Breaking News

ໜຸ່ມ Sack Cell ກັບມາຄັ້ງນີ້ບໍ່ທໍາມະດາອີຫຼີ?​ ກັບຜົນງານເພງໃໜ່ຂອງ ” ຄົນຮັກແພງ”​

ແບ່ງປັນ


ໜຸ່ມ ສັກ ວົງ Cell ເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ ເຈົ້າພໍ່ແຫ່ງວົງການເພງລາວທີ່ໂດ່ງດັງຕະຫຼອດມາ ແລະ ທີ່ສໍາຄັນຍັງສ້າງຜົນງານສຽງເພງທີ່ຫຼາກຫຼາຍໃຫ້ທຸກຄົນໄດ້ຕິດຕາມກັນມາຕະຫຼອດບໍ່ວ່າຈະເປັນຜົນງານສຽງເພງ ຫວານ, ຄົນມືສອງ, ຍັງດີບໍ່ພໍ… ແລະ ອີກຫຼາກຫຼາຍເພລງ, ດ້ວຍສຽງຮ້ອງທີ່ເປັນເອກະລັກ ແລະ ມີສະເຫນ່ ຈຶ່ງເຮັດໃຫ້ມີຖານແຟນຄລັບຕິດຕາມເປັນຈໍານວນຫຼາຍບໍ່ວ່າຈະເປັນພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອນບ້ານຂອງພວກເຮົານັ້ນເອງ…

ในภาพอาจจะมี หนึ่งคนขึ้นไป และกีตาร์

ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກວົງການເພງໄລຍະໜຶ່ງ ຈົນແຟນຕ່າງກໍພາກັນລໍຖ້າຜົນງານສຽງເພງຂອງນັກຮ້ອງໜຸ່ມຄົນນີ້, ຫຼ້າສຸດນັກຮ້ອງໜຸ່ມຄົນນີ້ກໍໄດ້ກັບມາອີກຄັ້ງ ກັບມາພ້ອມກັບຜົນງານເພງ ທີ່ມີຊື່ວ່າ “ຄົນຮັກແພງ”​ ແລະແນ່ນອນວ່າຂວັນໃຈເອງກໍບໍ່ພາດທີ່ຈະນໍາມາອັບເດດໃຫ້ແຟນໆໄດ້ຫາຍຄິດຮອດນໍາກັນ!!! ເພລງຈະມ່ວນ, ຊຶ້ງກິນໃຈຊໍ້າໃດນັ້ນສາມາດຮັບຊົມຢູ່ວີດີໂອນີ້ໄດ້ເລີຍ:…

ແບ່ງປັນ