Breaking News

ສຳຫລວດ ສະໜາມບິນເມືອງວັງວຽງ ເປັນແຫຼ່ງທ່ອງທ່ຽວ ແບບຍືນຍົງ

ແບ່ງປັນ

 

 

ລັດຖະບານ ກໍຄື ອຳນາດການປົກຄອງ ແຂວງວຽງຈັນ ໄດ້ອະນຸມັດ ໃຫ້ບໍລິສັດອີຈິນ ວິສາຫະກຳ ກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບ ໂຄງການພັດທະນາສະໜາມບິນເກົ່າ ເມືອງວັງວຽງ ແຂວງວຽງຈັນ ໃຫ້ກາຍແຫລ່ງທ່ອງທ່ຽວ ແບບຍຶນຍົງ, ຄາດວ່າຈະມີການລົງທຶນກວ່າ 200 ລ້ານໂດລາສະຫາລັດ. ພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2017 ຜ່ານມານີ້ ລະຫວ່າງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ ກັບ ທ່ານ ຫລິວຟູ້ກວາງ ປະທານ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ໂດຍມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນ ພ້ອມການນຳກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ສຳລັບເຂດສຶກສາ-ສຳຫລວດ ຄວາມເປັນໄປໄດ້ ແມ່ນຢູ່ສະໜາມບິນເກົ່າ ເມືອງວັງວຽງ ໃນເນື້ອທີ່ 15 ເຮັກຕາກວ່າ ເຊິ່ງກວມເອົາ 5 ບ້ານ ຂອງເມືອງວັງວຽງ ໂດຍຈະໃຊ້ເວລາ 12 ເດືອນ ເຊິ່ງບໍລິສັດ ຕ້ອງອອກແບບ ໂຄງການຕາມສັນຍາລັກ ກໍຄື ເມືອງວັງວຽງ ແລະ ອອກແບບຕາມແຜນການ ທີ່ໄດ້ສະເໜີ ໃນເບື້ອງຕົ້ນ ຄື: ຫ້ອງວາງສະແດງສິລະປະ, ຫ້ອງວາງສະແດງ, ຫ້ອງສຳພັດນ້ຳແຂງ, ສວນນ້ຳພຸ, ສູນການຄ້າ, ໂຮງແຮມ, ອາພາດເມັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງເດັກ, ຕະຫລາດນ້ຳ, ສວນນ້ຳ, ບ່ອນຈອດລົດ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ເຊິ່ງກິດຈະກຳທັງໝົດ ຕ້ອງໄດ້ມີການຮັບຮອງ ຈາກພາກ ລັດຕາມລະບຽບກົດໝາຍ.

ທ່ານນາງ ແກ້ວມະນີວອນ ຜາລີຂັນ ຜູ້ອຳນວຍການບໍລິສັດ ຜາລີຂັນ ໃນນາມຜູ້ລົງທຶນຮ່ວມກັບ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ກ່າວວ່າ: ຖ້າວ່າຜົນຂອງການສຳຫລວດ ພາຍໃນ 12 ເດືອນ ຫາກມີຄວາມເປັນໄປໄດ້ ກໍຈະໄດ້ລົງມືຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ ຕາມບົດບັນທຶກ ແລະ ຈະສ້າງໃຫ້ສຳເລັດ ຕາມຄາດໝາຍ. ພ້ອມນີ້, ທາງບໍລິສັດ ຈະເອົາໃຈໃສ່ອານຸລັກ ສິ່ງແວດລ້ອມ ເພື່ອການທ່ອງທ່ຽວ ແບບສີຂຽວ ແລະ ຍືນຍົງ ເປັນອັນດັບໜຶ່ງ ເຮັດໃຫ້ເມືອງວັງວຽງ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຮູ້ຈັກໄປທົ່ວໂລກ.

ຂອບໃຈຂ່າວ ແລະ ພາບຈາກ: ຂປລ

 

 

ແບ່ງປັນ