Breaking News

“ນາງຟ້າເທິງດິນ” ແມ່ນຊື່ຂອງໃຜ? (ຢາກໃຫ້ອ່ານ)

ແບ່ງປັນ

ສະບາຍດີສາວແຟນໆຂວັນໃຈ ສະບາຍດີກັບຕອນເຊົ້າວັນສຸກ ວ້າວ…ມື້ສຸດທ້າຍຂອງການເຮັດວຽກແລ້ວບໍນີ້ ເວລາມັນຜ່ານໄປໄວເນາະວ່າບໍ່ສາວໆ ບຶດດຽວຮອດວັນຈັນ ແລະ ອີກບຶດດຽວກໍຮອດວັນສຸກແລ້ວ ແລະ ອີກບຶດດຽວກໍໝົດເດືອນ, ອີກບຶດດຽວກໍໝົດປີ ເວລາມັນບໍ່ຄອຍຖ້າໃຜແທ້ລະສາວໆ ດັ່ງນັ້ນຖ້າໃຜທີ່ຄິດຢາກຈະເຮັດຫຍັງຮີບຟ້າວລົງມືເຮັດແຕ່ຕອນນີ້ເປັນຕົ້ນໄປຢ່າລໍຖ້າໂອກາດ ແລະ ເວລາທີ່ເໝາະສົມເພາະບາງເທື່ອໂອກາດ ແລະ ເວລາທີ່ເໝາະສົມມັນອາດຈະບໍ່ມາພ້ອມກັນ ມັນຈຶ່ງອາດຈະເຮັດໃຫ້ເຮົາພາດໂອກາດດີໆກໍເປັນໄດ້ ການທີ່ສາວໆເປັນຄົນກ້າຄິດ, ກ້າເຮັດ, ກ້າສະແດງອອກນັ້ນ ເຖິງຈະບໍ່ປະສົບຜົນສໍາເລັດໃນບາງເທື່ອ ແຕ່ມັນກໍເປັນບົດຮຽນທີ່ດີ ແລະ ມີຄ່າທີ່ສຸດໃນການປະຕິບັດວຽກງານຄັ້ງຕໍ່ໄປ. ເວົ້າໄປມັນກະອາດຈະຍາວເນາະສາວໆເຮົາມາເວົ້າເລື່ອງທີ່ BeautyGuru ເອົາມາຕ້ອນກັນດີກວ່າເພາະອັນທີ່ເວົ້າມານັ້ນບໍ່ກ່ຽວຂ້ອງຫຍັງກັບສິ່ງທີ່ເອົາມາຕ້ອນກັນໃນມື້ນີ້ເລີຍ ແຕ່ກໍຄືວ່າຫັ່ນລະຄິດຫຍັງດີ ແລະ ເປັນປະໂຫຍດໄດ້ກໍຢາກຈະມາສະເໜີໃຫ້ສາວໆໄດ້ຮູ້ໄປນໍາກັນ ເອົາລະເຮົາມາເຂົ້າເລື່ອງມື້ນີ້ກັນດີກວ່າ ເລື່ອງທີ່ເອົາມາຕ້ອນກັນໃນມື້ນີ້ນັ້ນກໍຄື: “ນາງຟ້າເທິງດິນ” ທີ່ເຮົາເຄີຍເວົ້າກັນ ແລະ ປະໂຫຍກນີ້ກໍອາດຈະບໍ່ພາດໄປຈາກບັນດາສາວກຸ່ມນີ້ເລີຍ ສາວແອ ນັ້ນເອງ ເຫດຜົນທີ່ວ່າເປັນຫຍັງຈຶ່ງເອີ້ນສາວແອວ່າ: “ນາງຟ້າເທິງດິນ” ກໍເພາະວ່າສາວແອນັ້ນມີທັງຄວາມງາມ, ເວົ້າຈາສຸພາບ, ກິລິຍາທ່າທາງອ່ອນນ້ອມຖ່ອມຕົວ, ຮັກຜູ້ໂດຍສານ ດ້ວຍເຫດຜົນເຫຼົ່ານີ້ພວກເຮົາຈຶ່ງມັກເອີ້ນສາວແອວ່າ: ນາງຟ້າເທິງດິນ ແລະ ມື້ນີ້ BeautyGuru ກໍໄດ້ຮວບຮວມເອົາຮູບບັນດາສາວໆແຕ່ລະສາຍການບິນມາຕ້ອນກັນນໍາ ສ່ວນວ່າຈະງາມຈະໜາດໃດນັ້ນເຮົາໄປເບິ່ງພ້ອມກັນເລີຍ!!!

ນາງຟ້າ ສາຍການບິນລາວ

ນາງຟ້າ ສາຍການບິນລາວ ປະມານປີ ຄສ 1987

ນາງຟ້າ ລາວເດີນອາກາດ

ນາງຟ້າ ລາວເຊັນໂທ ແອລາຍ

By: BeautyGuru

ເຄຼດິດຮູບຈາກ: ຄຼິບເດັດຂ່າວດັງ

ແບ່ງປັນ