Breaking News

Kuanjaitaem Kuanjai page

ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos”

ຄັ້ງທໍາອິດໃນລາວ!!! ກັບເວທີທີ່ເປີດໂອກາດໃຫ້ສາວປະເພດສອງມາປະຊັນຄວາມງາມ ແລະ ສະແດງຄວາມສາມາດ “Miss Power Queen Laos” ເມື່ອເວົ້າເຖິງເພດທີ່ສາມ ຫຼືສາວປະເພດສອງ ຫຼືທີ່ຫຼາຍຄົນມັກເອີ້ນວ່າ “ກະເທີຍ” (ຖ້າເປັນຄໍາບໍ່ສຸພາບຕ້ອງຂໍອະໄພ) ຢູ່ບ້ານເຮົາກໍມີຫຼາຍທັງຄົນງາມ ແລະ ມີຄວາມສາມາດຫຼາກຫຼາຍ ແຕ່ກະຄືທີ່ຮູ້ວ່າໃນບ້ານເຮົາບາງພາກສ່ວນ (ສ່ວນໜ້ອຍ) ກໍຍັງບໍເປີດກວ້າງໃຫ້ພວກເຂົາໄດ້ສະແດງຄວາມສາມາດໄດ້ຢ່າງເຕັມທີ່ເທື່ອ ຕົວຢ່າງ ເມື່ອ 2 ປີກ່ອນ ທີ່ມີສາວປະເພດສອງຄົນໜຶ່ງໄດ້ໂພສຂໍ້ຄວາມຜ່ານ ເຟສບຸກ (Facebook) ສ່ວນຕົວວ່າ “ຕົນເອງໄດ້ໄປສະໝັກວຽກກັບຫ້ອງການແຫ່ງໜຶ່ງແຕ່ຍັງບໍ່ທັນໄດ້ສະແດງຄວາມສາມາດກໍຖືກປະຕິເສດກ່ອນ ຍ້ອນເຫດຜົນທີ່ເຈັບແສບຄື ອົງກອນນັ້ນບໍ່ຮັບສາວປະເພດສອງເຂົ້າເປັນພະນັກງານ” (ລາຍລະອຽດຂ່າວແມ່ນຂວັນໃຈໄດ້ນໍາສະເໜີໄປເມື່ອ 2 ປີກ່ອນ) ເຊິ່ງໃນຕອນນັ້ນກໍມີຊາວເນັດເຂົ້າໄປສະແດງຄວາມຄິດເຫັນຕ່າງໆນາໆ ກ່ຽວກັບການບໍ່ຍອມຮັບເພດທີ່ສາມ ຫຼືສາວປະເພດສອງຂອງອົງກອນດັ່ງກ່າວ… ແຕ່ນັ້ນມັນກໍເປັນສິ່ງທີ່ຜ່ານມາແລ້ວຕັ້ງ 2 ປີ ແອັດມິ້ນກໍບໍ່ຢາກຈະໄປຕອບໂຕ້ວ່າມັນຜິດ ຫຼືບໍ່ຜິດແນວໃດເນາະ!!! ເພາະປັດຈຸບັນ ປີ 2019 ນີ້ມັນໄດ້ປ່ຽນໄປຈາກ 2 ປີກ່ອນຫຼາຍ ເພາະຄົນລາວ ແລະ ຫຼາຍໆອົງກອນໃນປະເທດລາວເຮົາໄດ້ໃຫ້ການຍອມຮັບໃນຄວາມສາມາດຂອງເພດທີສາມຫຼາຍຂຶ້ນ …

Read More »

ຈະມ່ວນຂະໜາດໃດ໋!!! ເມື່ອ 3 ນັກຮ້ອງດັງ (ແກ໊ງສາວສາຍຮາ) ຈາກປະເທດໄທ ແທ໋ກທີມທ່ອງທ່ຽວລາວ…

ຈະມ່ວນຂະໜາດໃດ໋!!! ເມື່ອ 3 ນັກຮ້ອງດັງ (ແກ໊ງສາວສາຍຮາ) ຈາກປະເທດໄທ ແທ໋ກທີມທ່ອງທ່ຽວລາວ… ເມື່ອເວົ້າເຖິງບັນດານັກຮ້ອງ, ນັກສະແດງຈາກປະເທດເພື່ອນບ້ານ (ປະເທດໄທ) ແລ້ວເຊື່ອວ່າ ແຟຣນຄັບຊາວລາວຄົງຈະຮູ້ຈັກຄ້ອນຂ້າງຫຼາຍພໍສົມຄວນ ເພາະດ້ວຍສໍານຽງສຽງເວົ້າທີ່ຄ້າຍຄືກັນ, ສາມາດເຂົ້າໃຈໂດຍບໍ່ຕ້ອງໃຊ້ຊັບແປຫຍຸ້ງຍາກພໍເທົ່າໃດ ຈຶ່ງເຮັດໃຫ້ວົງການບັນເທີງໃນປະເທດລາວ ແລະ ປະເທດໄທນັ້ນໄດ້ຮ່ວມມືກັນຢູ່ເປັນປະຈໍາ… ຄືດັ່ງ 3 ສາວນັກຮ້ອງດັງ (ທີ່ໃກ້ຈະເປັນຕໍານານ) ຄື: ຕັກ ສິລິພອນ, ສຸນາລີ ລາດສະສີມາ ແລະ ຮາຍ ອາພາພອນ ທີ່ເມື່ອເວົ້າຊື່ອອກມາແລ້ວຫຼາຍຄົນກໍຄົງຈະຮູ້ຈັກກັນດີ ລວມທັງຕົວແອັດມິ້ນເອງທີ່ເປັນແຟນຄຣັບຂອງ ແມ່ ຕັກ ສິລິພອນ (ຮ້ອງໄດ້ເກືອບທຸກເພງ 555) ເພາະເມື່ອຫວ່າງບໍ່ດົນມານີ້ທັງ 3 ສາວ ໄດ້ແທັກທີມກັນມາທ່ອງທ່ຽວປະເທດລາວ ທັງໃສ່ຊຸດໄໝລາວຖ່າຍຮູບອວດໂຊຊ່ຽວ ແລະ ພາເລາະຕະຫຼາດພ້ອມ ເຊິ່ງງານນີ້ບອກໄດ້ເລີຍຮາເປັນຮາ ເພາະເປັນການລວມຕົວກັນຂອງແກ໊ງສາວສາຍຮາທັງ 3 ຄົນ… ແລະ ມື້ນີ້ແອັດມິ້ນກໍໄດ້ນໍາຄວາມຮາຜ່ານທາງຮູບພາບມາໃຫ້ທຸກຄົນໄດ້ເບິ່ງນໍາກັນ!!! ໄປເບິ່ງເລີຍ… …

Read More »

ຊົມເຊີຍສາວນ້ອຍຄົນເກັ່ງ!! “ແຮນນ້າ” ຄວ້າລາງວັນ Miss social media ຈາກເວທີ Miss Asia Global 2019 ທີ່ປະເທດອິນເດຍ…

ຊົມເຊີຍສາວນ້ອຍຄົນເກັ່ງ!! “ແຮນນ້າ” ຄວ້າລາງວັນ Miss social media ຈາກເວທີ Miss Asia Global 2019 ທີ່ປະເທດອິນເດຍ… ຈົບລົງໄປແລ້ວສໍາລັບເວທີປະກວດສາວງາມ Miss Asia Global 2019 ຈັດຂຶ້ນທີ່ປະເທດອິນເດຍ ແລະ ຮອບຕັດສິນໃນຄໍ່າຄືນວັນທີ 1 ພະຈິກ 2019. ໃນນັ້ນປະເທດລາວເຮົາກໍມີມີຕົວແທນຄື ສາວນ້ອຍຫຼາກຫຼາຍຄວາມສາມາດ ນ້ອງ ແຮນນ້າ ໂຣເຊັ່ນບຣູ້ມ ເດີນທາງໄປຮ່ວມປະກວດ ແລະ ສາວນ້ອຍຄົນນີ້ກໍບໍ່ໄດ້ເຮັດໃຫ້ຄົນລາວທັງປະເທດຕ້ອງຜິດຫວັງ ເພາະເຖິງວ່າຈະບໍ່ໄດ້ມຸງກຸດ Miss Asia Global 2019 ມາຄອບຄອງ ແຕ່ ແຮນນ້າ ກໍໄດ້ຄວ້າລາງວັນ Miss social media ເຊິ່ງເປັນລາງວັນສໍາລັບສາວງາມທີ່ໄດ້ຮັບຄວາມນິຍົມຫຼາຍໃນສື່ອອນລາຍ ບໍ່ວ່າຈະເປັນການໂຫວດ ກົດໄລ໊ ກົດແຊ ສະແດງຄວາມຄິດເຫັນຕ່າງໆ ຫຼືຖ້າຈະໃຫ້ແອັດມິ້ນເວົ້າງ່າຍໆ ກໍໝາຍເຖິງ ຂວັນໃຈຊາວໂຊຊ່ຽວອີ່ຫຍັງປະມານແຫຼະເນາະ!!! ແນວໃດກໍຕ້ອງຂໍສະແດງຄວາມຍິນດີກັບນ້ອງແຮນນ້າຫຼາຍໆເດີ້ …

Read More »

ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!!

ເກີດຫຍັງຂຶ້ນ!!! ເມື່ອກອງປະກວດ Miss Tourism international 2019 ສົ່ງຕົວນາງງາມລາວກັບ ດ້ວຍເຫດຜົນນີ້!!! ເກີດເປັນກະແສດຣາມ່າ ແລະ ສົງໄສໄປຕາມໆກັນໃນວົງການນາງງາມລາວ ທີ່ເມື່ອບໍ່ດົນມານີ້ ທາງກອງປະກວດ Miss Tourism international 2019 ທີ່ປະເທດມາເລເຊຍ ເຈົ້າພາບ ຈັດການປະກວດຮອບຕັດສິນວັນທີ 10 ພະຈິກ 2019 ນີ້. ໂດຍປະເທລາວເຮົາແມ່ນໄດ້ສົ່ງຕົວແທນຄື ສາວ ນິ່ງ ປາວິນາ ຍົງວົງສິດທິ Miss Tourism international Laos 2019 ໄປຮ່ວມໂດຍເດີນທາງໄປເມື່ອທ້າຍເດືອນທີ່ຜ່ານມາ (ດັ່ງທີ່ແອັດມິ້ນເຄີຍສະເໜີຂ່າວໄປແລ້ວ) ແຕ່ໄປຮອດຍັງບໍ່ໄດ້ປະກວດຊໍ້າ ພັດວ່າມີຂ່າວອອກມາວ່າ ນາງງາມຕົວແທນປະເທດລາວໄດ້ເດີນທາງກັບລາວແລ້ວ ຍ້ອນທາງກອງປະກວດບໍ່ສາມາດໃຫ້ນາງງາມລາວຂຶ້ນຮ່ວມເວທີປະກວດໄດ້ ຍ້ອນເຫດຜົນທີ່ຊາວເນັດ ແລະ ແຟນຄຣັບນາງງາມພາກັນດຣາມ່າຢູ່ໃນປັດຈຸບັນນີ້… ໂດຍທາງເພຈ໌ Miss Tourism International Laos ໄດ້ອອກມາຊີ້ແຈງວ່າ: ນາງ …

Read More »

ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ)

ຄົນບັນເທີງຮ່ວມຍິນດີ!!! ງານແຕ່ງດອງເນັດໄອດໍ້ສາຍຮາ “ສຸດາ ວັນທອງທິບ” (ເຂີຍໄທ-ໄພ້ລາວ) ເຂົ້າພິທີວິວາເປັນທີ່ຮຽບຮ້ອຍແລ້ວສໍາລັບ ເນັດໄອດໍສາຍຮາ ສາວ ສຸດາ ວັນທອງທິບ ທີ່ຕົກລົງປົງໃຈກັບແຟນໜຸ່ມຄົນຮູ້ໃຈ ໂບນັດ ບ່າວໄທທີ່ຄົບຫາກັນດົນເຖິງ 8 ປີ ກ່ອນຄວາມຮັກຈະສຸກງອມ ແລະ ຈູງມືກັນເຂົ້າປະຕູວິວາໃນທີ່ສຸດ. ສໍາລັບພິທີແຕ່ງດອງຂອງ ສາວສຸດາ ແມ່ນໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2019 ທີ່ຜ່ານມາ ຢູ່ບ້ານເຈົ້າສາວ (ປະເທດລາວ) ຕາມແບບປະເພນີຂອງລາວເຮົາ ແລະ ໃນແບບສາກົນ. ໂດຍມີແຟນຄຣັບທັງຝັ່ງລາວ ແລະ ຝັ່ງໄທຮ່ວມອວຍພອນ-ສະແດງຄວາມຍິນດີ ພ້ອມດ້ວຍຄົນບັນເທີງໄປຮ່ວມສະແດງຄວາມຍິນດີຢ່າງລົ້ນຫຼາມ… ໂດຍສະເພາະທີ່ຂາດບໍ່ໄດ້ກໍແມ່ນໝູ່ຄົນສະນິດຂອງສາວສຸດາ ນັ້ນກໍຄື ສາວນູ່ນີ່ ກຸມພົນພັກດີ ກໍໄດ້ຄວງໜຸ່ມອ໊ອຟຫວານໃຈໄປຮ່ວມອວຍພອນໃຫ້ໝູ່ຄົນສະນິດເຊັ່ນກັນ… ແອັດມິ້ນເພຈຂວັນໃຈເອງກໍໄດ້ຮັບບັດເຊີນດອງ ສາວສຸດາ ເຊັ່ນກັນ ກໍຕ້ອງຂອບໃຈສາວສຸດາຫຼາຍໆທີ່ບໍ່ລືມແອັດມິ້ນຄົນງາມຄົນນີ້555 ແຕ່ພໍຕິດພາລະກິດເລີຍບໍ່ໄດ້ໄປຮ່ວມສະແດງຄວາມຍິນດີ ເລີຍຈະຂໍສະແດງຄວາມຍິນດີຜ່ານໂພສນີ້ກະແລ້ວກັນເນາະ! “ຂໍອວຍພອນໃຫ້ຊີວິດຄູ່ ໂບນັດ & ສຸດາ ຈົ່ງມີແຕ່ຄວາມສຸກ …

Read More »