Breaking News

Daily Archives: 18/08/2016

ຄວາມງາມ ​ພູ​ເຂົາ​ໄຟ ອະ​ໂຊະ ນາຄາ​ດາເກະ

ຄວາມງາມ ພູເຂົາໄຟ ອະໂຊະ  ນາຄາດາເກະ (Aso Nakadake Crater) ທ່ານຜູ້ອ່ານ ອາດຈະບໍ່ຄຸ້ນຫູ ກັບຊື່ເມືອງ ຄຸມາໂມໂຕະ ເຊິ່ງເປັນເມືອງທີ່ຕັ້ງຢູ່ທາງຕາເວັນຕົກຂອງເກາະ ຄິວຊູ ປະເທດຢີ່ປຸ່ນ ມີທຳມະຊາດທີ່ສວຍສົດງົດງາມໂດດເດັ່ນ ພ້ອມທັງມີປະຫວັດສາດອັນດົນນານມາແລ້ວ ສະຖານທີ່ທ່ອງທ່ຽວບາງບ່ອນໃນເມືອງ ຄຸມາໂມໂຕະມີ: ປາກປ່ອງພູເຂົາໄຟ ອະໂຊະ ນາຄາເກະ (Aso Nakadake Crater). ພູເຂົາໄຟອະໂຊະ ນາຄາດາເກະ ເປັນພູເຂົາໄຟທີ່ມີພະລັງ, ເປັນສະຖານທີ່ ທີ່ສາມາດເບິ່ງຄວາມງາມຂອງ ປ່ອງພູເຂົາໄຟໄດ້ໃກ້ທີ່ສຸດ ຕັ້ງຢູ່ກາງເກາະ ຄິວຊູ ເຊິ່ງພູເຂົາໄຟແຫ່ງນີ້  ຂຶ້ນຊື່ລືນາມວ່າ: ເປັນອານາເຂດທີ່ໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ໂດຍມີຄວາມຍາວ ປະມານ 24 ກິໂລແມັດ ຈາກເໜືອລົງໃຕ້ ແລະ 18 ກິໂລແມັດ ຈາກຕາເວັນອອກ ສູ່ຕາເວັນຕົກ ສ່ວນບ່ອນປາກປ່ອງພູເຂົາໄຟ ຈະມີເສັ້ນອ້ອມວົງ ປະມານ 4 ກິໂລແມັດ …

Read More »

ເກາະເຊຈູ ຄວາມມະຫັດສະຈັນທາງທຳມະຊາດ

ເກາະເຊຈູ ຄວາມມະຫັດສະຈັນທາງທຳມະຊາດ “ຢາກໄປທ່ຽວເກົາຫຼີ” ປະໂຫຍກນີ້ໃຜໆກໍມີຢູ່ໃນຄວາມຄິດ ໂດຍສະເພາະ ສາວຫຼາຍໆຄົນ ລວມທັງແອດມິນເອງ ກໍປາຖະໜາຢາກໄປເຊັ່ນດຽວກັນ ເພື່ອຈະໄດ້ສຳພັດກັບບັນຍາກາດແດນກິມຈິຈັກເທື່ອໜຶ່ງໃນຊີວິດ ເອົາເປັນວ່າ ເຮົາມາຮູ້ຈັກປະເທດເກົາຫຼີໃຕ້ກັນກ່ອນເນາະ. ສາທາລະນະລັດເກົາຫຼີ ຫລື ເກົາຫລີໃຕ້ ມີເມືອງຫຼວງຊື່ວ່າ ໂຊ. ສະພາບອາກາດມີ 4 ລະດູຄື ລະດູໃບໄມ້ຫຼົ່ນ, ລະດູຮ້ອນ, ລະດູມໍລະສຸມ ແລະ ລະດູໜາວ ສຳລັບສະຖານທີ່ທ່ອງທ່ຽວ ເກາະເຊຈູ (Jeju) ເປັນເກາະທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດທີ່ສວຍສົດງົດງາມ ແລະ ມີຄວາມມະຫັດສະຈັນທາງທຳມະຊາດຫຼາຍແຫ່ງທີ່ໄດ້ຮັບຮອງເປັນມໍລະດົກໂລກທາງທຳມະຊາດ ເວົ້າສະເພາະ ເກາະເຊຈູ ແຫ່ງນີ້ເກີດຈາກການລະເບີດຂອງພູເຂົາໄຟ ທີ່ເຮັດໃຫ້ພື້ນດິນອຸດົມໄປດ້ວຍແຮ່ທາດທີ່ສຳຄັນ  ເໝາະແກ່ການປູກພືດນາໆຊະນິດ ໜຶ່ງໃນນັ້ນກໍຄື ຊາຂຽວ ທີ່ຂຶ້ນຊື່ວ່າເປັນຊາທີ່ດີມີຄຸນນະພາບທີ່ສຸດ. ສິ່ງທີ່ພິເສດອີກຢ່າງໜຶ່ງກໍຄື ນໍ້າຕົກຕາດ ຊອນຈີຍອນ Cheongiyeon Waterfall ສາຍທາລາແຫ່ງນີ້ເປັນແຫຼ່ງນໍ້າຈືດທີ່ຫຼໍ່ລ້ຽງຜູ້ຄົນໃນເກາະເຊຈູຕະຫຼອດທັງອະດີດຈົນເຖິງປັດຈຸບັນ ມັນເປັນສິ່ງທີ່ຫາຍາກ ແລະ ມີຄຸນຄ່າທີ່ສຸດຂອງເກາະກາງທະເລແບບນີ້. ນອກຈາກນັ້ນ ເກາະ ເຊຈູ …

Read More »

ພູເຂົາສາຍຮຸ້ງ Zhangye Danxia Landform

ສະຖານທີ່ທ່ອງທ່ຽວໃນອາຊີກໍຖືວ່າ ມີຫຼາຍບ່ອນທີ່ສວຍສົດງົດງາມ ເຊິ່ງຫຼາຍຄົນອາດຈະເຄີຍໄດ້ໄປສຳພັດ ຫຼືພົບເຫັນດ້ວຍຕົນເອງມາແລ້ວກໍມີ ແຕ່ເຖິ່ງຢ່າງໃດກໍ່ຕາມທາງ ວາລະສານຂັວນໃຈຈະພາທ່ານຜູ້ອ່ານທຸກໆທ່ານທີ່ມີຄວາມສົນໃຈໃນການທ່ຽວຊົມ “ພູເຂົາ” ຂໍແນະນຳເລີຍວ່າ “ພູເຂົາສາຍຮຸ້ງ” ທີ່ຢູ່ບໍ່ໃກ້ບໍ່ໄກຈາກປະເທດລາວເຮົານີ້ ເຊິ່ງສະຖານທີ່ແຫ່ງນີ້ ເປັນແຫຼ່ງທ່ອງທ່ຽວທີ່ທຳມະຊາດສ້າງຂຶ້ນອີກແບບໜຶ່ງທີ່ເປັນຕາງຶດງໍ້ ແລະງົດງາມ ມີລວດລາຍທີ່ເປັນເອກະລັກ ສ້າງຂຶ້ນໂດຍທຳມະຊາດ ແລະທຳມະຊາດກໍໄດ້ແຕ່ງເຕີມສີສັນໃຫ້ກັບໂລກ ອຸທິຍານແຫ່ງຊາດ Zhangye Danxia ຈົນກາຍເປັນລັກສະນະສະເພາະຂອງ “ຕັນເຊຍແລນຟອນ” (Danxia landform) ແຫ່ງນີ້. ມັນສາມາດດຶງດູດນັກທ່ອງທ່ຽວຢ່າງຫຼວງຫຼາຍ ໃຫ້ບຸກບືນເດີນທາງໄປຊົມອຸທິຍານແຫ່ງຊາດ Zhangye Danxia ກັບພູເຂົາສາຍຮຸ້ງ. “ອຸທິຍານທໍລະນີຈາງເຍ່ ຕັນເຊຍແລນຟອດ” (Zhangye Danxia Landform Geological Park) ໄດ້ຕັ້ງຢູ່ໃນເມືອງຈາງເຍ່ ທາງຕາເວັນຕົກສຽງເໜືອຂອງມົນທົນການຊູ ລັກສະນະທາງທໍລະນີວິທະຍານີ້ພົບເຫັນໃນປະເທດຈີນ ມີລັກສະນະສຳຄັນຄື ພູຫີນຂະໜາດໃຫຍ່ທີ່ເປັນຊັ້ນໆເກີດມາຈາກຫີນລາຍສີແດງ ແລະການສະສົມຂອງແຮ່ທາດຕັ້ງແຕ່ຍຸດຄີເທຊຽມ.    

Read More »

ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ

      ສວນສະໜຸກ Lego land ເປັນສວນສະໜຸກແຫ່ງທີ 6 ຂອງໂລກ ແລະ ເປັນແຫ່ງທຳອິດໃນອາຊີ ຕັ້ງຢູ່ ISKANDAR ລັດ Johor Bahru  ປະເທດມາເລເຊຍ ທາງພາກໃຕ້ສຸດຂອງແຫຼມມາລາຍູ ຕິດກັບປະ ເທດສິງກະໂປ ເປັນສວນສະໜຸກສຳລັບຄອບຄົວ ແລະ ເດັກນ້ອຍອາຍຸ 2-12 ປີ ເຊິ່ງມີເຄື່ອງຫຼິ້ນຫຼາຍກວ່າ 40 ຊະນິດ ໃນເນື້ອທີ່ 34 ເຮັກຕາ ແບ່ງເປັນ 7 ໂຊນຄື: ໂຊນ The Begining ເປັນບໍລິເວນທາງເຂົ້າສວນສະໜຸກປະກອບດ້ວຍຮ້ານອາຫານ, ກາເຟ ແລະ ຮ້ານຂາຍເຄື່ອງທີ່ລະນຶກ. ໂຊນ Miniland ທີ່ມີ lego ປະກອບຕໍ່ກັນຂຶ້ນມາເປັນການຈຳລອງ ສະຖານທີ່ສຳຄັນຂອງປະເທດຕ່າງໆໃນອາຊີ ໂດຍໂຊນນີ້ຖືວ່າເປັນໂຊນເດັ່ນທີ່ພິເສດຂອງສວນສະໜຸກ ເພາະໄດ້ໃຊ້ເວລາສ້າງ 3 ປີ ແລະ …

Read More »

ເງິນ​ເດືອນ​ທຳ​ອິດ ຈະ​ແບ່ງ​ໃຊ້​ແບບ​ໃດ?

ເງິນເດືອນທຳອິດ ຈະແບ່ງໃຊ້ແບບໃດ?      ແບ່ງທ້ອນໄວ້ຢ່າເອົາແຕ່ຮູ້ຈ່າຍພຽງຢ່າງດຽວ: ໄດ້ເງິນເດືອນ ເດືອນທຳອິດສິ່ງທີ່ຄວນເຮັດແມ່ນແບ່ງເງິນສຳລັບເກັບໄວ້ ເພາະຄົນສ່ວນຫຼາຍມັກລືມຄິດເຖິງຈຸດນີ້ ແລະ ມັກວາງແຜນໂດຍການເອົາໄປຈ່າຍຫຼິ້ນເປັນອັນດັບຕົ້ນໆ ການເກັບເງິນໄວ້ຄວນເຮັດໃຫ້ເປັນນິໄສຝຶກເອົາໄວ້ຕັ້ງແຕ່ເງິນເດືອນ ເດືອນທຳອິດເພື່ອໄດ້ເງິນເດືອນເດືອນຕໍ່ໄປຈະເປັນແຮງຈູງໃຈໃນການເກັບເງິນໄວ້ອີກ. ຕອບແທນບຸນຄຸນພໍ່ແມ່: ການນຶກເຖິງຜູ້ທີ່ມີບຸນຄຸນແມ່ນເປັນສິ່ງທີ່ດີຂອງຄົນເປັນລູກ ການຕອບແທນບຸນຄຸນດ້ວຍຊັບທີ່ຊອກຫາໄດ້ ເປັນຄັ້ງທຳອິດເປັນອີກໜຶ່ງທາງທີ່ຈະຮູ້ຈັກຄວາມຮັບຜິດຊອບເຖິງແມ່ນວ່າພໍ່ແມ່ຈະບໍ່ຢາກໄດ້ເງິນລູກ ແຕ່ກໍຄວນໃຫ້ໄປຕາມໜ້າທີ່ເພື່ອໃຫ້ພໍ່ແມ່ມີລາຍໄດ້ສຳລັບໃຊ້ຈ່າຍ ແລະ ສຸດທ້າຍແລ້ວພໍ່ແມ່ຈະເກັບເງິນສ່ວນນີ້ໄວ້ໃຫ້ເຮົາຄືເກົ່າ. ໃຫ້ລາງວັນກັບຕົວເອງ: ຫຼັງຈາກການເຮັດວຽກມາໝົດເດືອນດ້ວຍຄວາມຕັ້ງໃຈ, ມຸ່ງໝັ້ນໃນໜ້າທີ່ຄວນຕອບແທນຕົນເອງດ້ວຍການກິນອາຫານດີໆຫຼືໄປທ່ອງທ່ຽວໃຫ້ສະບາຍໃຈ, ເຮັດກິດຈຳທີ່ຕົນເອງມັກເພື່ອເປັນການຜ່ອນຄາຍຄວາມຄຽດຈາກການເຮັດວຽກ, ເພື່ອເປັນແຮງຈູງໃຈ, ກຳລັງໃຈໃນການເຮັດວຽກໃນເດືອນຕໍ່ໄປ. ແບ່ງການໃຊ້ຈ່າຍເທົ່າທີ່ຈຳເປັນ: ການແບ່ງເງິນໄວ້ໃຊ້ຈ່າຍເທົ່າທີ່ຈຳເປັນຄື ຢ່າໃຊ້ເງິນເດືອນໝົດໄປກັບເລື່ອງທີ່ບໍ່ເປັນປະໂຫຍດ ແລະ ຢ່າຄິດວ່າຕົນເອງສາມາດຫາເງິນໃໝ່ໄດ້ ເຊິ່ງເປັນຄວາມຄິດທີ່ຜິດ. ເຮົາຄວນຮູ້ຈັກວາງແຜນການໃຊ້ເງິນຢ່າງຄຸ້ມຄ່າເທົ່າທີ່ຈຳເປັນ. ໃຊ້ໜີ້ (ຖ້າມີ): ຢ່າຜິດສັນຍາກຳນົດມື້ທີ່ຈະໃຊ້ໜີ້ ເພາະວ່າອັດຕາດອກເບ້ຍສູງ ຫາກບໍ່ສົນໃຈອາດກາຍເປັນການສ້າງໜີ້ ແລະ ເພີ່ມພາລະໃຫ້ຫຼາຍຂຶ້ນໄປອີກໃນເດືອນຕໍ່ໄປ. ດັງນັ້ນ, ຄວນມີວິໄນຮູ້ຈັກວາງແຜນເຊິ່ງເປັນວິທີເບື້ອງຕົ້ນທີ່ຄວນນຶກເຖິງຂອງຄົນເປັນໜີ້.  

Read More »