Breaking News

ມາຮູ້ຈັກກັບ viya ແມ່ຍິງທີ່ Live ຂາຍເຄື່ອງໄດ້ທຸກຢ່າງໃນໂລກ…

ແບ່ງປັນ

ປັດຈຸບັນການຂາຍເຄື່ອງອອນລາຍກຳລັງເປັນທີ່ນິຍົມກັນໄປທົ່ວໂລກ ໂດຍສະເພາະແມ່ນການຂາຍເຄື່ອງຜ່ານການ Live ສົດເທິງເຟສບຸກ ຫຼ້າສຸດມີແມ່ຍິງຄົນໜຶ່ງກຳລັງເປັນກະແສທີ່ຮືຮາໄປທົ່ວ Social Media ເພາະວ່າແມ່ຍິງຄົນນີ້ສາມາດຂາຍໄດ້ທຸກຢ່າງໃນໂລກ ຕັ້ງແຕ່ຂະໜົມຈົນຮອດຈະລວດ ໂດຍໃນປີທີ່ຜ່ານມາສາມາດສ້າງຍອດຂາຍໄດ້ເຖິງ 3 ພັນລ້ານຢວນ ພາຍໃນມື້ດຽວ ຈົນໄດ້ຮັບສາຍາຈາກ Bloomberg ວ່າ The World’s Livestreaming queen (ລາຊະນີແຫ່ງການ Live Stream ຂອງໂລກ) ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບແມ່ຍິງຄົນນີ້ວ່າລາວແມ່ນໃຜ???

Viya - IMDb
Chinese network celebrity Viya Huang Wei makes a live streaming show...  News Photo - Getty Images

Viya ຫຼືHuang Wei ສາວຈີນ ອາຍຸ 34 ປີ ເລີ່ມຂາຍເຄື່ອງຕັ້ງແຕ່ອາຍຸ 18 ປີ ເລີ່ມຕົ້ນຂາຍເຄື່ອງກັບ Dong Haifeng ແຟນໝຸ່ມ ເຊິ່ງເປີດຮ້ານຂາຍເສື້ອຜ້າໃນເມືອງ ປັກກິ່ງ ແລະ ເລີ່ມມີຊື່ສຽງໃນປີ 2005 ຈາກການຊະນະການປະກວດ Super Idol ລາຍການ ລຽວລີຕີ້ ຂອງປະເທດຈີນ ເມື່ອທຸລະກິດເລີ່ມລົງໂຕ , ມີລູກຄ້າຫຼາຍຂຶ້ນ ມີການຂະຫຍາຍສາຂາ Viyaກໍໄດ້ນໍາທຸລະກິດຂອງລາວເຂົ້າສູ່ການຂາຍເຄື່ອງອອນລາຍຢ່າງເຕັມຕົວໃນປີ 2012 ແລະ ດ້ວຍປະສົບການຂາຍເຄື່ອງມາຫຼາຍປີຈຶ່ງເຮັດໃຫ້Viya ໄດ້ເຂົ້າມາເປັນສະມາຊິກແຄັມເປນໄລ໌ສະຕຣີມຂອງ Taobao Live Ecommerce ທີ່ໃຫຍ່ທີ່ສຸດໃນປະເທດຈິີນ.

Viya” สาวจีนสุดสวยยอดนักขายระดับตำนาน  ผู้สร้างสถิติขายของได้หมื่นล้านบาทในคืนเดียว - TheMacho

ຂາຍທຸກຢ່າງ ສິນຄ້າທີ່ຂາຍໄດ້ນັ້ນເອີ້ນໄດ້ວ່າ ມີທຸກຢ່າງທີ່ລູກຄ້າຕ້ອງການ ຕັ້ງແຕ່ຂະໜົມອັນນ້ອຍໆລາຄາພຽງສິບຢວນ ເສື້ອຜ້າແຟຊັ່ນ, ເຟີນີເຈີ, ລົດ, ເຮືອນ ລວມໄປເຖິງການຂາຍຈະລວດ!!! ໃນມູນຄ່າ 40 ລ້ານຢວນ ແມ່ຍິງຄົນນີ້ກໍສາມາດຂາຍໄດ້ມາແລ້ວ.

Gordon Orr on LinkedIn: Taobao Live's Stunning Growth in 2020 | 26 comments

ກົນລະຍຸດໃນການຂາາຍຂອງViyaນັ້ນກໍຄື ຈະບໍ່ໃຫ້ລີ້ງໃນການເຂົ້າຊື້ສິນຄ້າກັບລູກຄ້າຈົນກວ່າຈະໃຫ້ຂໍ້ມູນຄົບທັງໝົດ ແລະ ຕັ້ງນັບຖອຍຫຼັງໃນການໃຫ້ລູກຄ້າຕັດສິນໃຈໃນການຊື້ສິນຄ້າ ດ້ວຍຄວາມສາມາດໃນການບັນຍາຍຂອງຄຸນສົມບັດຂອງສິນຄ້າທີ່ແນະນໍາສະເພາະສິນຄ້າ ພ້ອມກັບລາຄາຄຸ້ມຄ່າເຮັດໃຫ້ສິນຄ້າທຸກອັນທີ່ Viya ຈັບຂຶ້ນມາຂາຍມັກຈະໝົດພາຍໃນ 10 ນາທີເທົ່ານັ້ນ.

Viya ตัวแม่แห่ง Live-Streaming Commerce ขายทุกอย่างตั้งแต่ถุงขนมยันจรวด!
ແບ່ງປັນ