Breaking News

ການໃສ່ບາດເປັນການເຮັດບຸນທີ່ເຮັດໄດ້ງ່າຍ, ສະດວກ ແລະ ດີທີ່ສຸດແຕ່ກໍຕ້ອງເລືອກສິ່ງທີ່ຈະເອົາມາໃສ່ພ້ອມວ່າຄວນ ຫຼືບໍ່ຈຶ່ງຈະໄດ້ບຸນສົມຄໍາປາຖະໜາເດີ້ສາວໆ

ແບ່ງປັນ

ສິ່ງທີ່ຫ້າມນໍາເອົາໄປໃສ່ບາດ

ສະບາຍດີສາວໆ ມາພໍ້ກັນທີ່ເກົ່າເວລາເດີມ ມາພໍ້ກັບ BeautyGuru ຄົນເກົ່າຄົນເດີມ ທີ່ມາພ້ອມກັບເລື່ອງລາວຕ່າງໆໃນແຕ່ລະມື້ ສ່ວນວ່າມື້ນີ້ຈະມີຫຍັງມາຕ້ອນກັນນັ້ນ ຕ້ອງມາຕິດຕາມກັນເບີ່ງ ສາວໆເມື່ອເວົ້າເຖິງການເຮັດບຸນໃນບ້ານເຮົາ ແນ່ນອນວ່າສາວໆຕ້ອງຄິດເຖິງການໃສ່ບາດຢ່າງແນ່ນອນ ແມ່ນບໍ່ ເພາະການໃສ່ບາດເປັນການເຮັດບຸນທີ່ບໍ່ຫຍຸ້ງຍາກ ເຮັດໄດ້ງ່າຍໆໃນທຸກໆເຊົ້າເລີຍລະ ແລະສາວໆຮູ້ບໍ່ວ່າການໃສ່ບາດນັ້ນ ສິ່ງທີ່ສາມາດນໍາມາໃສ່ບາດໄດ້ນັ້ນມີຫຍັງແດ່? ແລະ ສິ່ງທີ່ເພີ່ນຫ້າມໃສ່ບາດນັ້ນມີຫັຍງແດ່? ຖ້າສາວໆຢາກຮູ້ວ່າ “ສິ່ງໃດແດ່ທີ່ເຮົາບໍ່ຄວນນໍາໄປໃສ່ບາດ” ແລະ ຍ້ອນຫຍັງ? ກໍພ້ອມກັນມາເບີ່ງກັບ BeautyGuru ກັນເລີຍ

  • ເຂົ້າສານ, ອາຫານແຫ້ງ, ຊີ້ນສົດ ບໍ່ຄວນນໍາເອົາມາໃສ່ບາດ ເນື່ອງຈາກວ່າວິໄນທາງສົງແມ່ນ ພຣະສົງບໍ່ສາມາດປຸງແຕ່ງອາຫານສັນເອງໄດ້ ແລະ ອາຫານທີ່ຖວາຍໄປແມ່ນບໍ່ສາມາດເກັບໄວ້ຂ້າມຄືນໄດ້ ສະນັ້ນຕ້ອງຖວາຍອາຫານທີ່ສາມາດສັນໄດ້ເລີຍ
  • ເງິນໃສ່ບາດບໍ່ໄດ້ເດັດຂາດ ຜິດພຣະວິໄນ ພຣະຮັບເງິນນັ້ນເອີ້ນໄດ້ວ່າ ອາບັດທຸກກໍລະນີ ສໍາລັບຊາວພຸດທະບໍຣິສັດທີ່ຕ້ອງການຢາກຖວາຍປັດໃຈ ໃຫ້ນໍາເອົາໄປຖວາຍກັບວັດໂດຍກົງ ຫຼືປ່ອນຕູ້ບໍລິຈາກທີ່ມີຢູ່ໃນວັດຈະດີກວ່າ
  • ຊີ້ນທີ່ຕ້ອງຫ້າມ ຫຼາຍ ຊະນິດ ເຊັ່ນ: ຊີ້ນຄົນ, ຊີ້ນຊ້າງ, ຊີ້ນມ້າ, ຊີ້ນໝາ, ຊີ້ນງູ, ຊີ້ນເສືອທຸກປະເພດ, ຊີ້ນໝີ
  • ພືດຜັກ ຫຼືໝາກໄມ້ທີ່ຍັງມີແກ່ນ ເພາະຖືວ່າແກ່ນໃນພືດຜັກ ຫຼືໝາກໄມ້ນັ້ນຍັງສາມາດທີ່ຈະໃຫ້ກໍາເນີດຊີວິດໄດ້ຢູ່ ຖ້າຈະນໍາໄປໃສ່ບາດຕ້ອງເອົາແກ່ນອອກກ່ອນ ຫຼືຫັ່ນເປັນຕ່ອນພ້ອມສັນໄດ້ເລີຍ
  • ອາຫານຫວານ, ມັນ ທໍາລາຍສຸຂະພາບ ຂໍ້ນີ້ບໍ່ໄດ້ຜິດວິໄນສົງແຕ່ຢ່າງໃດ ແຕ່ເນື່ອງຈາກວ່າພນະສົງບໍໄດ້ເຮັດກິດຈະກໍາທີ່ຕ້ອງໃຊ້ພະລັງງານຫຼາຍ ຈຶ່ງບໍ່ຄວນເອົາ ແກງກະທິມັນໆ, ຊີ້ນສັດມັນໆ, ນໍ້າຫວານ, ອາຫານຂົ້ວ ອັນເປັນທີ່ມາຂອງພະຍາດຕ່າງໆ ມາໃສ່ບາດ
  • ສິ່ງອື່ນໆທີ່ບໍ່ເໝາະສົມ ແລະ ເປັນອະບາຍຍະມຸກຕ່າງໆເຊັ່ນ: ສຸລາ, ຢາເສບຕິດເປັນຕົ້ນ

By: BeautyGuru

ທີ່ມາ: Siamvariety

 

ແບ່ງປັນ