Breaking News

Kuanjaitaem Kuanjai page

ຍິນດີນໍາ!!! ຊ່າງຕັດຜົມລາວ ຄວ້າອັນດັບ 1 ປະເພດ ແກະລາຍ ຈາກງານ Dcash professional ທີ່ປະເທດໄທ…

ຍິນດີນໍາ!!! ຊ່າງຕັດຜົມລາວ ຄວ້າອັນດັບ 1 ປະເພດ ແກະລາຍ ຈາກງານ Dcash professional ທີ່ປະເທດໄທ… ຍັງຈື່ກັນໄດ້ບໍ່ “ຊ່າງດ່ອນ” ຊ່າງຕັດຜົມທີ່ເຄີຍໂດ່ງດັງໃນໂລກໂຊຊ່ຽວ ເມື່ອປີກ່ອນ ກັບການຕັດຜົມທີ່ແຕກຕ່າງ ແລະ ບໍ່ຄືໃຜ ໂດຍການຕັດຜົມໃຫ້ເປັນຮູບຊົງຕ່າງໆ ເຊິ່ງຕອນນັ້ນກໍເປັນທີ່ຮືຮາ ແລະ ໄດ້ຮັບຄວາມສົນໃຈຈາກຊາວເນັດຫຼາຍພໍສົມຄວນ ແລະ ເມື່ອເວລາຜ່ານໄປ ພັດທະນາການຂອງການຕັດຜົມຂອງຊ່າງດ່ອນກໍເພີ່ມຂຶ້ນໄປນໍາ ເພາະຖ້າໃຜຕິດຕາມ Facebook: ຊ່າງດ່ອນ ຕັດຜົມຕາມສັ່ງ ເຊິ່ງເປັນເຟສບຸກສ່ວນຕົວຂອງຊ່າງດ່ອນ ກໍຈະໄດ້ເຫັນຜົນງານຂອງເພິ່ນຢູ່ເປັນປະຈໍາ. ແລະ ຫຼ້າສຸດ ຊ່າງດ່ອນກໍໄດ້ໂພສຮູບພາບຂອບໃຈຜູ້ສະໜັບໜູນງານປະກວດງານໜຶ່ງ ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໂດຍໃນຮູບພາບແມ່ນຊ່າງດ່ອນຖືປ້າຍລາງວັນທີ 1 ກ່ຽວກັບການຕັດຜົມ ແລະ ຜູ້ຄົນກໍເຂົ້າມາຄອມເມັ້ນເປັນຈໍານວນຫຼວງຫຼາຍ… ຕໍ່ມາຈຶ່ງໄດ້ຮູ້ວ່າ ຊ່າງດ່ອນ ໄດ້ເຂົ້າຮ່ວມແຂ່ງຂັນ Dcash Professional ເຊິ່ງເປັນງານປະກວດຕັດຜົມ ແລະ ອອກແບບຊົງຜົມຫຼາຍປະເພດ ຈັດຂຶ້ນຢູ່ທີ່ ກຸງເທບມະຫານະຄອນ (ປະເທດໄທ) ທີ່ 5 ແລະ ຊ່າງດ່ອນ …

Read More »

ຮູ້ຈັກ! ອາລີ້ ທະນູພົນ ຜູ້ຄ້ວາອັນດັບ 1 ໃນເວທີ Mr International Laos 2019 ແລ້ວຈະຫຼົງຮັກຜູ້ຊາຍຄົນນີ້ຫຼາຍຂຶ້ນກວ່າເກົ່າ!!!

ຫຼັງຈາກທີ່ລຸ້ນກັນມາຕະຫຼອດຫຼາຍເດືອນ ສໍາລັບການປະກວດ Mr International Laos 2019 ຈົນຮອດມື້ສິ້ນສຸດການລໍຄອຍ ໃນຄໍ່າຄືນຂອງວັນທີ 13 ຕຸລາ 2019 ທີ່ຜ່ານມາ ຜົນການປະກວດທີ່ຫຼາຍຄົນລຸ້ນໄດ້ອອກມາແລ້ວວ່າ ໜູ່ມ ອາລີ້ ທະນູພົນ ໄຊຖາວອນ ເປັນຜູ້ຄອງຕໍາແໜ່ງ Mr International Laos ປະຈໍາປີ 2019 ເຊິ່ງກໍເຫັນແລ້ວວ່າມີຄວາມເໝາະສົມຫຼາຍ ບໍ່ວ່າຈະເປັນຮູບຮ່າງ, ໜ້າຕາ ແລະ ຄວາມສາມາດທີ່ເອົາຊະນະໃຈກໍາມະການຕະຫຼອດເວລາທີ່ເກັບຕົວ ແລະ ໃນຄໍ່າຄືນຂອງການປະກວດ… ແລະ ມື້ນີ້ແອັດກໍຢາກຈະນໍາສະເໜີໃຫ້ສາວໆຮູ້ຈັກກັບໜຸ່ມ ອາລີ້ ຫຼາຍຂຶ້ນ ໃນມຸມມອງຂອງຜູ້ໃກ້ຊິດທີ່ສຸດໃນຂະນະເກັບຕົວ ນັ້ນກໍຄື ເທນເນີ່ ນູ່ນູ່ ຜູ້ທີ່ເປັນ ເທນເນີ່ ຊ່ວຍສ້າງຫຸ່ນກໍາຍໍາ ແລະ ເປັນແມ່ທີ່ຄອຍໃຫ້ຄໍາປຶກສາແກ່ໜຸ່ມໆທີ່ເຂົ້າຮ່ວມປະກວດທັງ 20 ຄົນ… ເຊິ່ງເທນເນີ່ ນູ່ນູ່ ໄດ້ເວົ້າເຖິງໜູ່ມອາລີ້ວ່າ ບໍ່ແປກໃຈເລີຍທີ່ ອາລີ້ …

Read More »

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ເປີດງານຕະຫຼາດນັດພົບແຮງງານ (Job Fair 2019) ຄັ້ງທີ 3 ຂຶ້ນເລີ່ມແຕ່ວັນ 16-20 ຕຸລາ 2019 ນີ້ ທັງໝົດ 5 ມື້ ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ). ຈຸດປະສົງ, ກໍເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈ້າງງານ.  ທັງນີ້, ກໍເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນ. ພາຍໃນງານມີບັນດາອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຫົວໜ່ວຍແຮງງານ,​ ໂຄງການ, ເຂດເສດຖະກິດພິເສດ, ບໍລິສດຈັດຫາງານ, ສະຖາບັນການສຶກສາ,​ສູນເຝິກວິຊາຊີບ ແລະ ມີບັນດາຊາວຄ້າຂາຍເຂົ້າຮ່ວມຕັ້ງບູດ 300 ບູດ, ນອກນີ້, ຍັງມີ ກິດຈະກຳທີ່ຫຼາກຫຼາຍຕະຫຼອດງານເປັນຕົ້ນແມ່ນ: ລົງທະບຽນຮັບສະໝັກງານ, ການໃຫ້ຂໍ້ມູນຂ່າວສານຕະຫຼາດແຮງງານ, ການເຜີຍແຜ່ເວັບໄຊບໍລິການຈັດຫາງານ ສາທາລະນະຊົນ, …

Read More »

ງົດງາມ! ປະເພນີລາວ… ມາເບິ່ງພາບບັນຍາກາດ ວຽນທຽນ, ແຫ່ໂຄມໄພ, ໄຫຼເຮືອໄຟ ແລະ ລອຍກະໂທງໃນມື້ບຸນອອກພັນສາ…

ງົດງາມ! ປະເພນີລາວ… ມາເບິ່ງພາບບັນຍາກາດ ການວຽນທຽນ, ແຫ່ໂຄມໄພ, ໄຫຼເຮືອໄຟ ແລະ ລອຍກະໂທງໃນມື້ບຸນອອກພັນສາ… ຜ່ານໄປແລ້ວສໍາລັບປະເພນີບຸນອອກພັນສາ ປະວໍລະນາ ທີ່ເປັນໜຶ່ງໃນຮີດ 12 ຂອງປະເພນີລາວ ເຊິ່ງສໍາລັບພຸນປະເພນີອອກພັນສານີ້ ກໍມີກິດກໍາຫຼັກໆຄື ຕັກບາດໃນຕອນເຊົ້າ, ຕອນແລງກໍຈະມີການວຽນທຽນ, ໄຫຼເຮືອໄຟ ແລະ ລອຍກະໂທງ ເຊິ່ງເປັນກິດຈະກໍາທີ່ຄູ່ຮັກມັກນິຍົມພາກັນໄປລອຍກະໂທງ. ຫຼັງໆມານີ້ໄດ້ມີອີກກິດຈະກໍາໜຶ່ງທີ່ຄົນໜຸ່ມສາວກໍາລັງນິຍົມກັນ ໂດຍສະເພາະສາວໆ ກັບກິດຈະກໍາແຕ່ງກາຍແບບລາວເດີມ ແລະ ລາວສະໄໝ ໄປຖ່າຍຮູບ ແຫ່ໂຄມໄຟໃນຄໍ່າຄືນຂອງມື້ອອກພັນສານັ້ນເອງ. ສໍາລັບກິດຈະກໍານີ້ແມ່ນມີຈຸດສຸມຢູ່ທີ່ ວັດ ອົງຕື້ ມະຫາວິຫາຣ ປີນີ້ກໍໄດ້ຈັດຂຶ້ນໃນວັນທີ 12-13 ຕຸລາ 2019 ທີ່ຜ່ານມານີ້ເອງ. ແລະ ມື້ນີ້ແອັດກໍໄດ້ນໍາພາບບັນຍາກກາດຂອງຄໍ່າຄືນມື້ນັ້ນມາຕ້ອນສາວໆທີ່ບໍ່ໄດ້ໄປຮ່ວມ ຈະຕ້ອງໝາຍຕາໄວ້ວ່າ ປີໜ້າຕ້ອງຫາເວລາໄປຖ່າຍຮູບງາມໆ ມາອວດໝູ່ໃຫ້ໄດ້… ເພາະມັນເປັນພາບທີ່ງົດງາມຫຼາຍ! ເອົາເປັນວ່າເຮົາມາເບິ່ງພ້ອມກັນເລີຍ!!!       ຂອບໃຈຮູບພາບບາງສ່ວນຈາກ: Pakkhem studio …

Read More »

ຂ່າວແທ້ ຫຼືຂ່າວລື! MISS GRAND LAOS 2019 ຈະບໍ່ໄດ້ໄປຮ່ວມປະກວດເວທີລະດັບໂລກ ຍ້ອນເຫດຜົນນີ້!!!

ຂ່າວແທ້ ຫຼືຂ່າວລື! MISS GRAND LAOS 2019 ບໍ່ໄດ້ໄປຮ່ວມປະກວດເວທີລະດັບໂລກ ຍ້ອນເຫດຜບໍ່ຮູ້ວ່າ!!! ບໍ່ຮູ້ວ່າເປັນຂ່າວແທ້ ຫຼືຂ່າວລື ທີ່ວ່າ MISS GRAND LAOS 2019 ນ້ອງ ເຈນ ມະໄລລັກ ພະຈັນ ຈະບໍ່ສາມາດເຂົ້າຮ່ວມປະກວດເວທີ MISS GRAND INTERNATIONAL 2019 ທີ່ຈັດຂຶ້ນຢູ່ທີ່ປະເທດ ເວເນຊູເອລາ ໃນວັນທີ 25 ຕຸລາ 2019 ນີ້. ເຊິ່ງສາເຫດທີ່ເຮັດໃຫ້ ນ້ອງເຈນ ບໍ່ສາມາດໄປຮ່ວມປະກວດເວທີລະດັບໂລກໄດ້ແມ່ນຍ້ອນວ່າ ທາງກອງປະກວດ MISS GRAND LAOS 2019  ໄດ້ຈັດປະກວດຄ້ອນຂ້າງຊັກຊ້າ ເຮັດໃຫ້ຂໍວີຊ່າຄ້ອນຂ້າງຍາກ ເພາະຢູ່ປະເທດລາວ ບໍ່ມີສະຖານທູດ ປະເທດເວເນ ຕ້ອງໄດ້ໄປຂໍວີຊ່າຢູ່ ປະເທດຫວຽດນນາມ ແຕ່ກໍບໍ່ສາມາດຂໍໄດ້ທັນເວລາໄດ້ ປີນີ້ປະເທດລາວ ຈຶ່ງບໍ່ສາມາດສົ່ງຕົວແທນໄປປະກວດໄດ້ ແລະ ທັງໝົດນີ້ກໍແມ່ນຂ່າວຈາກວົງໃນທີ່ແອັດໄປໄດ້ຍິນມາ ແຕ່ຄວາມຈິງຈະເປັນແນວໃດນັ້ນຄົງຕ້ອງຖ້າໃຫ້ທາງກອງປະກວດອອກມາຊີ້ແຈງອີກເທື່ອໜຶ່ງ ຫຼືສູດທ້າຍແລ້ວ …

Read More »