Breaking News

Kuanjaitaem Kuanjai page

ຈາກົວລາວ ຈັດງານທົດລອງຂັບລົດແບບຄວາມໄວ

ຈາກົວ ລາວ ໄດ້ຈັດງານ ທົດລອງຂັບລົດແບບຄວາມໄວ The Art of Performance Tour ຢູ່ທີ່ລາວ-ໄອເຕັກ ໃນວັນທີ 21-22 ທັນວາ 2019 ທີ່ຜ່ານມາ, ຖືວ່າເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກບໍ່ຄືໃຜ ແລະ ເປັນໂອກາດທີ່ດີທີ່ສຳລັບລູກຄ້າທີ່ຈະໄດ້ສຳຜັດຕົວຈິງເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດຍີ່ຫໍ້ ຈາກົວ ໂດຍມີຜູ້ຊ່ຽວຊານຕ່າາງປະເທດທີ່ມີປະສົບການດ້ານການຂັບຂີ່ ມາແນະນຳໃນການຂັບຂີ່ລົດ ໄວ, ໂຫດ ແລະ ທ້າທາຍທີ່ສຸດທີ່ເຄີຍມີມາ ຢ່າງໝັ້ນໃຈ. ມີ 2 ກິດຈະກຳທີ່ໃຫ້ລູກຄ້າໄດ້ທົດລອງຂັບຄື Smart Cones ແລະ  Dynamics, ສຳລັບການຂັບແບບ Smart cones  ຈາກົວ ເປັນຍີ່ຫໍ້ດຽວທີ່ມີການຂັບຂີ່ແບບນີ້. ລົດທີ່ໄດ້ນຳມາໃຫ້ລູກຄ້າ ທົດລອງຂັບໃນງານ 2​ ມື້ນັ້ນແມ່ນມີ 3​ ລຸ້ນ ຄື: Jaguar XE, E-Pace …

Read More »

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫມ່ 2020

ບໍລິສັດ ຕັນຈົງ ມໍເຕີ້ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ຕົວແທນຜູ້ຈັດຈຳໜ່າຍລົດຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີ້ໂຫດດີງສ໌ Tan Chong Motor Holdings Bhd (ປະເທດມາເລເຊຍ) ແລະ ເປັນຜູ້ໃຫ້ບໍລິການຫຼັງການຂາຍໃນປະເທດລາວ, ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ແລະ ຕອ້ນຮັບປີໃຫມ່ 2020 ຂຶ້ນທີ່ສູນນິສສັນ ສາຂາ ສວນມອນ ບ້ານຈອມແຈ້ງ ເມືອງ ສີສັດຕະນາກ ແລະ ສູນນິສສັນສາຂາດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 21 ແລະ 22 ເດືອນທັນວາ ປີ 2019 ທີ່ຜ່ານມາ. ເພື່ອໃຫ້ລູກຄ້າ ແລະ ບຸກຄົນທົ່ວໄປໄດ້ພາລູກຫຼານມາຮວ່ມມວ່ນຊື່ນໃນກິດຈະກຳຄັ້ງນີ້ …

Read More »

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ…

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ… ຖ້າເວົ້າເຖິງ ຫຼິງຫຼິງ ປິຍະດາ ຫຼາຍຄົນຄົງຮູ້ຈັກກັນດີ ເພາະນາງນັ້ນເປັນສາວປະເພດສອງທີ່ມີໜ້າຕາງົດງາມ ຈົນຜູ້ຍິງຍັງບໍ່ສູ້ ທີ່ເຄີຍໂດ່ງດັງໃນໂລກ Online ເມື່ອ 2-3 ປີທີ່ຜ່ານມາ ແລະ ປັດຈຸບັນ ສາວຫຼິງຫຼິງ ກໍຍັງຄົງໄດ້ຮັບຄວາມສົນໃຈຈາກແຟນຄຣັບພໍສົມຄວນຈົນມີຍອດຜູ້ຕິດຕາມໃນ Facebook  ແລະ IG ເປັນຈໍານວນຫຼວງຫຼາຍ ແລະ ຖ້າໃຜທີ່ຍັງຕິດຕາມຫຼິງຫຼິງຢູ່ ກໍຈະຮູ້ວ່ານາງນັ້ນໄດ້ຜັນຕົວເອງມາເປັນເຈົ້າແມ່ແຟຊັ່ນ ສາຍນິສຕ້າ (Fashionista) ຢ່າງເຕັມຕົວ ບໍ່ວ່າຈະເປັນເສື້ອຜ້າ, ໜ້າຜົມ ຈະຕ້ອງຈັດເຕັມທຸກມື້ (Fashionista ໝາຍເຖິງ ການແຕ່ງຕົວຂອງບຸກຄົນໃດໜຶ່ງ ທີ່ມີຄວາມມັກຮັກໃນການແຕ່ງຕົວຈົນເປັນແຟຊັ່ນ ແຕ່ມີຄວາມເປັນເອກະລັກ, ເປັນຕົວຂອງຕົວເອງສູງ) ເຊິ່ງວ່າ Fashionista ຂອງ ຫຼິງຫຼິງ ຈະເທ່, ຈະເກ໋, ຈະງາມ ຂະໜາດໃດນັ້ນ ມື້ນີ້ ຂວັນໃຈກໍໄດ້ນໍາເອົາຮູບພາບມາຕ້ອນສາວໆກັນນໍາ!!! ຖ້າໃຜທີ່ເປັນສາຍ Fashion …

Read More »

ເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງ ຕ້ອງເອົາໄປຊື້ສິ່ງທີ່ຕ້ອງການໃຫ້ຄຸ້ມຄ່າເມື່ອຍ!! ແລ້ວທ້າຍເດືອນກໍຕ້ອງມານັ່ງອຸກໃຈ ເງິນບໍ່ພໍຈ່າຍ-ບໍ່ເຫຼືອເງິນເກັບ… ຕ້ອງຮູ້ຕັດລາຍຈ່າຍທີ່ບໍ່ເປັນອອກ!!!

“ຄິດໃຫ້ໄດ້ ໃຊ້ໃຫ້ເປັນ” ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ເຊິ່ງວາລະສານຂວັນໃຈສະບັບນີ້ ໄດ້ນຳເອົາວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ. ອຸປະກອນເອເລັກໂຕຼນິກ ເຖິງວ່າສະໄໝນີ້ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງໃຊ້ເງິນໄປກັບການຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ເຫຼືອຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ ເຄື່ອງຕົກແຕ່ງເຮືອນ ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບເຮືອນນັ້ນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ. ລົດ ສຳລັບຄົນຮັກລົດ ເມື່ອເຫັນລົດລຸ້ນໃໝ່ໆ ກໍອົດໃຈບໍ່ໄດ້ທີ່ຢາກຊື້ລົດໃໝ່ ແລະ ພະຍາຍາມຊອກຫາຈຸດບົກຜ່ອງ ຫລື …

Read More »

ນີ້ແຫຼະແມ່ຍິງລາວ!! ລວມນາງງາມຕົວແທນປະເທດລາວ ທີ່ໄປຄວ້າລາງວັນໃນເວທີລະດັບສາກົນ ປະຈໍາປີ 2019… ແຕ່ລະຄົນບໍ່ທໍາມະດາອີ່ຫຼີ!!!

ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ!!! ຄໍາເວົ້ານີ້ ເປັນຄໍາເວົ້າທີ່ ຂວັນໃຈ ຕັ້ງຂຶ້ນ ແລະ ເຊື່ອຢ່າງສຸດໃຈ ຕັ້ງແຕ່ເລີ່ມເປີດ ວາລະສານ ຂວັນໃຈ ແລະ ຕັ້ງໂຕເອງວ່າເປັນວາລະສານແມ່ຍິງ ອັນດັບຕົ້ນໆຂອງປະເທດລາວ ທີ່ສົ່ງເສີມແມ່ຍິງລາວໃຫ້ກ້າວຂຶ້ນສູ່ຄວາມເປັນສາກົນມາໂດຍຕະຫຼອດ. ຕະຫຼອດໄລຍະ 10 ກວ່າປີ ທີ່ວາລະສານ ຂວັນໃຈ ເຮັດໜ້າທີ່ນໍາສະເໜີຂ່າວສານ-ສາລະໜ້າຮູ້ຕ່າງໆ ທີ່ເຊື່ອວ່າຈະເປັນປະໂຫຍດແກ່ແມ່ຍິງລາວຫຼາຍທີ່ສຸດ ແລະ ຂວັນໃຈ ກໍໄດ້ເຫັນເຖິງພັດທະນາຄວາມສາມາດຂອງແມ່ຍິງລາວ ທີ່ນັບມື້ນັບກ້າວຂຶ້ນ ມີບົດບາດທຽບເທົ່າກັບຫຼາຍໆປະເທດໃນສາກົນ ໂດຍເຮົາຈະມັກເຫັນຂ່າວຄາວມາຕະຫຼອດວ່າ ແມ່ຍິງລາວເທິງເວທີສາກົນ, ແມ່ຍິງລາວຄວ້າລາງວັນຈາກເວທີນັ້ນນີ້… ຄືດັ່ງບັນດານາງງາມລາວທີ່ມີໂອກາດໄປປະກວດເວທີລະດັບສາກົນ ແລະ ລະດັບໂລກ ແລ້ວສາມາດຍາດລາງວັນມາໄດ້ ທີ່ ຂວັນໃຈ ຈະມານໍາສະເໜີໃນມື້ນີ້ ເພື່ອເປັນການຕອກຍໍ້າວ່າ ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ… ເລີ່ມຈາກນາງງາມຈາກເວທີ Miss Teen Laos ທີ່ຫາກໍປະກວດມາໃໝ່ໆມາດໆ ຄືນ້ອງ ໂສລະຍາ ລີນ ຄອນດີ ຕົວແທນປະເທດລາວໄດ້ເດີນທາງໄປປະກວດ Miss …

Read More »