Breaking News

kuanjai01

ນິສສັນທີ່ມາພ້ອມກັບຄວາມທົນທານ ແລະ ໃຊ້ງານໄດ້ຢ່າງສະດວກສະບາຍ…ມາເບິ່ງ!!! ທີ່ມາຂອງລົດກະບະນິສສັນ Nissan

ນັບຕັ້ງແຕ່ນິສສັນ Nissan ໄດ້ຖືກສ້າງຕັ້ງຂຶ້ນມາໃນຫຼາຍປີທີ່ຜ່ານມາ, ທາງບໍລິສັດໄດ້ພະຍາຍາມສ້າງແຮງບັນດານໃຈໃຫ້ແກ່ຜູ້ຂັບຂີ່, ບໍ່ວ່າຈະເປັນການສະໜອງຄວາມພຶ່ງພໍໃຈ ແລະ ຄວາມສະດວກໃນດ້ານການຂັບຂີ່ໃຫ້ແກ່ຜູ້ຊົມໃຊ້ລົດຍົນ. ນັບແຕ່ປີ 1933, ບໍລິສັດນິສສັນ Nissan ໄດ້ຜະລິດປະເພດລົດຍົນທີ່ຕອບສະໜອງຄວາມພຶ່ງພໍໃຈແກ່ຜູ້ຂັບຂີ່. ປະຫວັດການຜະລິດລົດຍົນຂອງພວກເຮົາຄືການສ້າງຄວາມທ້າທ້າຍໃນການຂັບຂີ່ລົດຍົນຂອງພວກເຮົາຢ່າງບໍ່ມີທີ່ສີ້ນສຸດ. ທາງນິສສັນ Nissan ໄດ້ເລີ່ມຜະລິດລົດກະບະນັບແຕ່ຕົ້ນປີ 1933 ພ້ອມກັບການຜະລິດລົດເກັງແດທ໌ຊັນ Datsun ລຸ້ນທີ່ 12. ໂດຍອີງໃສ່ມາດຕະຖານລົດກະບະແດທ໌ຊັນ Datsun ລຸ້ນທີ່ 12, ທີ່ມີເຄື່ອງຈັກ 788cc DAT  ແລະ ມີກໍາລັງການເຜົ່າຜານຢູ່ທີ່ 12 ແຮງມ້າ. ນັບແຕ່ນັ້ນມາ, ລົດກະບະທີ່ບໍລິສັດໄດ້ຜະລິດອອກມາຖືວ່າເປັນລົດຍົນທີ່ໃຫ້ຄວາມສະດວກ ແລະ ອະເນກປະສົງທີ່ຍັງບໍ່ຫຼາຍເທົ່າທີ່ຄວນ. ດັ່ງນັ້ນ, ຜູ້ຜະລີດລົດກະບະຈຶ່ງໄດ້ຢຸດຜະລິດລົດຍົນ, ບໍ່ວ່າຈະເປັນອຸປະກອນ ແລະ ອາໄລ່ລົດຍົນຈາກຖານການຜະລິດ ເນື່ອງຈາກລົດຍົນເຮັດໃຫ້ຜູ້ຂັບຂີ່ມີການຂັບຂີ່ທີ່ລໍາບາກ ເວລາທີ່ຂັບຂີ່ໃນໄລຍະທາງໄກ. ໃນປີ 1955, ລົດກະບະລຸ້ນ 120 ໄດ້ຖືກຜະລິດອອກມາດ້ວຍຮູບຊົງທັນສະໄໝເປັນລຸ້ນທຳອິດ. ແລ້ວໄດ້ມີການພັດທະນາມາເປັນກະບະລຸ້ນ 220 …

Read More »

ມາເບິ່ງ!!! ກຸ່ມສາວໂສດ 7 ຄົນ ສ້າງບ້ານເພື່ອເປັນທີ່ຢູ່ອາໄສໃນຍາມບໍານານ

ຕາມການລາຍງານຂອງເວບໄຊ shanghai.ist ໄດ້ແຈ້າງວ່າມີກຸ່ມສາວໂສດທີ່ເປັນໆໝູ່ສະນິດກັນ 7 ຄົນ ຮູ້ຈັກກັນມາຫຼາຍກວ່າ 10 ປີ ໂດຍມີການໂອ້ລົມກັນວ່າມື້ໜຶ່ງຈະໃຊ້ຊີວິດຮ່ວມກັນໃນຊ່ວງປັ້ນປາຍຂອງຊີວິດ ແລະ ຕອນນີ້ສາວໂສດທັງ 7 ຄົນກໍໄດ້ພາກັນສ້າງບ້ານສໍາເລັດເປັນທີ່ຮຽບຮ້ອຍແລ້ວ ໃນແຖວຊານເມືອງ ກວາງໂຈ ໃນປີ 2018 ທີ່ຜ່ານມາ ຫ່າງຈາກຕົວເມືອງ 70 ກິໂລແມັດ ໂດຍທັງ 7 ສາວ ໄດ້ລວມເງິນກັນສ້າງບ້ານຫຼັງນີ້ ປະມານ 4 ລ້ານຢວນ ($580,000) ຫຼື ປະມານ 17.8 ລ້ານບາດ ໃນການ Renovate ບ້ານຫຼັງນີ້ ທີ່ຈະໃຊ້ຢູ່ໃນຍາມບໍານານ ແຕ່ລະຄົນກໍຕ້ອງຝຶກທັກສະການທີ່ແຕກຕ່າງກັນໃນການໃຊ້ຊີວິດຍາມບໍານານ ຮຽບຮຽງໂດຍ: KuanjaiMagazine ຂໍ້ມູນຈາກ: YOUNGSOAD

Read More »

13 ຂໍ້ຄິດ ໃນຊີວິດການເຮັດວຽກທີ່ຄວນຮູ້ກ່ອນອາຍຸ 30…

ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍເລີ່ມຕົ້ນເດືອນມີນາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ… ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເຮົາເກັບໄປຄິດໄດ້ສະເໝີຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ ການນັ່ງສະມາທິ 20 …

Read More »

ຍິນດີນໍາ!!! ນາງເອກຊື່ດັງຂອງປະເທດໄທປະກາດມີທາຍາດຄົນທໍາອິດແລ້ວ…

ຍິນດີນໍາ!!! ວ່າທີ່ ເຈົ້າສາວປ້າຍແເດງ ແລະ ແມ່ມືໃໝ່ ສາວ ຍາດທິບ ນາງເອກຊື່ດັງຂອງປະເທດໄທ ສາຍາສາວເຊັກຊີ ທີ່ມີຜົນງານການສະແດງຫຼາກຫຼາຍຜົນງານບໍ່ວ່າຈະເປັນຮູບເງົາເລື່ອງ: แรงเทียน, ไฟสิ้นเชื้อ, เรือนสายสวาด, เขาวานให้หนูเปันสายลับ ແລະ ອີກຫຼາຍໆຜົນງານ… ຫຼັງຈາກທີ່ທັງສອງຄົນໄດ້ອອກເດດ ແລະ ແຟນໝຸ່ມກໍໄດ້ຂໍແຕ່ງງານ ສ່ວນງານແຕ່ງແມ່ນຈະຈັດຂຶ້ນໃນເດືອນ ເມສານີ້ ຫຼ້າສຸດສາວຍາດທິບໄດ້ປະກາດຜ່ານສື່ອອນລາຍໄອຈີຂອງຕົວເອງວ່າ ຈະໄດ້ເປັນແມ່ຄົນແລ້ວ!!! ຈັງໃດແອັດກໍຂໍສະແດງຄວາມຍິນດີນໍາເດີ

Read More »

4 ຂໍ້ຄິດດີໆ ທີ່ໄດ້ຈາກການຄິດບວກ ສ້າງແຮງບັນດານໃຈໃຫ້ກັບຄົນເຮັດວຽກໄດ້ດີທີ່ສຸດ!!!

ການຄິດບວດ ຄືຄວາມຄິດ ຈິດໃຈ ອາລົມ-ຄວາມຮູ້ສຶກ ແລະ ທັດສະນະຄະຕິໃນດ້ານດີທັງຕໍ່ຕົວເອງ ສິ່ງຂອງ ເຫດການ ແລະ ເພື່ອນຮ່ວມງານອ້ອມຂ້ງ… ເນື່ອງຈາກວ່າການຄິກບວດ ເຮັດໃຫ້ຮ່າງກາຍຈະລັງຮໍໂມນຄວາມສຸກອອກສູ່ກະແສເລືອດ ຫົວໃຈຈະເຕັ້ນຊ້າລົງ ຫາຍໃຈຊ້າລົງ ຄວາມດັນເລືອດຫຼຸດລົງ ພູມຕ້ານທານເພີ່ມຂຶ້ນ ອາລົມສົດໄສ ປອດໂປ່ງ ມີອາລົມເຮຮາ ຄວາມຄິດລື່ນໄຫຼ ຮູ້ສຶກຕົວ ແລະ ກະຕືລືລົ້ນ ໄຝ່ຮູ້ ມີຄວາມຫວັງ ເບິ່ງເຫັນໂອກາດ ສົ່ງຜົນໃຫ້ເຂົ້າກັບເພື່ອນຮ່ວມງານໄດ້ດີ ແກ້ບັນຫາໄດ້ຢ່າງສົມເຫດສົມຜົນ ຄວາມກ້າວໜ້າໃນໜ້າທີ່ການງານກໍຕາມມາ ໂດຍຜ່ານເຄັດລັບຄິດບວກ 4 ຂໍ້ຄິດ ສ້າງຄວາມສຸກໃນການເຮັດວຽກຕໍ່ໄປນີ້… ເບິ່ງຕົວເອງວ່າດີ ແລະ ມີຄຸນຄ່າໃນທຸກໆມື້ ໂດຍໃຫ້ຄໍານຶງເຖິງຄວາມດີ ຄວາມໂຊກດີຂອງຕົວເອງ ເລີ່ມຕັ້ງແຕ່ຕື່ນນອນ ໃຫ້ຍິ້ມໃຫ້ກັບຕົວເອງ ແລ້ວຄິດວ່າໂຊກດີທີ່ຕົນເອງຕື່ນມາແລ້ວຍັງມີລົມຫາຍໃຈ ແລະ ຮ່າງກາຍຢູ່ ໃຫ້ຄິດເຖິງຄວາມດີທີ່ຕົນເອງເຮັດໃນມື້ວານ ຫຼືໃນອະດີດທີ່ຄິດອອກ ເຮັດຕະຫຼອດ ຊໍ້າໆ ຈົນເຊື່ອວ່າຕົວເອງເປັນຄົນດີ ມີນໍ້າໃຈ ມີຄວາມສາມາດເຮັດວຽກໄດ້ …

Read More »