Breaking News

kuanjai01

ໂຮງຮຽນ ນານາຊາດ ວຽງຈັນ (VIS) ຮ່ວມກັບ ທະນາຄານລາວ – ຝຣັ່ງ (BFL) ສ້າງໂອກາດເພື່ອການພັດທະນາສູນກາງການຮຽນຮູ້ ຢູ່ໃນສປປ ລາວ ດ້ວຍໂຄງການປັບປຸງພື້ນທີ່ຂອງໂຮງຮຽນ (Campus Gateway)

ທະນາຄານລາວ – ຝຣັ່ງ (BFL) ໃຫ້ທຶນກູ້ຢືມແກ່ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດ ວຽງຈັນ (VIS) ເຊິ່ງລວມມີ:  ສູນສິລະປະ ການສະແດງ, ສູນອອກກໍາລັງກາຍ ແລະ ເປັນບ່ອນພົບປະສັງສັນແຫ່ງໃໝ່ ໃຫ້ກັບໂຮງຮຽນ ແລະ ຊຸ່ມຊົນໃນທ້ອງຖິ່ນ. ທີ່ນະຄອນຫຼວງວຽງຈັນ, ໃນເດືອນ ກຸມພາ 2021 ທີ່ຜ່ານມາ – BFL ແລະ VIS ໄດ້ສະເຫຼີມສະຫຼອງການຮ່ວມມື ແລະ ການເລີ່ມຕົ້ນໂຄງການ ປັບປຸງພື້ນທີ່ ຂອງໂຮງຮຽນ ດ້ວຍການຈັດພິທີຖະແຫລ່ງຂ່າວ ເປີດຕົວໂຄງການປັບປຸງພື້ນທີ່ ຂອງໂຮງຮຽນ ໃນ ວັນທີ 03 ມີນາ 2021 ຢູ່ທີ່ VIS ໂດຍການເປັນກຽດເຂົ້າຮ່ວມງານ ຂອງບັນດາຄູ່ຮ່ວມສັນຍາ, ຕ່າງໜ້າຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ, ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ ລາວ, ບັນດາສື່ມວນຊວນ, …

Read More »

ເອົາໃຈຄົນເຫງົາ ບໍລິສັດ Panasonic ໃນປະເທດຍີ່ປຸ່ນ ເປີດໂຕ Nicobo ຫຸ່ນຍົນໜ້າຄ້າຍຄືກັບແມວທີ່ສົນທະນາກັບຄົນໄດ້.

ໃນຊ່ວງໄລຍະນີ້ໃນປະເທດຍີປຸ່ນແມ່ນຍັງມີການລະບາດຂອງພະຍາດ Covid-19 ຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານທັງຫຼາຍຕ້ອງໄດ້ Work From Home ຢູ່ທີ່ບ້ານເວັ້ນໄລຍະຫ່າງຈາກສັງຄົມ ເຊິ່ງເຮັດໃຫ້ຄົນຍີ່ປຸ່ນຫຼາຍຄົນຮູ້ສຶກໂດດດ່ຽວ ແລະ ຄຽດຈາກການເຮັດວຽກ. ສະນັ້ນ ຈຶ່ງເປັນຄວາມຄິດທີ່ດີໃນການຜະລິດນະວັດຕະກຳເພື່ອແກ້ໄຂບັນຫາໃນຊ່ອງວ່າງນີ້ ໂດຍການສ້າງຫຸ່ນຍົນແມວ (AI) ເພື່ອຕອບສະໜອງ ຄວາມຄາຍເຫງົາຈາກການຢູ່ແຕ່ບ້ານ. ເຊິ່ງຫຸ່ນຍົນໂຕນີ້ມີຊື່ວ່າ Nicobo ຖືກຜະລິດໂດຍ ບໍລິສັດເຄື່ອງໄຟຟ້າ Panasonic ແບຣນດັງຂອງຍີ່ປຸ່ນ. ໂດຍຫຸ່ນຍົນຈະມີລັກສະນະຄື ຖົງຕີນໃນຊຸດເກົ່າ (Old Sock). ຄວາມສາມາດຂອງຫຸ່ນຍົນນີ້ ສາມາດໂຕ້ຕອບບົດສົນທະນາ ແລ້ວຍັງກະດິກຫາງ ຍິບຕາໄດ້ ລວມເຖິງຍັງຕົດໄດ້ພ້ອມ!! ແລະ ທີ່ສຳຄັນ Nicobo ໂຕນີ້ແມ່ນມີກ້ອງໄວ້ເພື່ອຈື່ຈຳໃບໜ້າ ແລະ ໄມໂຄໂຟນເພື່ອໃຊ້ໂຕ້ຕອບບົດສົນທະນາກັບເຮົາ. ນອກນັ້ນ ຍັງມີແຜງເຊັນເຊີທີ່ຕອບສະໜອງການສຳພັດ ເວລາທີ່ເຮົາສຳພັດ ຫຼື ກອດ ຫຸ່ນຍົນມັນຈະສະແດງທ່າທີການໂຕ້ຕອບກັບ ຫຼື ປະຕິກິລິຍາໃດໜຶ່ງ ເພື່ອເຮັດໃຫ້ເຮົາຕື່ນເຕັ້ນ ແລະ ມ່ວນໄປກັບມັນ. ວົ້າໄດ້ວ່າ …

Read More »

ກຽມສະຫຼະໂສດ!!! ສາວ ແຜັດ ເພັດດາວອນ ນັກຮ້ອງສຽງດີ ທີ່ຄວ້າເງິນລ້ານມາແລ້ວ!! ຈາກເວທີເພື່ອນບ້ານ ທີ່ປະເທດໄທ…

ຄົງຈະບໍ່ມີໃຜບໍ່ຮູ້ຈັກ ສາວຄົນນີ້ ແຜັດ ເພັດດາວອນ ນັກຮ້ອງສຽງດີ ແລະ ມີສຽງເປັນເອກະລັກ ທີ່ຄວ້າເງິນລ້ານມາແລ້ວ!! ຈາກເວທີເພື່ອນບ້ານ ທີ່ປະເທດໄທ…ເມື່ອ “ແຜັດ ເພັດດາວອນ” ນັກຮ້ອງສາວຊື່ດັງ ອອກມາປະກາດຂ່າວດີກຽມເຂົ້າປະຕູວິວາໃນໄວໆນີ້ ພ້ອມຖ່າຍພຣີເວດດິ້ງ ທີ່ແສນອົບອຸ່ນ ໜ້າຮັກ ງົດງາມໃນຊຸດລາວເຮົາໃຫ້ແຟນໆໄດ້ເບິ່ງ ທຸກຄົນພາກັນຮ່ວມຍິນດີຂອງຄອບຄົວ, ໝູ່ເພື່ອນ ແລະ ບອກເລີຍແຕ່ລະພາບຖ່າຍ ສວຍງາມອີຫຼີ!! ຂວັນໃຈຂໍສະແດງຄວາມຍິນດີກັບ ສາວ ແຜັດ ນໍາເດີ!!!

Read More »

ເຜີຍໂສມໜ້າ!!! ສາວງາມ Miss World 2021 ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ…

ເວທີນີ້ຕ້ອງລຸກເປັນໄຟເມື່ອສາວງາມໄດ້ມາປະຊັນຄວາມງາມ ແລະ ຄວາມສາມາດ ໄດ້ເລີ່ມຂຶ້ນແລ້ວ!!! ໃນວັນທີ 02 ມີນາ 2021 ທີ່ຜ່ານມາ ໄດ້ມີການຈັດງານປະກວດ Miss World 2021 ເພື່ອຄັດເລືອກເອົາສາວງາມຈາກຫຼາຍໆພາກສ່ວນທີ່ຈະມາເຂົ້າປະກວດໃນເວທີນີ້ ບອກໄດ້ເລີຍວ່າປີນີ້ມີແຕ່ຄົນງາມໆເກັ່ງໆທີ່ຜ່ານເຂົ້າຮອບ ປີນີ້ມົງຈະລົງໝາຍເລກໃດຖ້າຕິດຕາມໄປພ້ອມໆກັນເລີຍ… ຢ່າລືມເຊຍ ແລະ ໃຫ້ກໍາລັງໃຈກັບສາວງາມທັງ 20 ຄົນນີ້ແນ່ເດີ!!!

Read More »

ທີ່ຍັງໂສດ!!! ເພາະຄວາມຮັກບໍ່ແມ່ນໃຜກະໄດ້??? ຈຶ່ງເລືອກທີ່ຈະໂສດ!!!

ຄົນໂສດຕ່າງກໍສະແຫວງຫາຄວາມສໍາພັນທີ່ມີຄວາມຮັກແບບຍືນຍາວ ບໍ່ແມ່ນຈະຟ້າວທີ່ຈະມີຄວາມຮັກໃນຄັ້ງໃໝ່ຢູ່ເລື້ອຍໆ ເພາະກວ່າຈະເຊົາເຈັບຈາກຄວາມຮັກມັນບໍ່ແມ່ນເລື່ອງງ່າຍ ແລະ ການເລີ່ມຕົ້ນໃໝ່ກັບໃຜຈັກຄົນເມື່ອໄດ້ຮັກແລ້ວກໍທຸ່ມເທ ແລະ ຢາກໃຫ້ເປັນຮັກຄັ້ງສຸດທ້າຍໃນຊີວິດ.​ ມື້ນີ້ແອັດຈະມາເອົາໃຈສາວໂສດກັນແນ່ຈັກໜ້ອຍໜຶ່ງ… ຄົນເຮົາແຕ່ລະຄົນກໍມີເອກະລັກ ແລະ ນິໄສເປັນຂອງຕົວເອງທີ່ແຕກຕ່າງກັນໄປ ການທີ່ເຮົາຈະຮຽນຮູ້ ຫຼືຮູ້ຈັກໃຜຈັກຄົນໃຫ້ຫຼາຍຂຶ້ນ ເລີ່ມແລກກໍຍັງບໍ່ກ້າສະແດງຕົວຕົນຂອງຕົວເອງອອກມາ ຫຼືເອີ້ນວ່າ ຊ່ວງໂປໂມຊັ່ນ ແຕ່ກໍບໍ່ໄດ້ເປັນໝົດທຸກຄົນ. “ຄົນເຮົາບໍ່ມີໃຜ Perfcet ໄປທຸກເລື່ອງດອກ” ແລະ ກໍບໍ່ມີໃຜບອກຈຸດດ້ອຍຂອງຕົວເອງໃຫ້ໃຜຮູ້ ເມື່ອຮອດເວລາເຮົາຈະຮຽນຮູ້ໄດ້ເອງ ຄ່ອຍໆປັບຕົວເຂົ້າຫາກັນ ຍອມຮັບໃນຄວາມແຕກຕ່າງ ແລະ ສ້າງຈຸດທີ່ຄືກັນໄດ້ ຫຼືສຸດທ້າຍແລ້ວຄົ້ນພົບວ່າ ບໍ່ສາມາດຮ່ວມທາງກັນໄດ້ ກໍຕ້ອງຍອມຮັບ ແລະ ເລີກລາກັນໄປມັນກໍເປັນເລື່ອງທໍາມະດາ “ໂລກບໍ່ໄດ້ສົ່ງຄົນຮັກມາໃຫ້ພຽງແຕ່ຄົນດຽວ” ເຮົາກໍຕ່າງມີຫົວໃຈຄົນລະດວງທີ່ເຕີບໃຫຍ່ມາພ້ອມກັບຕົວເຮົາເອງ ສະນັ້ນ, ມຸມມອງໃນຄວາມຮັກທີ່ເຮົາມີຕໍ່ການພົບກັນໃນທຸກຄວາມສໍາພັນນັ້ນ ຈະແຕກຕ່າງຕາມອາຍຸ ແລະ ປະສົບການຄວາມຮັກທີ່ຜ່ານມາ ເມື່ອເຮົາພົບກັບຄວາມຮັກທີ່ບໍ່ສວຍງາມ ແນ່ນອນວ່າຈະຕ້ອງມີການເລີກລາ ມັນຈະມີໂອກາດໃໝ່ເຂົ້າມາສະເໜີ ພຽງແຕ່ເຮົາຈະພົບໃຜທີ່ເຮັດໃຫ້ເຮົາຮູ້ສຶກດີ ແລະ ພິເສດສໍາລັບເຮົາ ແລະ ເຮົາຈະເລືອກຄົນທີ່ດີກວ່າເກົ່າ ເພາະວ່າປະສົບການຮັກຄັ້ງເກົ່າຈະສອນໃຫ້ເຮົາຮູ້ວ່າ ແມ່ນຫຍັງທີ່ເຮົາເບິ່ງຂ້າມ ຫຼືເຮັດໃຫ້ເຮົາບໍ່ສົມຫວັງກັບຄົນຮັກ …

Read More »