລາວເຮົາເອງກໍເຊັ່ນກັນ ທຸກໆວົງການເຮົາຈະເຫັນວ່າ ມີແມ່ຍິງເຂົ້າມາມີບົດບາດຫຼາຍຂຶ້ນ ລວມທັງໃນວົງການກິລາ ທີ່ເມື່ອກ່ອນຈະຖືກເບິ່ງວ່າ ວົງການນີ້ແມ່ນວົງການຂອງກິລາ…

ແລະເມື່ອບໍ່ດົນມານີ້ ທາງຄະນະກໍາມະການຕັດສິນ ລະດັບຟີຟາ ໄດ້ອອກມາຖະແຫຼງຂ່າວກ່ຽວກັບການແຕ່ງຕັ້ງຄະນະກໍາມະການຕັດສິນ ການແຂ່ງຂັນ ແປ໋ບຊີ່ ລາວລີກ 1 ລະດູການ 2020 ວ່າ: ປີນີ້ຈະໃຊ້ກໍາມະການທັງໝົດ 34 ຄົນ ໃນນັ້ນເປັນກໍາມະການຕັດສິນ 13 ຄົນ ແລະ ຜູ້ຊ່ວຍກໍາມະການຕັດສິນ 21 ຄົນ ທີ່ມາຈາກຫຼາຍພາກສ່ວນ… ພິເສດກໍແມ່ນ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກໍາມະການຕັດສະນຍິງ ລະດັບຟີຟາ ທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມຕັດສິນນໍາ ເຊິ່ງນີ້ຖືວ່າເປັນຄັ້ງທໍາອິດໃນ ລີກສູງສຸດຂອງ ສປປ ລາວ ທີ່ມີຜູ້ຊ່ວຍກໍາມະການຍິງເຂົ້າຮ່ວມຕັດສິນ!!

ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ໃຊ້ 2 ສະໜາມແຂ່ງຂັນປະກອບດ້ວຍ ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ແລະ ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ເຊິ່ງຈະເປີດສາກຂຶ້ນຢ່າງເປັນທາງການໃນວັນເສົາທີ 11 ກໍລະກົດ 2020 ໂດຍຄູ່ເປີດສະໜາມມີຄື:

-ເວລາ 16:00 ໂມງ ມາສເຕີ 7 ເອັຟຊີ ພົບ ລາວໂຕໂຢຕ້າ ເອັຟຊີ ແຂ່ງທີ່ສະໜາມໃນ
-ເວລາ 16:00 ໂມງ ຊ້າງນ້ອຍ ເອັຟຊີ ພົບ ເອັສຣາ ເອັຟຊີ ແຂ່ງທີ່ສະໜາມນອກ

Cr: ຂ່າວເສດຖະກິດ-ການຄ້າ

ແບ່ງປັນ