Breaking News

Daily Archives: 18/08/2016

ດວງປະຈໍາວັນທີ 18 ສິງຫາ 2016

ດວງປະຈໍາວັນທີ 18 ສິງຫາ 2016 ວັນຈັນ. ການເງິນ: ຍັງພົບກັບບັນຫາເລື່ອງເງິນ ຖ້າຫາເງິນມາໄດ້ກໍຕ້ອງມີເລື່ອງໃຫ້ຈ່າຍອອກໄປ. ວຽກງານ: ຊ່ວງນີ້ສະຖານະການດ້ານວຽກງານຕ້ອງຢຸດລໍຖ້າ ເພາະມີຄວາມເຄັ່ງຄຽດຈາກບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂ. ຄວາມຮັກ: ຄົນມີຄູ່ແລ້ວຈະໄດ້ໃຊ້ເວລາເວົ້າຈາ ເຮັດຄວາມຮູ້ຈັກຄົນຮັກໃຫ້ຫຼາຍກວ່າເກົ່າ ທ່ານອາດຈະເຫັນຄົນຮັກໃນອີກມຸມໜຶ່ງທີ່ທ່ານບໍ່ເຄີຍຮູ້ ຫຼື ສັງເກດມາກ່ອນ. ວັນອັງຄານ. ການເງິນ: ອາດຈະຕ້ອງເສຍເງິນເພື່ອຮັກສາໜ້າຕາຂອງຕົນເອງ ລວມໄປເຖິງອຸປະຖໍາຄົນອ້ອມຂ້າງ. ວຽກງານ: ມີແຜນການເຮັດວຽກຫຼາຍຈົນທ່ານອາດຈະເຮັດບໍ່ໄດ້ ຫຼື ອາດຈະເວົ້າໄດ້ວ່າທ່ານຈິນຕະນາການໄປເອງ. ຄວາມຮັກ: ຄົນມີຄູ່ ດີຫຼາຍຄົນຮັກເອົາໃຈເປັນພິເສດ ສ່ວນຄົນໂສດຫາກຍັງສົງໄສວ່າທ່ານມີເນື້ອຄູ່ກັບເຂົາບໍ ບໍ່ຕ້ອງເປັນຫ່ວງທ່ານຈະມີໂອກາດພົບໃນງານສັງຄົມໃໝ່ໆ. ວັນພຸດ. ການເງິນ: ມີທັງຮັບທັງຈ່າຍໃນຊ່ວງນີ້ ຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປຄືກັນ ເປັນລັກສະນະເງິນໝຸນ. ວຽກງານ: ຈະເຮັດຫຍັງໃນຊ່ວງນີ້ຕ້ອງຟ້າວເຮັດ ອຸປະສັກທີ່ແກ້ໄຂບໍ່ໄດ້ກໍຍັງມີ ແລະ ບາງເລື່ອງກໍສາມາດແກ້ໄຂໄດ້ດ້ວຍຄວາມສາມາດຂອງຕົນເອງ. ຄວາມຮັກ: ຄົນມີຄູ່ ທ່ານອາດຍັງຜິດຫວັງເສຍໃຈກັບຄວາມຮັກ ແລະ ຄົນຮັກ ໃຫ້ທ່ານເຂັ້ມແຂງແລ້ວເບິ່ງໄປທາງໜ້າຈະດີກວ່າ ສ່ວນຄົນໂສດ ມີຄວາມສຸກລົງຕົວເພາະໄດ້ພົບຮັກແທ້ ກັບຄູ່ແທ້ມີໂອກາດພົບໃນຊ່ວງນີ້ນັ້ນເອງ. ວັນພະຫັດ. …

Read More »