Breaking News

ເສັ້ນທາງການປະກວດກ່ອນຈະມາເປັນ Miss Shokubutsu Idol 2020 ຄົນທໍາອິດຂອງລາວ

ແບ່ງປັນ

ມຸກສະຫວັນ ຄໍາເມລີ ຫຼືປີມມີ້ Miss Shokubutsu Idol 2020 ຄົນທໍາອິດຂອງລາວ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ປີທີ 2. ປີມມີ້ເປັນອີກໜຶ່ງສາວທີ່ມີຮູ້, ຄວາມສາມາດ ແລະ ກ້າສະແດງອອກ ເປັນຄົນທີ່ມັກຊອກສະແຫວງຫາປະສົບການໃຫມ່ໆ ໂດຍສະພາະກໍແມ່ນເລື່ອງຂອງການປະກວດ ເຊິ່ງວ່າສາວນ້ອຍຄົນນີ້ກໍໄດ້ເດີນສາຍປະກວດງານຕ່າງໆມາແລ້ວ 3 ເວທີນໍາກັນ ຄື ເວທີ Miss Teen, ງານ LTC ລາວໂທລະຄົມ ແລະ ຫຼ້າສຸດກໍແມ່ນປະກວດ Miss Shokubutsu Idol 2020 ທີ່ Shokubutsu Laos ໄດ້ຈັດຂຶ້ນ ດ້ວຍໄວອາຍຸພຽງ 19 ປີເທົ່ານັ້ນ.

ເວທີ Miss Teen ແມ່ນເປັນເວທີທໍາອິດ ເຊິ່ງໄດ້ເຂົ້າຮອບ 40 ສຸດທ້າຍ ຕໍ່ມາກໍໄດ້ເຂົ້າປະກວດໃນເວທີປະກວດງານ LTC ທີ່ລາວໂທລະຄົມໄດ້ຈັດຂຶ້ນ ແລະ ໄດ້ເຂົ້າຮອບ 20 ຄົນສຸດທ້າຍ. ຫຼັງຈາກທີ່ມີປະສົບການ ແຕ່ຍັງບໍ່ປະສົບຜົນສໍາເລັດໃນການປະກວດ ສາວປີມມີ້ກໍໄດ້ໃຫ້ສໍາພາດກັບທີມງານຂອງ ມ່ວນ ວ່າ “ເຄີຍປະກວດມາແລ້ວ ແຕ່ຍັງບໍ່ເຄີຍໄດ້ລາງວັນເປັນຊິ້ນເປັນອັນ ເພາະຫາກໍເລີ່ມມາທາງນີ້ຢ່າງຈິງຈັງ ໃຈມັກເຖິງວ່າຊິບໍ່ໄດ້ເວທີໃດ ກໍຕ້ອງໄດ້ຈັກເວທີໜຶ່ງ”

ເຊິ່ງຫລ້າສຸດປີມມີ້ກໍໄດ້ເຂົ້າປະກວດ Miss Shokubutsu Idol 2020 (ປະກວດຄົ້ນຫາສາວຜິວໃສສຸກຂະພາບດີ) ທີ່ Shokubutsu Laos ໄດ້ຈັດຂຶ້ນ. ຝັນເປັນຈິງ ສາວປີມມີ້ສາມາດຊະນະໃຈກໍາມະການ ແລະ ແຟນໆຊາວເນັດໄດ້ ທັງຍັງສາມາດຕອບໂຈດ Miss Shokubutsu Idol ໄດ້ດີທີ່ສຸດ ຈົນໄດ້ຮັບລາງວັນຊະນະເລີດເປັນ Miss Shokubutsu Idol 2020 ຄົນທໍາອິດຂອງລາວສົດໆຮ້ອນໆ ເຊິ່ງໄດ້ປະກາດຜົນໃນຕອນເຊົ້າຂອງມື້ນີ້ 15 ຕຸລາ 2020.

ຂໍສະແດງຄວາມຍິນດີນໍາສາວປີມມີ້ຄົນເກັ່ງ!! ຟາກແຟນໆຕິດຕາມ ເປັນກໍາລັງໃຈໃຫ້ສາວນ້ອຍຜູ້ສົດໃສຄົນນີ້ທີ່ມີແວວອະນາຄົດໄກ ອະນາຄົດເຮົາອາດຈະເຫັນສາວນ້ອຍຄົນນີ້ໃນວົງການບັນເທິງລາວກໍເປັນໄດ້.

ຂອບໃຈຂໍ້ມູນຈາກ: Muan.la ແລະ FB Pim Mouksavanh

ແບ່ງປັນ