Breaking News

Keo Khounphachanh

ໃນຊີວິດຄູ່ ຢາກໃຫ້ຄົນມີຄູ່ໄດ້ອ່ານ

ໃນຊີວິດຄູ່!!! ຢາກໃຫ້ຄົນມີຄູ່ໄດ້ອ່ານ ສະບາຍດີສາວໆ ມາພົບກັບ BeautyGuru ອີກແລ້ວມາພ້ອມກັບເລຶ່ອງລາວທີ່ຊອກສາລະບໍ່ຄ່ອຍມີແຕ່ອ່ານດີໆກະມິສາລະ (ເວົ້າເອງງົງເອງ) ສໍາລັບມື້ນີ້ຢາກຈະມາແນະນໍາໃຫ້ຄົນມີຄູ່ໄດ້ອ່ານກ່ຽວກັບເລຶ່ອງນີ້ ຖ້າບໍ່ຢາກໃຫ້ຊີວິດຄູ່ມີບັນຫາ ແຕ່ບໍ່ສະເພາະຄົນມີຄູ່ເທົ່ານັ້ນທີ່ຢາກໃຫ້ອ່ານຄົນທີ່ຍັງບໍ່ມີຄູ່ກໍສາມາດອ່ານໄດ້ເພາະໃນອະນາຄົດເຮົາກໍອາດຈະຕ້ອງມີຄືກັນ (ຄວາມຝັນສ່ວນຕົວ) ສ່ວນເລຶ່ອງລາວທີ່ BeautyGuru ເອົາມາຕ້ອນໃນມື້ນີ້ຈະກ່ຽວກັບການໃຊ້ຊີວິດຄູ່ ຫຼື ຄູ່ຊີວິດແນວໃດນັ້ນເຮົາໄປເບິ່ງພ້ອມໆກັນເລີຍ ໃນຊີວິດຄູ່ຖ້າບໍ່ຢາກໃຫ້ມີບັນຫາຕ້ອງຮູ້ຈັກສິ່ງເຫຼົ່ານີ້: ເວລາບໍ່ແນ່ໃຈອັນໃດ ຢ່າຖາມຄົນອື່ນ ໃຫ້ຖາມຄົນຂອງເຮົາກ່ອນຂ ເວລາຜິດກັນ ຢ່າເອົາຄວາມຜິດແຕ່ກ່ອນມາເວົ້າ ເວລາໂກດຊັງກັນ ຢ່າງຽບແລະບໍ່ເວົ້າກັນຈົນຂ້າມວັນ ເວລາບໍ່ເຂົ້າໃຈກັນ ຢ່າໄປຄິດແທນເຂົາ ເວລາຫງຸດຫງິດ ຢ່າເວົ້າອັນໃດໃຫ້ເປັນເຊື້ອໄຟ ເວລາມີເລື່ອງຕິດຄ້າງໃນໃຈ ຢ່າບອກບໍ່ມີຫຍັງ ໃຫ້ເວົ້າອອກໄປແລະຄ່ອຍເວົ້າລົມກັນດີດີ… ຄັດຈາກ: ທໍາມະພຣະຄຸນແມ່ By: BeautyGuru  

Read More »

ຄຸນສົມບັດທີ່ສຸພາບສະຕີຄວນຮູ້

“ຈັນຍາບັນ ຄຸນສົມບັດ ສິລະທໍາ” ສາວໆເຄີຍໄດ້ຍິນປະໂຫຍກນີ້ມາກ່ອນບໍ່? ແລະ ຖ້າເຄີຍສາວໆຮູ້ຄວາມໝາຍຂອງມັນບໍ່? ຖ້າຍັງບໍ່ຮູ້ມື້ນີ້ BeautyGuru ຈະພາສາວໆໄປຮູ້ຈັກກັບມັນ ແຕ່ເມຶ່ອໄດ້ຮູ້ບໍ່ໄດ້ໝາຍຄວາມວ່າສາວໆຈະຕ້ອງປະຕິບັດຕາມພຽງແຕ່ຢາກໃຫ້ສາວໆໄດ້ຮັບຮູ້ກ່ຽວກັບຄວາມໝາຍຂອງມັນເທົ່ານັ້ນ ສ່ວນສາວໆຄົນໃດທີ່ຢາກຈະເອົາປະຕິບັດກໍບໍ່ວ່າກັນເດີ້ ແລະ ສິ່ງທີ່ BeautyGuru ເອົາມາຕ້ອນສາວໆໃນມື້ນີ້ກໍຄື: 20 ຄຸນສົມບັດຂອງສຸພາບສະຕີນັ້ນເອງ (ສໍາລັບຄົນທີ່ມີຜົວເປັນສ່ວນຫຼາຍ) ສ່ວນວ່າຈະປະກອບມີຫຍັງແດ່ນັ້ນເຮົາໄປອ່ານ ແລະ ທໍາຄວາມເຂົ້າໃຈພ້ອມກັນເລີຍ!!! – ຮັບຜິດຊອບຕໍ່ໜ້າທີ່ – ເປັນກຸນລະສະຕີຜູ້ຊື່ສັດ – ຮູ້ປະຢັດຊັບສິນເງິນຕາ – ຍາມເວົ້າຈາສຸພາບອ່ອນຫວານ – ໃຈກ້າຫານຄືດັ່ງຍອດຊາຍ – ບໍ່ວຸ່ນວາຍສິ່ງຂອງມືນເມົາ – ຊ່ວຍແບ່ງເບົາພາລະສາມີ – ຄຸນຄວາມດີຄວນທີ່ຮັບຮູ້ – ເລື່ອງຄົບຊູ້ຢ່າໄດ້ຄິດຫາ – ໃຊ້ປັນຍາຫຼາຍກວ່າເຫື່ອແຮງ – ຮູ້ຈັດແຈງວຽກຄົວເຮືອນຊານ – ສຸກສໍາລານບໍ່ໃຫ້ລືມຕົນ – ຍາມພໍ້ຈົນອົດທົນຜ່ານຜ່າ – ເຄົາລົບຍ່າປູ່ທວດເຈົ້ານາຍ – …

Read More »

ໂອ້!!! ວ້າວ ນີ້ຫວາກະເປົາຖືທີ່ບໍ່ມີຢູ່ໃສມາກ່ອນ

ໂອ້!!! ວ້າວ ນີ້ຫວາກະເປົາຖືທີ່ບໍ່ມີຢູ່ໃສມາກ່ອນ!! ສາວໆຖ້າສາວໆມັກສະສົມກະເປົາຖືງາມໆ ແລະ ມັກໃນການກິນເປັນຊີວິດຈິດໃຈມື້ນີ້ BeautyGuru ໄດ້ນໍາເອົາແບບກະເປົາຖືທີ່ໄດ້ຮັບການອອກແບບຈາກ ປະເທດເນດທີແລນ ເຊິ່ງມີທັງຄວາມແປກຜະສົມຄວາມງາມ ແລະ ເລີດ!!! ມາຕ້ອນສາວໆກັນ ຮັບຮອງວ່າແປກແບບບໍ່ຄືໃຜແນ່ນອນ ວ່າແລ້້ວເຮົາໄປເບິ່ງພ້ອມກັນເລີຍສາວໆ By: Beautyguru ເຄຼດິດຮູບຈາກ: ເພັດມາຍາ (ພາສາໄທ)

Read More »