Breaking News

ປະທານປະເທດ ແຫ່ງ ສປປ ລາວ ອວຍພອນປີໃໝ່ລາວ ພ.ສ 2564 (ພ້ອມທັງສົ່ງເສີມການນໍາໃຊ້ “ດອກຄູນ” ດອກໄມ້​ປະຈໍາເທດສະການປີໃໝ່ລາວ ທົດແທນການນຳເຂົ້າຈາກຕ່າງປະເທດ)

ແບ່ງປັນ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະ ເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະ ຍາຍາມບຸກບືນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາ, ສ້າງສາປະເທດຊາດ ອັນແສນຮັກຂອງພວກເຮົາ ຢ່າງເປັນຂະບວນຟົດຟື້ນສະເໝີມາ.

อาจเป็นรูปภาพของ 1 คน, ดอกไม้ และสถานที่ในร่ม

ເຫດການທີ່ພົ້ນເດັ່ນກວ່າໝູ່ ແມ່ນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຈາກນັ້ນ, ປວງຊົນລາວທັງຊາດ ທີ່ມີສິດຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ພ້ອມພຽງຮຽງໜ້າກັນ ອອກມາໃຊ້ສິດຂອງຕົນ ໃນການປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວ ໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຢ່າງເຕັມສ່ວນ; ຕໍ່ຈາກນັ້ນ, ສະພາແຫ່ງຊາດ ກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະ ໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນ ທີ່ສຳຄັນຂອງຊາດເຮົາ. ເຫດການດັ່ງກ່າວ, ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດເຮົາ ໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !ເຖິງວ່າປີຜ່ານມາ, ປະເທດເຮົາ ຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ທີ່ກະທົບເຂົ້າໃສ່ປະເທດເຮົາກໍຕາມ, ແຕ່ພາຍໃຕ້ການນໍາຂອງ ພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວໃນທົ່ວປະເທດ, ພວກເຮົາ ມີຄວາມພາກພູມໃຈທີ່ເຫັນວ່າ ສປປ ລາວ ສາມາດປະຕິບັດຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້ດ້ວຍຜົນສໍາເລັດທີ່ສໍາຄັນຈໍານວນບໍ່ໜ້ອຍເປັນຕົ້ນ: ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ; ປະຊາຊົນລາວເຮົາ ມີຄວາມສາມັກຄີປອງດອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫລາຍ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດຕິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ນະໂອກາດ ອັນເລີກງາມ, ຍາມດີ ແລະ ເປັນສີລິມົງຄຸນນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ແພດໝໍ ແລະ ຄູອາຈານ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງຮ່ວມຊາດທຸກຖ້ວນໜ້າ, ພີ່ນ້ອງເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ, ລວມທັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດເຮົາໃນແຕ່ລະດ້ານຢ່າງຕັ້ງໜ້າ, ໂດຍສະເພາະໃນສະໜາມຮົບຕໍ່ສູ້ອັນດຸເດືອດ ຂອງການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດໂຄວິດ-19, ຈົນເຮັດໃຫ້ປະເທດເຮົາມີຜູ້ຕິດເຊື້ອສະສົມຈຳນວນຈຳກັດ ແລະ ບໍ່ທັນມີຜູ້ເສຍຊີວິດ.ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ!ປີສະຫລູ ພ.ສ 2564 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ ເຮົາ ຊຶ່ງພວກເຮົາຈະໄດ້ພ້ອມກັນ ສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນ ຂອງພັກ ແລະ ຂອງຊາດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເພື່ອກ້າວໄປສູ່ບາດ ກ້າວຕໍ່ໄປ ທີ່ໜັກແໜ້ນ, ພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແຕ່ນີ້ ເຖິງປີ 2030”.

ຂໍ້ມູນຈາກ: Target Magazine

ແບ່ງປັນ