ໃນສະຖານະການບ້ານເມືອງກຳລັງຕໍ່ສູ້ກັບວິກິດໂລກລະບາດພະຍາດໂຄວິດ-19 ແບບນີ້ ຫຼາຍພາກກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສົ່ງກຳລັງໃຈໃຫ້ທັງຜູ້ຕິດເຊື້ອ ແລະ ພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຂອງຕົນເອງໃນຊ່ວງວິກິດນີ້ໂດຍສະເພາະແມ່ນແພດໝໍຂອງພວກເຮົາທີ່ກຳລັງປະຕິບັດໜ້າຕົນເອງເກືອບຕະຫຼອດ 24 ຊົ່ວໂມງ… ເຊິ່ງຕອນນີ້ຫຼາຍຄົນບໍ່ວ່າຈະເປັນສິນລະປິນ, ນັກຮ້ອງ ແລະ ພາກສ່ວນອື່ນ…ກໍໄດ້ແຕ່ງເພງຂຶ້ນມາຂັບຮ້ອງຜ່ານສຽງເພງເພື່ອໃຫ້ກຳລັງໃຈທຸກພາກສ່ວນຢ່າງຫຼວງຫຼາຍ ຫຼ້າສຸດກໍມີທ່່ານໝໍຄົນໜື່ງຊື່ ທ່ານໝໍ ສົມໄຫວ ໄດ້ຝາກອີກ 1 ບົດເພງ “ແຮງໃຈຈາກໝໍ” ເພື່ອເປັນກຳລັງໃຈໃຫ້ທຸກໆພາກສ່ວນທີ່ກຳລັງຕໍ່ສູ້ກັບວິກິດ ໂຄວິດ19 ທີ່ກຳລັງລະບາດໃນຕອນນີ້… ເຮົາໄປຟັງນໍາກັນເລີຍ!!! ແຫລ່ງຂໍ້ມູນ: Somvai Singhaxaiyaseng
Read More »Kuanjaitaem Kuanjai page
ເມຍ ແລະ ລູກ ໂພສໄວ້ອາໄລ “ກິດາວເພັດ ໜູຫ່ວງ” (ມື້ນີ້ເປັນມື້ສຸດທ້າຍແລ້ວທີ່ເຈົ້າກັບຂ້ອຍຈະໄດ້ຢູ່ຮ່ວມກັນຊາດນີ້ທັງຊາດຄົງເຫຼືອໄວ້ພຽງແຕ່ຄວາມຮັກແລະຄິດຮອດທີ່ສຸດແສນທໍ່ລະມານຕະຫລອດຊີວິດ…)
ເມື່ອວັນທີ 24 ເມສາ ທີ່ຜ່ານມາ ວົງການເພງລາວເຮົາໄດ້ສູນເສຍສິນລະປິນໃນຕໍານານ ຢ່າງ ກິດາວເພັດ ໜູຫ່ວງ ຫົວໜ້າວົງດົນຕີໃຫຍ່ ໜຸ່ມໂກສິນ ທີ່ໄດ້ຈາກໄປດ້ວຍພະຍາດສ່ວນຕົວຂອງຜູ້ກ່ຽວເອງ ໄດ້ສ້າງຄວາມສະເທືອນໃຈໃຫ້ຄົນທັງປະເທດ ບໍ່ວ່າຈະເປັນຫມູ່ເພື່ອນໃນວົງການ ແລະ ບັນດາແຟນຄລັບ ທີ່ສິນລະປິນໃນດວງໃຈໄດ້ເສຍໄປຢ່າງກະທັນຫັນແລະ ແນ່ນອນວ່າຄົນທີ່ເສຍໃຈທີ່ສຸດນັ້ນກໍຄື ຄອບຄົວ ຂອງນັກຮ້ອງ ໜຸ່ມ ກິດາວເພັດ ໜູຫ່ວງ ນັ້ນເອງ ເຊິ່ງວັນທີ 27 ເມສາ 2020 ກໍເປັນມື້ສົ່ງສະການ. ເມຍ ແລະ ລູກ ກໍໄດ້ໂພສໄວ້ອາໄລຜູ້ເປັນຜົວ ແລະ ພໍ່ ສຸດທີ່ຮັກເປັນຄັ້ງສຸດທ້າຍວ່າ: ມື້ນີ້ເປັນມື້ສຸດທ້າຍແລ້ວທີ່ເຈ້າກັບຂ້ອຍຈະໄດ້ຢູ່ຮ່ວມກັນຊາດນີ້ທັງຊາດຄົງເຫຼືອໄວ້ພຽງແຕ່ຄວາມຮັກແລະຄິດຮອດທີ່ສຸດແສນທໍ່ລະມານຕະຫລອດຊີວິດຂອງຂ້ອຍແລະລູກທັງ4ນັບຈາກນີ້ໄປຂ້ອຍຕ້ອງໃຊ້ຊີວິດທີ່ໂດດດຽວແລະມຶດມົນປານຄົນຕາຍທັງເປັນບົນເສັ້ນທາງທີ່ບໍ່ມີເຈົ້າລັບໃຫ້ສະບາຍເດີ້ສຸດທີ່ຮັກຂອງເມຍແລະລູກ ຂວັນໃຈ ຂໍສະແດງຄວາມເສຍໃຈນໍາຄອບຄົວທີ່ໄດ້ສູນເສຍບຸກຄົນອັນເປັນແສນຮັກທີ່ສຸດໃນຄັ້ງນີ້ ຂໍໃຫ້ ໜຸ່ມ ກິດາວເພັດ ໜູຫ່ວງ ຫຼັບໃຫ້ສະບາຍເດີ້ ແຫລ່ງຂໍ້ມູນ: Khamphoud Nouhouang
Read More »ນັກຮ້ອງດັງ “ແພັດ ເພັດດາວອນ” ແລະ “ຕິກ ຊີໂຣ່” ຮ່ວມຮ້ອງເພງລະດົມໃຫ້ປະຊາຊົນຢູ່ເຮືອນ ຫຼຸດການແຜ່ເຊື້ອໂຄວິດ-19
ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ທົ່ວໂລກ ລວມທັງ ສປປ ລາວຂອງພວກເຮົາ ເຮັດໃຫ້ນັກຮ້ອງຈາກຫຼາຍປະເທດຮ່ວມກັນແຕ່ງເພງເພື່ອລະດົມປະຊາຊົນ ໃຫ້ຮ່ວມໃຈກັນຢູ່ເຮືອນ ຫຼຸດການແຜ່ລະບາດຂອງພະຍາດໂຄວິດ-19 ຫຼ້າສຸດ ນັກຮ້ອງດັງຈາກປະເທດໄທ ຢ່າງ ຕິກ ຊີໂຣ່ ກໍໄດ້ແຕ່ງເພງ “ຢູ່ກັບບ້ານ” ເພື່ອເປັນການປຸກລະດົມໃຫ້ປະຊາຊົນຢູ່ເຮືອນ ໃນຊ່ວງທີ່ມີການລະບາດຂອງພະຍາດໂຄວິດ-19 ເພາະການອອກໄປນອກ ຈາກເປັນການອອກໄປຮັບເຊື້ອໄດ້ ຜົນງານເພງດັ່ງກ່າວ ໄດ້ຖືກຮ້ອງເປັນຫຼາຍພາສາຈາກທົ່ວໂລກ ແລະ ສຳລັບປະເທດລາວເຮົາ ກໍ່ໄດ້ຮັກຮ້ອງສາວສຽງຫວານຢ່າງ “ແພັດ ເພັດດາວອນ” ທີ່ຫຼາຍໆຄົນຮູ້ຈັກກັນດີ ມາຖ່າຍທອດຜົນງານເພງອອກມາເປັນພາສາລາວໄດ້ຢ່າງມ່ວນຫູ ເພງຈະມ່ວນ ແລະ ປະທັບໃຈຫຼາຍປານໃດນັ້ນ ລອງໄປຟັງນໍາກັນເລີຍ ແຫລ່ງຂໍ້ມູນ: InsideLaos.com
Read More »ຊ໊ອກວົງການເພງລູກທຸ່ງ!!! ນັກຮ້ອງດັງລະດັບຕໍານານ ກິດາວເພັດ ໜູຫ່ວງ ຈາກໄປແບບກະທັນຫັນ…
ສຸດເສົ້າ! ກິດາວເພັດ ຫົວໜ້າວົງ ໝຸ່ມໂກສິນ ນັກຮ້ອງເຈົ້າຂອງຜົນງານສຽງເພງໂດ່ງດັງຢ່າງ: ຟ້າອຸ້ມຝົນຄື ຄົນອຸ້ມນ້ອງ, ຂີ້ໂມ້ ແລະ ອື່ນໆ. ໄດ້ເສຍຊີວິດແລ້ວ ໃນຕອນເຊົ້າຂອງວັນທີ 24 ເມສາ 2020 ດ້ວຍພະຍາດຜູ້ກ່ຽວເອງ ຖືໄດ້ວ່າເປັນການສູນເສຍຄັ້ງຫຍິ່ງໃຫຍ່ ຂອງວົງການເພລງລາວ… ຂວັນໃຈ ຂໍສະແດງຄວາມເສຍໃຈ ເສຍໃຈນຳຄອບຄົວ ແລະ ວົງໜູຫ່ວງ ຕໍ່ການຈາກໄປ ຢ່າງບໍ່ມີວັນກັບມາ ຂອງນັກຮ້ອງ ທີ່ມີຊື່ສຽງ ຂອງ ສປປ ລາວ ຂໍໃຫ້ໄປເປັນເທວະດາຢູ່ເທີງຟ້າເດີ້ ຜົນງານອ້າຍຈະຢູ່ໃນໃຈຂອງປວງຊົນລາວທັງຊາດຕະຫຼອດໄປ…
Read More »ຊົມເຊີຍ! ສາວງາມຈາກ ຄ່າຍ ອັອກຊີໂມລາ Modelling ນໍາທີມໂດຍ ລັດດາພອນ Miss Crystal Angel International 2019 ແລະ ແຈນນີ່ Miss Grand Laos 2019 ມອບອຸປະກອນຊ່ວຍແພດໃຫ້ໂຮງໝໍມິດຕະພາບ
ປັດຈຸບັນນີ້ເຫັນໄດ້ວ່າສັງຄົມລາວທຸກທົ່ວໜ້າລ້ວນເຫັນໃຈ ແລະ ໃຫ້ຄວາມຊ່ວຍເຫຼືອ, ຊຸກຍູ້ແພດໝໍໃນການປະຕິບັດໜ້າທີ່ຢູ່ຕະຫຼອດ ເຊິ່ງມັນກາຍເປັນສິ່ງໜຶ່ງທີ່ກະຕຸ້ນ ຫຼື ກະຕຸກຊຸກຍູ້ເປັນກໍາລັງໃຈໃຫ້ແກ່ທີມແພດໝໍບຸກບືນ ເປັນນັກຮົບເສື້ອຂາວ ໂດຍສະເພາະກໍແມ່ນໂຮງໝໍສູນກາງທີ່ຮັບປິ່ນປົວຄົນເຈັບ, ຜູ້ຕິດເຊື້ອ, ຜູ້ຕ້ອງສົງໄສຈາກເຊື້ອພະຍາດໂຄວິດ 19 ທີ່ແຜ່ລະບາດຢູ່ຂະນະນີ້ ຍິ່ງຕ້ອງມີເຄື່ອງມືອຸປະກອນຈຳເປັນຕ່າງໆເຂົ້າໃນການປະຕິບັດໜ້າທີ່ ແລະ ກໍມີຫຼາຍໆພາກສ່ວນໃຫ້ການຊ່ວຍເຫຼືອ ທັງເປັນ ທຶນຮອນ ອຸປະກອນ ຫຼື ອາຫານການກິນ ເພື່ອໃຫ້ກຳລັງໃຈ, ຊຸກຍູ້ການປະຕິບັດໜ້າທີ່ຂອງແພດໝໍ ດັ່ງ 3 ສາວງາມ ຈາກ 3 ເວທີ ສາວ ລັດ ລັດດາພອນ ວົງສຸວັນ Miss Crystal Angel International 2019, ເຈນ ມາໄລລັກ ພະຈັນ Miss Grand Laos 2019, ປານິດາ ບຸບຜາ ຮອງອັນດັບ1 Miss World …
Read More »