Breaking News

ດວງປະຈໍາວັນທີ 17 ສິງຫາ 2016

ແບ່ງປັນ

17

  • ວັນຈັນ.

ການເງິນ: ມີຄວາມສຸກ ແລະ ຄວາມພໍໃຈກ່ຽວກັບການໃຊ້ເງິນໃນການລົງທຶນ ອາດຈະມີບັນຫາຢູ່ເລັກນ້ອຍແຕ່ກໍສາມາດບໍລິຫານຈັດການໃຫ້ຜ່ານໄປໄດ້ພາຍໃຕ້ຄວາມກົດດັນ.

ວຽກງານ: ມີຄົນໃຫ້ຄວາມຊ່ວຍເຫຼືອໃນດ້ານວຽກງານໃຫ້ຜ່ານພົ້ນອຸປະສັກໄປໄດ້ ຖ້າຕ້ອງການພັດທະນາ ຫຼື ຕໍ່ຍອດໃນທຸລະກິດກໍຈະສາມາດເຮັດໄດ້.

ຄວາມຮັກ: ຄົນມີຄູ່ ຍັງບໍ່ມີເວລາຫຼາຍປານໃດໃຫ້ກັບຄົນຮັກ ຫຼື ໃນຊ່ວງນີ້ເພາະມີເລື່ອງທີ່ເຮັດໃຫ້ຕ້ອງເດີນທາງເລື່ອຍໆ ສ່ວນຄົນໂສດ ຊ່ວງນີ້ຍັງບໍ່ມີວີ່ແວວຂອງຄວາມຮັກເລີຍ.

  • ວັນອັງຄານ.

ການເງິນ: ຈະຫາໄດ້ເຂົ້າມາຢ່າງຕໍ່ເນື່ອງເລື່ອຍໆ ຖ້າຫາກມີການລົງທຶນເພີ່ມກ່ຽວກັບເລື່ອງການເງິນ.

ວຽກງານ: ມີອຸປະສັກໃນການຕິດຕໍ່ຕ່າງໆເກີດຂຶ້ນທີ່ຕ້ອງໄດ້ວາງແຜນ ແລະ ແກ້ໄຂ ແລະ ພະຍາຍາມເຮັດຕາມແຜນໃຫ້ດີທີ່ສຸດ.

ຄວາມຮັກ: ຍັງຢູ່ໃນສະຖານະການຄວາມຮັກທີ່ບໍ່ເປີດເຜີຍໃນຊ່ວງນີ້ ຕ້ອງລະວັງໃນເລື່ອງຮັກຊ້ອນທີ່ຈະເຮັດໃຫ້ເກີດຄວາມທຸກໃຈ ສ່ວນຄົນໂສດ ອາດຈະພົບຮັກໂດຍແບບບັງເອີນ.

  • ວັນພຸດ.

ການເງິນ: ຈະດີຂຶ້ນ ແມ່ນວ່າຈະບໍ່ຫຼາຍແຕ່ກໍເຮັດໃຫ້ພໍໃຊ້ຈ່າຍ.

ວຽກງານ: ໃຫ້ລະວັງອາດຈະຜິດຖຽງກັບເພື່ນຮ່ວມວຽກ ດັ່ງນັ້ນໃຫ້ລະວັງການເຈລະຈາໃຫ້ຫຼາຍ.

ຄວາມຮັກ: ຄົນໂສດຄວາມຮັກຂອງທ່ານຍັງເປັນແບບຮັກເຂົາຝ່າຍດຽວ ແລະ ລະວັງຖືເຂົາຕວະເຮັດໃຫ້ເສຍໃຈອີກດ້ວຍ ສ່ວນຄົນມີຄູ່ ຊ່ວງນີ້ຄວາມຮັກບໍ່ຄ່ອຍຈະມີບັນຫາ ເພາະທ່ານສອງຄົນເຂົ້າໃຈກັນຫຼາຍຂຶ້ນ.

  • ວັນພະຫັດ.

ການເງິນ: ເດັ່ນຫຼາຍ ທ່ານຈະມີໂຊກແບບບໍ່ທັນຕັ້ງຕົວ ຫຼື ບໍ່ຄາດຝັນມາກ່ອນ.

ວຽກງານ: ມື້ນີ້ ທ່ານອາດຈະໄດ້ຮັບເອກະສານ ຫຼື ຂ່າວທີ່ສໍາຄັນຕໍ່ທ່ານ.

ຄວາມຮັກ: ຄົນມີຄູ່ ຄວາມສໍາພັນຖືກພັດທະນາໄປໃນທິດທາງທີ່ດີ ຕ່າງຄົນຕ່າງປັບຕົວເຂົ້າຫາກັນ ສ່ວນຄົນໂສດ ຍັງຕ້ອງຜິດຫວັງກັບເລື່ອງຄວາມຮັກອີກຕໍ່ໄປ.

  • ວັນສຸກ.

ການເງິນ: ລະວັງຈະມີຄົນມາເອົາປຽບໃນດ້ານການເງິນກັບທ່ານ, ລະວັງການເຮັດສາຍາການເງິນທີ່ທ່ານອາດເສຍປຽບ.

ວຽກງານ: ປະສົບຄວາມສໍາເລັດກ່ຽວກັບເລື່ອງວຽກງານ ຊ່ວງນີ້ເຮັດວຽກສະບາຍໆບໍ່ມີຄວາມເຄັ່ງຄຽດ ແລະ ໄດ້ຜົນຕອບແທນທີ່ດີ.

ຄວາມຮັກ: ຄົນມີຄູ່ ລະວັງຈະຂັດແຍ້ງກັບຄົນຮັກດ້ວຍທັດສະນະຄະຕິທີ່ຕ່າງກັນ ສ່ວນຄົນໂສດ ອາດຈະພົບຮັກກັບຄົນທີ່ແຕກຕ່າງກັນ ຈົນຄົນອື່ນເບິ່ງວ່າບໍ່ໜ້າຈະຄົບກັນໄດ້.

  • ວັນເສົາ.

ການເງິນ: ມື້ນີ້ອາດຈະໄດ້ຮັບຂ່າວຄວາມຄືບໜ້າດ້ານການເງິນ, ການຂໍສິນເຊື່ອ, ຜົນການເຮັດສັນຍາສໍາຄັນທາງການເງິນເປັນຕົ້ນ.

ວຽກງານ: ເຕັກນິກ, ຄວາມຄິດ, ຄວາມສະຫຼາດບວກກັບຄວາມສ້າງສັນເຮັດໃຫ້ທ່ານສາມາດສ້າງຜົນງານໄດ້ເປັນຢ່າງດີ.

ຄວາມຮັກ: ຄົນໂສດຈະມີຄົນເຂົ້າມາຈີບ ແຕ່ທ່ານກໍຍັງຫຼິ້ນຕົວບໍ່ກ້າທີ່ຈະເປີດໃຈຍອມຮັບ ຄົນມີຄູ່ ມີທັງຄວາມສຸກ ແລະ ຄວາມກັງວົນໃຈປະປົນກັນໄປ ໃນຊ່ວງນີ້ມີຫຼາຍຢ່າງທີ່ຕ້ອງເຮັດ ສະຖານະການດ້ານຄວາມຮັກຍັງບໍ່ຄ່ອຍລົງຕົວ.

  • ວັນອາທິດ.

ການເງິນ: ຄົນທີ່ການເງິນບໍ່ດີນັ້ນ ຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ.

ວຽກງານ: ຊ່ວງນີ້ວຸ່ນວາຍກ່ຽວກັບເລື່ອງວຽກງານຕ່າງໆເຮັດໃຫ້ເກີດຄວາມຊັກຊ້າ ແລະ ມີຄວາມເຄັ່ງຄຽດດ້ານວຽກງານທີ່ເກີດຂຶ້ນ.

ຄວາມຮັກ: ຄົນມີຄູ່ ອາດຈະມີມືທີ່ສາມເຂົ້າມາແຊກ ເຮັດໃຫ້ແຟນປັນໃຈໃຫ້ຄົນອື່ນຢ່າງເຫັນໄດ້ຈະແຈ້ງ ເຮັດໃຫ້ທ່ານອຸກໃຈ ສ່ວນຄົນໂສດ ອາດຈະມີຄົນເຂົ້າມາຈີບໃນຊ່ວງນີ້ ແລະ ສາມາດພັດທະນາຄວາມສໍາພັນຈາກການເປັນເພື່ອນກັນໄປກ່ອນ.

ແບ່ງປັນ