ອີກໜຶ່ງບັນຫາທີ່ຫຼາຍໆຄົນມັກພົບພໍ້ຢູ່ເປັນປະຈໍາບໍ່ວ່າຈະເປັນເພດຍິງ ຫຼືຊາຍ ນັ້ນແມ່ນຜົມລົ່ນ ແລະ ມື້ນີ້ຂວັນໃຈຈະພາທຸກຄົນໄປຮູ້ຈັກວິທີຫຼີກລ້ຽງຈາກຜົມລົ່ນນັ້ນກໍຄື…
- ຄວາມຮ້ອນ ແລະ ສານເຄມີ: ເປັນສາເຫດທໍາອິດ ເພາະການເຮັດຜົມ ຫຼືປ່ຽນສີຜົມຕະຫຼອດຈະເຮັດໃຫ້ເສັ້ນຜົມເກີດການແຫ້ງເສຍ, ຜົມຟູ ແລະ ແຕກປາຍ ເຮັດໃຫ້ເສັ້ນຜົມອ່ອນແອ ສ່ວນເລື່ອງຄວາມຮ້ອນກໍຕ້ອງໂຟກັສທີ່ໄດເປົ່າຜົມທີ່ເຮົາໃຊ້ເປັນປະຈໍາ ເພາະເຮັດໃຫ້ໜັງຫົວແຫ້ງ, ຂາດຄວາມຊຸ່ມຊື່ນ ຈົນເປັນທີ່ມາຂອງອາການຜົມລົ່ນທີ່ເຮົາມັກພົບຢູ່ເປັນປະຈໍາ.

- ສະຜົມຫຼາຍເກີນໄປ
ເປັນເລື່ອງໃກ້ຕົວທີ່ສາວໆ ອາດຈະຄິດບໍ່ເຖິງ ຖ້າຫາກນັບສະຖິຕິກໍຈະຮູ້ເລີຍວ່າຜົມລົ່ນເກີດຈາກການສະຜົມຫຼາຍເກີນໄປ ໂດຍສະເພາະກຸ່ມຄົນທີ່ໜັງຫົວມັນ ເຫື່ອອອກງ່າຍ ແລະ ອອກກໍາລັງກາຍຕະຫຼອດ ການສະຜົມຕະຫຼອດຍັງມີຜົນເສຍ ໜັງຫົວແຫ້ງ, ອາການຄັນ, ລັງແຄ ແລະ ສຸດທ້າຍກໍຄືອາການຜົມລົ່ນທີ່ບໍ່ວ່າຈະຜົມຍາວ ຫຼືສັ້ນກໍ່ເປັນຄືກັນໝົດ.

- ຫວີຜົມໃນຂະນະທີ່ຜົມປຽກ
ຫຼາຍຄົນຕ້ອງຕົກໃຈທຸກຄັ້ງໃນຊ່ວງທີ່ຫວີຜົມຕອນປຽກຈາກການສະຜົມ ເພາະຈະສັງເກດໄດ້ເລຍວ່າຈະມີຜົມທີ່ຕິດອອກມາຈາກຫວີ ແລະ ລົ່ນຢູ່ຕາມພື້ນ ສ່ວນສາເຫດທີ່ເຮັດໃຫ້ຜົມລົ່ນເນື່ອງມາຈາກການຫວີຜົມແຮງໆ ເຮັດໃຫ້ເສັ້ນຜົມອ່ອນແອ ເພາະຜົມທີ່ປຽກຈະອ່ອນກວ່າຜົມປົກກະຕິຫຼາຍເທົ່າ ຍັງເຮັດໃຫ້ສານເຄືອບຜົມ ແລະ ໂປຣຕີນເສັ້ນຜົມຖືກທໍາຮ້າຍໄປອີກດ້ວຍ.

- ກິນອາຫານທີ່ມີລົດຊາດເຜັດຫຼາຍ
ຄົນລາວທຸກຄົນຕ້ອງຄູ່ກັບອາຫານທີ່ມີລົດຊາດເຜັດໆ ເປັນອາຫານທີ່ເຕີມພະລັງໃຫ້ຮ່າງກາຍ ສໍາລັບການກິນອາຫານທີ່ມີລົດຊາດເຜັດເກີນໄປນັ້ນເຮັດໃຫ້ຄວາມດັນເລືອດເພີ່ມຂຶ້ນສູງເປັນຜົນເຮັດໃຫ້ເສັ້ນເລືອດຫົດຕົວ ແລະ ສົ່ງເລືອດໄປລ້ຽງສ່ວນຕ່າງໆໄດ້ບໍ່ດີເທົ່າທີ່ຄວນ ເຊິ່ງຖ້າສົ່ງເລືອດໄປລ້ຽງຮາກຜົມໄດ້ໜ້ອຍຈະເຮັດໃຫ້ຜົມອ່ອນແອ ແລະ ເກີດອາການຜົມລົ່ນໄດ້ໃນທີ່ສຸດ.

- ດື່ມສິ່ງມືນເມົາ ແລະ ສູບຢາ
ພຶດຕິກໍານີ້ບໍ່ໄດ້ທໍາຮ້າຍແຕ່ຕັບ ແລະ ໄຕເທົ່ານັ້ນ ແຕ່ຍັງສາມາດສົ່ງຜົນໄປເຖິງລະບົບໄຫຼວຽນຂອງເລືອດ ເພາະຈະເຮັດໃຫ້ເສັ້ນເລືອດຫົດຕົວ ຂາດຄວາມຍືດຍຸ່ນ ແລະ ເມື່ອສ່ວນຕ່າງໆໃນຮ່າງກາຍບໍ່ໄດ້ຮັບເລືອດເຂົ້າມາໄຫຼວຽນຢ່າງສະໝໍ່າສະເໝີ ກໍຈະສົ່ງຜົນໃຫ້ເຊວຕ່າງໆຕາມຮ່າງກາຍເຮັດວຽກຊ້າລົງ ໂດຍສະເພາະຜິວໜັງ ແລະ ຮູຂຸມຂົນ ຈົນເປັນສາເຫດເກີດອາການຜົມລົ່ນໄດ້.
