ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ” ຂໍ້ມູນຈາກ: …
Read More »Kuanjaitaem Kuanjai page
ຄອບຄົວສຸກສັນ!!! ໂອປໍ-ໝໍໂອກ ພານ້ອງອາລີນ-ອາລັນ ເຊັກອິນທີ່ຫຼວງພະບາງ ປະເທດລາວ ເນື່ອງໃນວັນຄ້າຍວັນເກີດ ແມ່ໂອປໍ…
ຖືເປັນຄອບຄົວຕົວຢ່າງແຫ່ງປີເລີຍກໍວ່າໄດ້ ສໍາລັບຄອບຂອງ ພິທີກອນ-ດາຣາຊື່ດັງ (ປະເທດໄທ) ໂອປໍ ແລະ ໝໍໂອກ ພ້ອມດ້ວຍລູກສາວ-ລູກຊາຍຝາແຝດ ນ້ອງລີນ-ອາລັນ ເພາະຖ້າໃຜໄດ້ຕິດຕາມຄອບຄົວນີ້ຢູ່ ກໍຈະຕ້ອງຫຼົງຮັກໃນຄວາມອົບອຸ່ນຂອງພໍ່ໂອກ-ແມ່ໂອບ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງອາລີນ-ອາລັນ ແບບຫ້າມໃຈບໍ່ຢູ່ກັນເລີຍແຫຼະ! ຄືດັ່ງແອັດມິ້ນເອງກໍເປັນຄົນໜຶ່ງທີ່ຕິດຕາມຄອບຄົວນີ້ຢູ່ ແລະ ກໍຮູ້ສຶກວ່າຫຼົງຮັກຄອບຄົວນີ້ແຮງງງງ… ແລະ ມື້ຶ້ວານນີ້ ວັນທີ 16 ທັນວາ ກໍເປັນວັນຄ້າຍວັນເກີດຂອງ ແມ່ໂອປໍ ເຊິ່ງກໍມີແຟນຄຣັບເຂົ້າໄປອວຍພອນເປັນຈໍານວນຫຼວງຫຼາຍ!! ເພື່ອເພີ່ມຄວາມພິເສດໃຫ້ກັບວັນຄ້າຍວັນເກີດຂອງແມ່ໂອບ ພໍ່ໂອກ ກໍໄດ້ພາເມຍສຸດທີ່ຮັກ ແລະ ລູກໆ ມາຜ່ອນຄາຍ ເຊັກອິນທີ່ຫຼວງພະບາງ ເຊິ່ງບອກເລີຍວ່າ ໜ້າຮັກກັນທັງຄອບຄົວເລີຍແຫຼະ!!! ບັນຍາກາດຈະເປັນແນວໃດນັ້ນ ແອັດມິ້ນກໍໄດ້ເອົາມາຕ້ອນທຸກຄົນນໍາ… ພ້ອມກັບຂໍອວຍພອນເນື່ອໃນວັນຄ້າຍວັນເກີດຂອງແມ່ໂອປໍ ຂໍໃຫ້ມີຄວາມສຸກ ແລະ ເປັນທີ່ຮັກຂອງທຸກຄົນແບບນີ້ຕະຫຼອດໄປເດີ້… ຄອບຄົວສຸກສັນ ແມ່ສຸດ Strong ຂອບໃຈຮູບພາບຈາກ: Facebook: opal panisara official
Read More »ສຸດຍອດຫຼາຍ!!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ…
ສຸດຍອດຫຼາຍ!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ… ຖືວ່າເປັນນາງງາມລາວອີກຄົນໜຶ່ງທີ່ມີທັງຄວາມງາມ ແລະ ຄວາມສາມາດຫຼາຍພໍສົມຄວນ ສໍາລັບສາວຄົນນີ້ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ ທີ່ເລີ່ມເປັນທີ່ຮູ້ຈັກ ແລະ ໂດ່ງດັງຫຼັງຈາກໄດ້ຮັບຕໍາແໜ່ງ Miss World Laos 2017 ຫຼັງຈາກໄປປະຕິບັດໜ້າທີ່ໃນຖານະນາງງາມຕົວແທນປະເທດລາວເທິງເວທີ Miss World 2017 ສໍາເລັດລົງ ເຈນນີ່ ກໍເດີນສາຍໃນວົງການບັນເທີງເກືອບທຸກຢ່າງບໍ່ວ່າຈະເປັນ ນາງແບບ, ພິທີກອນ… ນອກຈາກນັ້ນ ຍັງເປັນຜູ້ບໍລິຫານຄ່າຍ ຕົ້ນຄໍາ ໂມເດລລິ່ງ ອີກດ້ວຍ. ເຊິ່ງທີ່ຜ່ານມານອກຈາກຈະເຮັດວຽກໃນວົງການບັນເທີງໄດ້ແບບບໍ່ຂາດຕົກບົກຜ່ອງແລ້ວ ຖ້າໃຜທີ່ຕິດຕາມ ເຈນນີ່ ຢູ່ກໍຈະຮູ້ວ່າ ນາງຍັງເປັນດາຣາໃຈບຸນອີກຄົນໜຶ່ງທີ່ມັກຊ່ວຍເຫຼືອສັງຄົມຢູ່ເກືອບທຸກຢ່າງເລີຍກໍວ່າໄດ້… ແລະ ມື້ວານນີ້ ສາວເຈນນີ່ກໍໄດ້ ໂພສຂ່າວດີຜ່ານ Facebook ສ່ວນຕົວ Tonkham Phonchanheuang “ກ່ອນອື່ນຫມົດເຈນຂໍຂອບໃຈ ນາຍົກສະມາຄົມພັດທະນາໄວລຸ້ນໄທ …
Read More »ມາເບິ່ງເຫດຜົນທີ່ແມ່ຍິງເລືອກທີ່ຈະຢູ່ເປັນ “ໂສດ” ບໍ່ແມ່ນບໍ່ມີໃຜເອົາ… ແຕ່ຢາກຈະໂສດແບບງາມໆ ແລະ ມີຄຸນຄ່າ!!!
ເຄີຍສົງໃສບໍ່ວ່າ ບັນດາຜູ້ຍິງທີ່ເກັ່ງ, ໂປຣຟາຍເລີດ, ມີຄວາມສະຫຼາດ, ໄຫວພິບດີ ແລະ ເປັນແມ່ຍິງຍຸກໃໝ່ ມີຄວາມປະສົບຜົນສຳເລັດໃນໜ້າທີ່ການງານ ເປັນຫຍັງສາວໆເຫຼົ່ານັ້ນຄືຍັງຄອງຕົວເປັນ “ໂສດ” ບໍ່ມີແຟນຈັກເທື່ອ? ເປັນຄຳຖາມທີ່ຄ້າງຄາໃຈໃຜຫຼາຍໆຄົນ, ດັ່ງນັ້ນ ຈຶ່ງມີການວິໄຈ, ເຮັດບົດສະຫຼຸບ ແລະ ກໍໄດ້ພົບຄໍາຕອບ 5 ຂໍ້ດັ່ງຕໍ່ໄປນີ້ ແມ່ນເຫດຜົນຫຼັກຂອງບັນດາສາວໆທີ່ຍັງໂສດທັງຫຼາຍ….. ນາງໃຫ່ຍກວ່າທີ່ຈະ ອອກເດດເພື່ອຫາຄູ່ ສ່ວນຫຼາຍແມ່ຍິງເຫຼົ່ານີ້ຈະບໍ່ເສຍເວລາ ຫຼື້ ພະລັງງານໃຫ້ກັບຜູ້ຊາຍທີ່ເບິ່ງບໍ່ເຫັນອະນາຄົດ ແຕ່ບໍ່ໄດ້ໝາຍວ່າພວກນາງບໍ່ໄດ້ສົນໃຈເລື່ອງການອອກເດດ ພຽງແຕ່ບໍ່ສົນໃຈການອອກເດດແບບສວຍໂອກາດ ສູ້ເອົາເວລາໄປອອກກຳລັງກາຍ ເບິ່ງແຍງໂຕເອງໃຫ້ງາມໆ ດີກວ່າຕ້ອງອອກເດດກັບຜູ້ຊາຍທີ່ນາງຮູ້ສຶກວ່າບໍ່ແມ່ນ ແຕ່ຖ້າມີຄົນທີ່ຮູ້ສຶກວ່າແມ່ນຜ່ານເຂົ້າມາ ນາງກໍພ້ອມໄປອອກເດດກັບຜູ້ຊາຍຄົນນັ້ນດ້ວຍຄວາມຕື່ນເຕັ້ນ ແລະ ພໍໃຈ. 2. ນາງບໍ່ມັກເພດສຳພັນທີ່ໄຮ້ຄວາມໝາຍ ເຖິງແມ່ນວ່າສັງຄົມສະໄໝນີ້ຈະບໍ່ຊີຣຽດກັບເລື່ອງເຊັກສ໌ ແຕ່ສຳລັບພວກນາງແລ້ວ ຈະບໍ່ມີວັນຫຼຸດຄ່າຂອງຕົວເອງໄປກ່ຽວກັບຜູ້ຊາຍທີ່ຫວັງພຽງຮ່າງກາຍ ຫຼື ມີເພດສຳພັນພຽງຂ້າມຄືນເດັດຂາດ ເພາະເຊັກສ໌ຕ້ອງເກີດຈາກຄວາມຮັກ ແລະ ເຂົ້າໃຈກັນເທົ່ານັ້ນ. 3. ນາງບໍ່ໄດ້ເບິ່ງຫາໃຜເພື່ອມາເຕີມເຕັມໃຫ້ຊີວິດ ນາງຈະບໍ່ຍອມຈຳນົນຕໍ່ອາການເຈັບປວດຂອງພາວະສິ້ນຫວັງໃນການອອກເດດ ນາງມີຄວາມງາມ ມີວຽກວຸ້ນໆທີ່ກອງເພື່ອໃຫ້ສະສາງ ເຊິ່ງກໍຖືກໄດ້ວ່ານາງມີຄວາມສຸກກັບຊີວິດທີ່ເປັນຢູ່ …
Read More »ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ…
ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ… ຫຼັງຈາກການປະກວດ Miss supranational ທີ່ປະເທດຟີນແລນ ສິ້ນສຸດລົງ ກັບຜົນການຕັດສິນທີ່ເປັນເອກະສັນ ແລະ ນາງງາມຜູ້ໄດ້ຄວ້າຕໍາແໜ່ງ Miss supranational ປະຈໍາປີ 2019 ນີ້ກໍບໍ່ແມ່ນຄົນອື່ນຄົນໄກ ເປັນພີ່ນ້ອງບ້ານໃກ້ເຮືອນຄຽງຄື ສາວງາມຈາກປະເທດໄທນັ້ນເອງ ເຊິ່ງຄົນລາວຫຼາຍຄົນຄົງຈະຮູ້ຈັກກັນດີກັບສາວງາມຄົນນີ້ ເພາະຕັ້ງແຕ່ເລີ່ມເຂົ້າເກັບຕົວທີ່ ປະເທດ ໂປແລນ ສາວແອນ ກໍໄດ້ຊ່ວຍນາງງາມລາວຕົວແທນຈາກປະເທດລາວ ໃນເລື່ອງການຊ່ວຍແປ ແລະ ເວົ້າພາສາອັງກິດ (ນາງງາມຕົວແທນປະເທດລາວ ປຸລັດດາ ຊາຍດອນໂຂງ ນັ້ນເວົ້າພາສາອັງກິດບໍ່ໄດ້ (ບໍ່ດຣາມ່າເລື່ອງນີ້ເດີ້)) ແລະ ຫຼັງຈາກທີ່ ແອນ ແອນໂທເນຍ ໂພຊິ້ວ Miss supranational Thailand ໄດ້ຮັບຕໍາແໜ່ງອັນຊົງກຽດໃນຄັ້ງນີ້ໄປ ເຊິ່ງເປັນຄັ້ງປະຫວັດສາດຂອງ ປະເທດໄທ ເຊັ່ນກັນ ກໍຖືວ່າເປັນຄວາມພາກພູມໃຈຂອງຄົນໄທທັງປະເທດ ແລະ …
Read More »