Breaking News

Daily Archives: 18/08/2016

5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ

5 ວິທີເບິ່ງແຍງເສັ້ນຜົມຂັ້ນພື້ນຖານ ທີ່ເຮັດງ່າຍ ແລະ ປະຫຍັດເງິນ ການເບິ່ງແຍງເສັ້ນຜົມຖືວ່າເປັນສ່ວນໜຶ່ງທີ່ສໍາຄັນສໍາລັບສາວໆເລີຍກໍ່ວ່າໄດ້ ຄືຊິບໍ່ມີສາວໆຄົນໃດທີ່ບໍ່ຢາກໃຫ້ຜົມຂອງຕົນເອງນັ້ນຕ້ອງເງົາງາມ, ອ່ອນນຸ່ມ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເບິ່ງແຍງເສັ້ນຜົມແບບງ່າຍໆ ມາຝາກ ແລະ ຍັງປະຫຍັດເງິນອີກດ້ວຍ: ບໍາລຸງຜົມດ້ວຍນໍ້າມັນຫຼາຍຊະນິດ. ວິທີຄົນທີ່ມີຜົມເງົາງາມເລືອກໃຊ້ບໍາລຸງເສັ້ນຜົມຢ່າງສະໝໍ່າສະເໝີດ້ວຍບັນດານໍ້າມັນຕ່າງໆທີ່ມີປະໂຫຍດຕໍ່ເສັ້ນຜົມບໍ່ວ່າຈະເປັນນໍ້າມັນໝາກພ້າວທີ່ເຮັດໃຫ້ເສັ້ນຜົມອ່ອນນຸ່ມ, ນໍ້າມັນໝາກກອກເພື່ອເສັ້ນຜົມເງົາງາມ ຄວນໝັກຜົມດ້ວຍນໍ້າມັນເຫຼົ່ານີ້ກ່ອນສະປະມານ 1 ຊົ່ວໂມງເຮັດຕິດຕໍ່ກັນ 1-2 ເທື່ອຕໍ່ອາທິດພຽງເທົ່ານີ້ກໍ່ຈະເຮັດໃຫ້ເສັ້ນຜົມເງົາງາມ. ຫວີຜົມແບບຄ່ອຍໆ. ແມ່ນວ່າຈະຟ້າວປານໃດແຕ່ທ່ານກໍ່ບໍ່ຄວນຮີບຫວີຜົມໃຫ້ໄວ ແລະ ແຮງຈົນເກີນໄປ ຄວນຫວີຜົມແບບຄ່ອຍໆ ຖ້າບໍ່ດັ່ງນັ້ນຜົມຂອງທ່ານອາດຈະຂາດ ຫຼື ຫຼົ່ນອອກມາເປັນກໍາ ນອກຈາກນີ້ທ່ານກໍ່ບໍ່ຄວນຫວີຜົມໃນເວລາທີ່ຜົມປຽກ ເພາະເປັນເວລາທີ່ຮາກຜົມກໍາລັງອ່ອນແອ ຫາກໃຜຜົມຫຼົ່ນຕະຫຼອດ ຫຼື ມີບັນຫາຜົມບາງ ລອງສັງເກດພຶດຕິກໍາການຫວີຜົມຂອງຕົນເອງໃຫ້ດີແລ້ວຟ້າວແກ້ໄຂ. ບໍ່ຕ້ອງຈັດແຕ່ງຊົງຜົມຕະຫຼອດ. ປະເພດເຄື່ອງມ້ວນຜົມໄຟຟ້າ ຫຼື ເຄື່ອງຈັດແຕ່ງຊົງຜົມຕ່າງໆທີ່ເຮັດໃຫ້ຜົມຕ້ອງຖືກຄວາມຮ້ອນ ຖືວ່າເປັນສິ່ງທີ່ສໍາຄັນທີ່ເຮັດໃຫ້ຜົມຂອງທ່ານມີບັນຫາ ສະນັ້ນຢ່າໃຫ້ເສັ້ນຜົມຖືກຄວາມຮ້ອນຫຼາຍເກີນໄປ ໃຫ້ປ່ອຍຕາມທໍາມະຊາດແດ່ ຖ້າບໍ່ດັ່ງນັ້ນຮາກຜົມ ແລະ ໜັງຫົວຈະອ່ອນແອຈົນຕ້ອງປິ່ນປົວອີກດົນ. ເລືອກໃຊ້ຜະລິດຕະພັນກ່ຽວກັບຜົມທີ່ດີ. ດຽວນີ້ແຊມພູສະຜົມ ແລະ …

Read More »

7 ເຄັດລັບ ເຮັດຄວາມສະອາດ ແລະ ບໍາລຸງຜົມ

ເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍ 7 ເຄັດລັບ ມື້ນີ້ ວາລະສານຂັວນໃຈ ມີເຄັດລັບໃນການເຮັດຄວາມສະອາດ ແລະ ບໍາລຸງຜົມດ້ວຍການເບິ່ງແຍງຜົມຢ່າງເປັນມືອາຊີບ ສາມາດເຮັດງ່າຍໆຢູ່ບ້ານໄດ້ດ້ວຍຕົນເອງໂດຍການເພິ່ມປະສິດທິພາບຂອງຜະລິດຕະພັນດ້ວຍການເຮັດຄວາມສະອາດ ແລະ ບໍາລຸງເສັ້ນຢ່າງທົ່ວເຖິງ ແລະ ຖືກຈຸດ ດັ່ງນີ້: ຫວີແປງເສັ້ນຜົມກ່ອນຜົມປຽກ: ຈະຊ່ວຍຈັດພື້ນທີ່ຂອງເສັ້ນຜົມໃຫ້ໄດ້ຮັບການເຮັດຄວາມສະອາດໄດ້ຢ່າງທົ່ວເຖິງຍິ່ງຂື້ນ. ສະຜົມດ້ວຍແຊມພູ 2 ເທື່ອ: ເທື່ອທໍາອິດຄືການລ້າງຄາບສິ່ງທີ່ເປິະເປື້ອນຂີ້ຝຸ່ນ ສ່ວນຄັ້ງທີ່ສອງຄືການສະໃຫ້ເສັ້ນຜົມເພື່ອໃຫ້ເສັ້ນຜົມສໍາຜັດເຖິງຄຸນຄ່າຈາກຜະລິດຕະພັນໄດ້ຢ່າງແທ້ຈິງ. ໃຊ້ນໍ້າອຸ່ນລ້າງເຮັດຄວາມສະອາດຜົມກ່ອນສະ : ເພື່ອເປີດເສັ້ນຜົມຊັ້ນນອກໃຫ້ເນື້ອແຊມພູສາມາດຊືມເຂົ້າໄປເຮັດຄວາມສະອາດໄດ້ຢ່າງເຕັມທີ່. ການໃຊ້ນໍ້າເຢັນລ້າງເສັ້ນຜົມໃນຂັ້ນຕອນສຸດທ້າຍ: ທີ່ຈະຊ່ວຍປິດເນື້ອສໍາຜັດຂອງຜົມ ແລະ ຍັງຊ່ວຍເຮັດຜົມເບິ່ງເປັນປະກາຍເງົາງາມໄດ້ຍາວນານ. ບີບນໍ້າອອກຈາກຜົມກ່ອນການທາຄຣີມນວດຜົມ : ເພື່ອໃຫ້ເນື້ອຄຣີມເຮັດວຽກໄດ້ຢ່າງເຕັມປະສິດທິພາບຫຼາຍຍິ່ງຂຶ້ນ. ໃສ່ຄຣີມນວດຜົມພຽງແຕ່ກາງເຖິງປາຍຜົມ: ເພາະການທາເທິ່ງໜັງຫົວອາດຈະເຮັດໃຫ້ຜົມມັນຈົນເກີນໄປ. ການທາຄຣີມນວດຜົມປະໄວ້ຢ່າງໜ້ອຍ 2 ນາທີແລ້ວຈຶ່ງລ້າງອອກ: ເພື່ອໃຫ້ເສັ້ນຜົມໄດ້ຮັບການບໍາລຸງຢ່າເຕັມທີ່.    

Read More »

ເລັບງາມ ສຸຂະພາບດີດ້ວຍຢາພື້ນເມືອງລາວ

ສາວໆທ່ານໃດທີ່ຢາກມີເລັບງາມ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເຮັດໃຫ້ເລັບງາມດ້ວຍຢາພື້ນລາວເມືອງຂອງລາວເຮົາ ແລະ ວິທີເຮັດກໍ່ງ່າຍໆສາວໆທຸກຄົນສາມາດເຮັດໃຫ້ເລັບຂອງໂຕເອງງາມໄດ້. ປ້ອງກັນເຊື້ອຣາດ້ວຍນໍ້າໝາກຂີ້ຫູດ. ສາເຫດ: ເຊື້ອຣາເປັນພະຍາດເກີດຂຶ້ນໄດ້ງ່າຍສ່ວນຫຼາຍແມ່ນເກີດມາຈາກການທີ່ເລັບມື ຫຼື ເລັບຕີນຢູ່ໃນທີ່ຄັບແຄບ, ອາກາດບໍ່ຖ່າຍເທເປັນເວລາດົນ ສ່ວນຫຼາຍແມ່ນເກີດກັບເລັບຕີນຫຼາຍກວ່າເລັບມື ເພາະມືເຮົາແຫ້ງຢູ່ຕະຫຼອດເວລາ ແຕ່ເລັບຕີນບາງເທື່ອເຮົາໃສ່ເກີບໃສ່ຖົງຕີນດົນເກີນໄປ ໂດຍທີ່ບໍ່ໄດ້ຖອດອອກສະນັ້ນມັນຈຶ່ງເຮັດໃຫ້ເກີດເຊື້ອຣາ ແລະ ມີກິ່ນເໝັນໄດ້. ບໍາລຸງດ້ວຍຢາພື້ນເມືອງ: ເອົາມາຂີ້ຫູດມາຄັ້ນເອົານໍ້າແລ້ວໃຊ້ສໍາລີຈຸ່ມລົງນໍ້າໝາກຂີ້ຮູດມາທາບໍລິເວນທີ່ຕິດເຊື້ອໃຫ້ທາຕະຫຼອດ ນໍ້າໝາກຂີ້ຫູດຈະຊ່ວຍຂ້າເຊື້ອຣາໃຫ້ຈົນໝົດໄປ. ເນັນໃນການກິນຜັກປະເພດຫົວກະທຽມ, ຖົ່ວຍາວ ແລະ ໝາກເຜັດ ຫຼື ຜັກໃບຂຽວ ອາຫານທະເລປະເພດຫອຍ, ປາ ແລະ ໝາກໄມ້ທີ່ມີວິຕາມິນ C ສູງເຊັ່ນ: ສົ້ມໝາກຂາມ, ໝາກໂມ ອາຫານເຫຼົ່ານີ້ຈະຊ່ວຍຢຸດແບັດທີເຣຍ ແລະ ເຊື້ອຣາເທິ່ງຜິວໜັງໃຫ້ໝົດໄປ. ໃບພູ(ໃບພູຄ້ຽວໝາກ) ແລະ ໃບໝາກສີດາແກ້ອາການເລັບສັກ, ເລັບຊໍ້າ ແລະ ເປັນໜອງ. ສາເຫດ: ເມື່ອເລັບຍາວແລ້ວຕັດເລັບຜິດແບບ ບໍ່ຄວນຕັດເລັບໃຫ້ມີລັກສະນະປາຍໂຄ້ງງໍເປັນຮູບໄຂ່ ເມື່ອເລັບໃໝ່ຍາວຂຶ້ນມາມັນກໍ່ຈະສັກລົງ ຫຼື ໃສ່ເກີບທີ່ນ້ອຍຈົນເກີນໄປ …

Read More »

ເລັບເຫຼືອງໃຫ້ໝາກນາວເປັນຕົວຊ່ວຍ

ເລັບເຫຼືອງໃຫ້ໝາກນາວເປັນຕົວຊ່ວຍ     ສາວໆເຄີຍຮູ້ບໍ່ວ່າໝາກນາວນອກຈາກຈະຊ່ວຍເພິ່ມລົດຊາດໃຫ້ກັບອາຫານແລ້ວຍັງມີຜົນດີຕໍ່ສຸຂະພາບ ແລະ ໝາກນາວຍັງມີປະໂຫຍດອີກຫຼາຍໆດ້ານ ໜຶ່ງໃນນັ້ນໝາກນາວຍັງຊ່ວຍບໍາລຸງເລັບ, ແກ້ໄຂບັນຫາເລັບເຫຼືອງໄດ້ອີກດ້ວຍ ແລະ ມື້ນີ້ ວາລະສານຂັວນໃຈ ຈະນໍາເອົາວິທີໃນການເຮັດໃຫ້ເລັບຂາວໄດ້ມີດັ່ງນີ້: ລ້າງມືໃຫ້ສະອາດແລ້ວເຊັດໃຫ້ແຫ້ງ ແຊ່ປາຍນິ້ວມື້ລົງໃນນໍ້າໝາກນາວປະມານ 5 ນາທີ ຫຼັງຈາກນັ້ນເພິ່ມນໍ້າສົ້ມສາຍຊູ ແລະ ນໍ້າອຸ່ນລົງໄປປະສົມອີກຄົນໃຫ້ເຂົ້າກັນແລ້ວໃຊ້ໄມ້ຖູແຂ້ວຈຸ່ມແລ້ວນໍາຂຶ້ນມາຂັດເລັບໃຫ້ທົ່ວແລ້ວລ້າງອອກດ້ວຍນໍ້າສະອາດ ເຮັດທຸກມື້ອາການເລັບເຫຼືອງຈະຄ່ອຍໆດີຂຶ້ນ ສໍາລັບວິທີນີ້ສາມາດໃຊ້ໄດ້ທັງເລັບຕີນ ແລະ ເລັບມື.

Read More »

ວິທີການເບິ່ງແຍງມື ແລະ ຕີນໃຫ້ນຽນນຸ່ມ

ວິທີການເບິ່ງແຍງມື ແລະ ຕີນໃຫ້ນຽນນຸ່ມ ເປັນສ່ວນໜຶ່ງທີ່ສໍາຄັນຂອງຮ່າງກາຍ ແລະ ມັນກໍ່ບໍ່ໄດ້ເປັນເລື່ອງທີ່ຫຍຸ້ງຍາກເທົ່າໃດໃນການເບິ່ງແຍງມື ແລະ ຕີນຂອງເຮົາໃຫ້ນຽນນຸ່ມຄືກັນກັບຜິວພັນສ່ວນອື່ນໆຂອງຮ່າງກາຍ. ແຕ່ໃນຄວາມເປັນຈິງເຮົາບໍ່ຄ່ອຍທີ່ຈະສົນໃຈເບິ່ງແຍງປານໃດ ສະນັ້ນ ໃນມື້ນີ້ ວາລະສານຂັວນໃຈຈະນໍາເອົາວິທີທີ່ເຮັດໃຫ້ມື ແລະ ຕີນຂອງທ່ານນັ້ນນຸ່ມນຽນມາຝາກດັ່ງນີ້: ເຄັດລັບໃນການເບິ່ງແຍງ ແລະ ຮັກສາມື: ມືເປັນອະຍະວະທີ່ເຮົາຕ້ອງໃຊ້ວຽກຫຼາຍບໍ່ວ່າຈະເປັນພິມເອກະສານ, ຈັບເຄື່ອງຂອງ ຫຼື ວ່າຂຽນໜັງສື ແລະ ອື່ນໆ. ແຊ່ມືໃນນໍ້າອຸ່ນ. ສິ່ງທໍາອິດທີ່ເຮົາຈະຕ້ອງເຮັດກ່ອນທີ່ຈະເຮັດຫຍັງກໍ່ລ້ວນແລ້ວແຕ່ຂຶ້ນກັບມື ແລະ ເລັບຂອງເຮົາ ເຮົາຄວນຈະແຊ່ນໍ້າອຸ່ນເພື່ອຊ່ວຍເຮັດໃຫ້ຜິວໜັງຂອງເຮົາອ່ອນນຸ່ມຫຼາຍຂຶ້ນເຮັດໃຫ້ການຕັດໜັງໃນບໍລິເວນທີ່ແຂງກໍ່ຈະງ່າຍຫຼາຍຂຶ້ນ, ການແຕ່ງເລັບກໍ່ຈະງ່າຍຂຶ້ນເຊັ່ນດຽວກັນ ລວມໄປເຖິງການກໍາຈັດສິ່ງເປີະເປື້ອນທີ່ຕິດຢູ່ຕາມເລັບອອກໄດ້ງ່າຍ. ທາຄຣີມ ຫຼືເຈວບໍາລຸງມື ແລະ ເລັບ. ເລັບ ແລະ ມືຂອງເຮົາເປັນຜິວທີ່ຕ້ອງການວິຕາມິນ ແລະ ການບໍາລຸງຄືກັນກັບຜິວພັນສ່ວນອື່ນໆຂອງຮ່າງກາຍ ເຮົາຈຶ່ງຄວນຫາຄຣີມບໍາລຸງມື ແລະ ເລັບຂອງເຮົາ ນອກຈາກນີ້ ເວລາທີ່ເຮົາໄປລ້າງຖ້ວຍ, ຊັກເຄື່ອງ, ລ້າງລົດ ຫຼື ກິດຈະກໍາໃດໜຶ່ງທີ່ເຮັດໃຫ້ມືຂອງເຮົາຂາດຄວາມຊຸ່ມຊື່ນ ກໍ່ໃຫ້ທາຄຣີມບໍາລຸງມື ແລະ …

Read More »