ມື້ນີ້ຂວັນໃຈພາມາອັບເດດ #ຄາເຟ່ເປີດໃໝ່ສົດໆຮ້ອນໆ ກັບຮ້ານ ໂມນາກ Monarch Restaurant & Cafe ໃຜທີ່ເປັນສາຍຄາເຟ່ພາດບໍ່ໄດ້ ໄປກ່ອນເຊັກອິນກ່ອນຈະໄດ້ບໍ່ຕົກເທຣນ! ບອກໄດ້ເລີຍວ່າຮ້ານນີ້ເຫັນປຸບສະດຸດຕາປັ໊ບ ເພາະຮ້ານມີສະໄຕລການຕົບແຕ່ງທີ່ໂດດເດັ່ນ ມີຄວາມຫລູແຕ່ກໍແຝງດ້ວຍຄວາມຮູ້ສຶກສະບາຍສາມາດນັ່ງຜ່ອນຄາຍແບບຊິວໆໄດ້ ຈະນັດໝູ່ໄປລົມວຽກ ຫລືເມົ້າມອຍກໍສະບາຍ ມີຫລາຍມຸມໃຫ້ນັ່ງ. ທີ່ສໍາຄັນມີມຸມຖ່າຍຮູບງາມໆໄວ້ເຊັກອິນນໍາອີກ! ຍັງບໍ່ໝົດເທົ່ານັ້ນ ຍັງມີເມນູໃຫ້ໄດ້ເລືອກແບບຫຼາກຫຼາຍທັງອາຫານ, ເຄື່ອງດື່ມເຢັນ-ຮ້ອນ ແລະ ເບເກີຣີ້ ທີ່ຈັດໜັກອັດເຕັມຄວາມແຊບ! ແບບນີ້ບໍ່ລອງລະວັງພາດເດີ້…
ບັນຍາກາດນອກຮ້ານໂລ່ງສະບາຍ ນັ່ງແບບຊິວໆ ຕົບແຕ່ງດ້ວຍຕົ້ນໄມ້ສີຂຽວເຮັດໃຫ້ຮູ້ສຶກຜ່ອນຄາຍ…
ພາຍໃນຮ້ານມີຄວາມຫລູ ແລະ ເກ໋ມີສະໄຕລ ກວ້າງຂວາງພ້ອມ! ເຮັດໃຫ້ນັ່ງໄດ້ແບບສະບາຍສະບາຍ ແມ່ນແຕ່ມຸມນັ່ງຍັງສາມາດຖ່າຍຮູບອອກມາໄດ້ງາມເລີຍ
ອີກມຸມຂອງບັນຍາກາດພາຍໃນຮ້ານມັກມຸມໃດເລືອກນັ່ງໄດ້…
ມາພ້ອມເມນູເຄື່ອງດື່ມທີ່ຫຼາກຫຼາຍມີທັງເຄື່ອງດື່ມແບບຮ້ອນ, ແບບເຢັນ ແລະ ຍັງມີເມນູເບເກີຣີ້ໃຫ້ໄດ້ໄດ້ຊິມ.
ບໍ່ໄດ້ມີສະເພາະເຄື່ອງດື່ມ ແລະ ຂອງຫວານເທົ່ານັ້ນ ຍັງມີອາຫານແຊບໆໃຫ້ໄດ້ເລືອກແບບບໍ່ອັ້ນ!! ພຽງແຕ່ເຫັນກໍຫິວແລ້ວ…🥰
ທີ່ຕັ້ງ: ວົງວຽນໂພນຕ້ອງສະຫວາດ, ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ
ເປີດ: ວັນຈັນ – ວັນອາທິດເວລາ: 9:00 – 15:00 | 17:00 – 23:00
ເບີຕິດຕໍ່: +8562054451954
ຂອບໃຈຮູບພາບ: Monarch Restaurant & Cafe
ຕິດຕາມ Kuanjai Magazine Online ເພີ່ມຕື່ມໄດ້ທີ່
Website:https://kuanjailao.com/wp-admin/
IG:kuanjai_magazine_