ດວງປະຈໍາວັນທີ 19 ສິງຫາ 2016
- ວັນຈັນ.
ການເງິນ: ມີໂຊກໃນມື້ນີ້ ແຕ່ກໍມີເລື່ອງທີ່ຕ້ອງອອກໄປໄປກ່ອນແລ້ວຈຶ່ງຈະໄດ້ເຂົ້າມາເພິ່ມ ມີທັງລາຍຮັບ ແລະ ລາຍຈ່າຍໃນຊ່ວງນີ້.
ວຽກງານ: ການຕັດສິນໃຈວາງແຜນຕ່າງໆ ຫຼື ການເຈລະຈາຕໍ່ລອງກັບຫຸ້ນສ່ວນເປັນໄປໄດ້ດ້ວຍດີ.
ຄວາມຮັກ: ຄົນມີຄູ່ແລ້ວຈະຜິດຖຽງກັນແຕ່ເລື່ອງເກົ່າໆ ໃຫ້ລະວັງຮັກຊ້ອນ ສ່ວນຄົນໂສດຈະມີເລື່ອງເກົ່າໆ ຄົນຮັກເກົ່າໃຫ້ຄົ້ນຄິດ.
- ວັນອັງຄານ.
ການເງິນ: ດີຂຶ້ນຫຼາຍ ຈະມີໂຊກຢ່າງບໍ່ຄາດຝັນ, ມີຄົນນໍາເງິນມາໃຫ້, ໜີ້ທີ່ຄິດວ່າຈະສູນເສຍໄປຈະໄດ້ຄືນ.
ວຽກງານ: ມື້ນີ້ໃຫ້ລະວັງການເຮັດວຽກຜິດພາດ ໂດຍສະເພາະກ່ຽວກັບການສື່ສານ ອາດຈະມີການເຈລະຈາແລ້ວເຂົ້າໃຈຜິດໄດ້.
ຄວາມຮັກ: ຄົນມີຄູ່ ໄປໄດ້ດີ ຈະມີການປັບຕົວເຂົ້າຫາກັນຫຼາຍຂຶ້ນ ເຮັດໃຫ້ຄວາມສໍາພັນກັບແຟນດີຂຶ້ນ, ແຟນຈະເອົາໃຈເປັນພິເສດ ສ່ວນຄົນໂສດ ທ່ານຍັງບໍ່ໝັ້ນໃຈໃນຕົວຂອງຄົນທີ່ເຂົ້າມາຈີບວ່າເຂົາຕ້ອງການຫຍັງກັນແທ້.
- ວັນພຸດ.
ການເງິນ: ຫາເງິນເຂົ້າມາຫຼາຍກໍຕ້ອງຈ່າຍອອກໄປຫຼາຍເຊັ່ນກັນ ແຕ່ກໍຈະຫາໄດ້ເຂົ້າມາເລື່ອຍໆ.
ວຽກງານ: ຄວາມດຸໝັ່ນ ແລະ ການເຮັດວຽກໃຫ້ຖືກເວລາຈະເຮັດໃຫ້ຕົນເອງກ້າວໜ້າຂຶ້ນ.
ຄວາມຮັກ: ຄົນມີຄູ່ສຸກສົມຫວັງກັບເລື່ອງຄວາມຮັກ ຊີວິດຮັກຊ່ວງນີ້ດີຫຼາຍ ຄົນໂສດ ຈະຢູ່ໃນຊ່ວງຈີບກັນຫວານຊື່ນ ມີໂອກາດໄປທ່ຽວດ້ວຍກັນ.
- ວັນພະຫັດ.
ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປເປັນຈໍານວນໜຶ່ງໃນຊ່ວງນີ້ ເພາະມີເລື່ອງເລັ່ງດ່ວນທີ່ຕ້ອງຈ່າຍອອກໄປຢ່າງຫຼີກບໍ່ໄດ້.
ວຽກງານ: ມີໂອກາດໄດ້ຍົກຍ້າຍປ່ຽນແປງກ່ຽວກັບເລື່ອງວຽກງານ ລະວັງການເດີນທາງໄກໃນຊ່ວງນີ້ທີ່ຈະມີຄວາມເຄັ່ງຄຽດ.
ຄວາມຮັກ: ຄົນໂສດ ຍັງຕ້ອງທົນກັບຄວາມເຫງົາອີກຕໍ່ໄປ ສ່ວນຄົນມີຄູ່ ບໍ່ຄ່ອຍດີປານໃດ ຈະມີເລື່ອງຜິດຖຽງກັບຄົນຮັກ ເພາະທ່ານອາດຮູ້ສຶກນ້ອຍທີ່ຄົນຮັກບໍ່ສົນໃຈ, ບໍ່ເອົາໃຈທ່ານປານໃດ.
- ວັນສຸກ.
ການເງິນ: ເດັ່ນຫຼາຍ ຈະຮູ້ສຶກລວຍເປັນພິເສດ, ມີເງິນກ້ອນໃຫຍ່, ມີໂຊກກ້ອນໃຫຍ່.
ວຽກງານ: ຍັງພໍໄປໄດ້ເລື່ອຍໆ ຕ້ອງແກ້ໄຂບັນຫາຄົນດຽວຫາຄົນຊ່ວຍເຫຼືອບໍ່ມີ.
ຄວາມຮັກ: ຄົນມີຄູ່ ບໍ່ຄ່ອຍດີ ອາດຈະອົກຫັກ ຖືກບອກເລີກຢ່າງບໍ່ທັນຕັ້ງຕົວ ຫຼື ຜິດຖຽງກັນຢ່າງຮຸນແຮງ ດັ່ງນັ້ນໃຈເຢັນໆໄວ້ກ່ອນກໍຈະດີ ສ່ວນຄົນໂສດ ທ່ານຄວນລອງເປີດໃຈຮັບໃຜຈັກຄົນເຂົ້າມາ ເພື່ອເຂົາຈະມາຊ່ວຍຮັກສາຫົວໃຈໃຫ້ດີຂຶ້ນ.
- ວັນເສົາ.
ການເງິນ: ມີຂ່າວດີກ່ຽວກັບເລື່ອງການເງິນ ມີໂຊກຈະໄດ້ເງິນເຂົ້າມາ, ມີຄົນອຸປະຖໍາທາງດ້ານການເງິນ.
ວຽກງານ: ເຮັດຫຍັງໃນຊ່ວງນີ້ຈະປະສົບຄວາມສໍາເລັດໃນເລື່ອງວຽກງານ ແຕ່ຕ້ອງເຮັດຄົນດຽວ ເພາະຖ້າມີຫຸ້ນສ່ວນເຂົ້າມາຈະມີແຕ່ເລື່ອງທີ່ເຮັດໃຫ້ແຕກແຍກ.
ຄວາມຮັກ: ຄົນມີຄູ່ ຍັງບໍ່ຄ່ອຍດີປານໃດ ຈະມີໝູ່ເພື່ອນນໍາເອົາຂ່າວບໍ່ຄ່ອຍດີກ່ຽວກັບຄົນຮັກມາບອກ ເຮັດໃຫ້ທ່ານທຸກໃຈ ສ່ວນຄົນໂສດ ຍັງບໍ່ຕັດສິນໃຈເລື່ອງຄວາມຮັກໃນຊ່ວງນີ້.
- ວັນອາທິດ.
ການເງິນ: ບໍ່ມີເລື່ອງເດືອດຮ້ອນໃດໆ ແລະ ຍັງມີເງິນໃຊ້ຈ່າຍຢູ່ເລື່ອຍໆ.
ວຽກງານ: ຈະເຮັດສິ່ງໃດໃນຊ່ວງນີ້ຈະເກີດໂຊກ ແມ່ນວ່າເປັນເລື່ອງທີ່ບໍ່ເຕັມໃຈເຮັດແຕ່ກໍຈະມີຄວາມສໍາເລັດຈົນໄດ້ດີ.
ຄວາມຮັກ: ຄົນມີຄູ່ ທ່ານ ແລະ ຄົນຮັກຕ່າງຝ່າຍຕ່າງປັບຕົວເຂົ້າຫາກັນເຮັດໃຫ້ຄວາມສໍາພັນດີຂຶ້ນ ຄົນໂສດ ຍັງບໍ່ເປັນໄປຕາມຄວາມຫວັງ ສາເຫດອາດເປັນເພາະທ່ານບໍ່ເປີດໃຈບໍ່ພ້ອມຈະມີຄວາມຮັກ, ເຮັດໃຈໃຫ້ສະບາຍໆແລ້ວຮັກຈຶ່ງຈະເຂົ້າມາໄດ້.