Breaking News

ຍິນດີກັບໜຸ່ມເຈມ ຜູ້ທີ່ສ້າງຜົນງານເພງໃສ່ໃຈໄດ້ແຕ່ມອງ…ໄດ້ຮັບໂລ້ລາງວັນຢູທູບແລ້ວ

ແບ່ງປັນ

ວິນາທີນີ້ບໍ່ມີໃຜບໍ່ຮູ້ຈັກໜຸ່ມ ເຈມ ເຈົ້າຂອງຜົນງານສຽງເພລງ ໃສ່ໃຈໄດ້ແຕ່ມອງ ທີ່ກຳລັງໂດ່ງດັງໄປທົ່ວປະເທດ ແລະ ສ້າງປະຫວັດສາດໃຫ້ວົງການເພລງລາວໂດຍມີຍອດວິວທະລຸ 100 ກວ່າລ້ານວິວມາແລ້ວ!!! ນອກຈາກເພລງຈະມີຍອດຜູ້ຮັບຊົມເປັນຈໍານວນຫຼວງຫຼາຍແລ້ວຍັງເຮັດໃຫ້ຊ່ອງຢູທູບຂອງໜຸ່ມສຸດຮ໋ອດຄົນນີ້ມີຄົນກົດຕິດຕາມເພີ່ມຂຶ້ນອີກ! ເຊິ່ງຕອນນີ້ມີຜູ້ຕິດຕາມຫຼາຍກວ່າ 1 ແສນຄົນ ແລະ ເວົ້າໄດ້ວ່າເປັນຄົນລາວອີກຄົນທີ່ໄດ້ຮັບໂລ້ລາງວັນຈາກຢູທູບ !!!! ມື້ນີ້ຂວັນໃຈໄດ້ນໍາເອົາພາບ ແລະ ຄວາມພາກພູມໃຈຂອງໜຸ່ມຄົນນີ້ມາໃຫ້ທຸກຄົນໄດ້ເບິ່ງນໍາກັນ…

ຍິນດີນໍາໝຸ່ມເຈມ ທີ່ໄດ້ໂລ້ລາງວັນຈາກຢູທູບ ແລະ ນີ້ກໍຄືຄວາມພາກພູມໃຈ ແລະ ຄວາມສໍາເລັດອີກບາດກ້າວໜຶ່ງທີ່ໄດ້ມາດ້ວຍຄວາມສາມາດຂອງຕົນເອງ ແລະ ຂໍໃຫ້ໜຸ່ມເຈມ ສ້າງສັນຜົນງານເພງໃຫ້ຄົນລາວໄດ້ຕິດຕາມກັນຕໍ່ໆໄປ…

This image has an empty alt attribute; its file name is 118524299_905061913352934_2353321204185682879_o.jpg

ຂອບໃຈຮູບພາບຈາກ: JaMe Uno

ແບ່ງປັນ