Breaking News

Daily Archives: 05/09/2016

ກຽມຮັບຊົມ ການເຕັ້ນ UYD ປະຈໍາປີ 2016

ການແຂ່ງເຕັ້ນປະຈໍາປີທີ່ມີຊື່ວ່າ “ ຊຸມຊົນໄວໜຸ່ມທີ່ຮັກໃນການເຕັ້ນ ” ຫຼື ຮູ້ຈັກກັນໃນນາມ URBAN YOUTH DANCE (UYD) 2016 ເຊິ່ງຈັດຂຶ້ນເປັນຄັ້ງທີ 4 ຂອງບໍລິສັດເຕັ້ນ ຟັງລາວ (Fanglao) ແລະ ຮອບປີ້ນ(Hoppin)  ແລະ ໃນປີນີ້ຈະແຕກຕ່າງກວ່າທຸກປີທີ່ຜ່ານມາ ເພາະໃນປີນີ້ແມ່ນຈະເນັ້ນຄວາມມ່ວນຊື່ນທັງສອງມື້ ເຊິ່ງຈະໄດ້ຈັດຂຶ້ນນັບຕັ້ງແຕ່ວັນ 9 – 10 ກັນຍາ 2016 ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ແລະ ມີຄະນະກໍາມະການຕັດສິນຈາກ 3 ປະເທດເຂົ້າຮ່ວມໃນການຕັດສິນຄັ້ງນີ້ຄື: ໄທ, ຫວຽດນາມ ແລະ ຍີ່ປຸ່ນ . ຈຸດປະສົງໃນການຈັດງານແຂ່ງເຕັ້ນຂຶ້ນກໍເພື່ອເປັນການປຸກລະດົມຊຸກຍູ້ສົ່ງເສີມຊຸມຊົນໄວໜຸ່ມຜູ້ທີ່ມີໃຈຮັກໃນການເຕັ້ນ ເຊິ່ງລາງວັນສໍາລັບຜູ້ທີ່ໄດ້ເຂົ້າຮອບຄື: ລາງວັນທີ 1 ໄດ້ 3.000.000 ກີບ, ລາງວັນທີ 2 ໄດ້ 2.000.000 ກີບ ແລະ ລາງວັນທີ 3 ໄດ້ 1.000.000 ກີບ. …

Read More »

ເຮັດແນວໃດດີເມື່ອເລັບຈີກຕະຫຼອດ?

ເຮັດແນວໃດດີເມື່ອເລັບຈີກຕະຫຼອດ ເມື່ອເລັບຈີກ ໃຜວ່າເປັນເລື່ອງເລັກນ້ອຍ ນອກຈາກເລັບຈະບໍ່ງາມແລ້ວຍັງໝາຍຄວາມວ່າ ຮ່າງກາຍກໍາລັງບອກເຮົາວ່າສຸຂະພາບຂອງເຮົາກໍາລັງຂາດສານອາຫານປະເພດວິຕາມິນ ແລະ ທາດເຫຼັກຢູ່ ແຕ່ວິທີການຟື້ນຟູເລັບງາມໆ, ເບິ່ງແຍງສຸຂະພາບດີກໍບໍ່ໄດ້ຖືວ່າເປັນເລື່ອງຍາກຈົນເກີນໄປ ສາວໆສາມາດເລີ່ມຕົ້ນເຮັດເອງໄດ້ຢ່າງງ່າຍໆໂດຍບໍ່ຕ້ອງເສຍເງິນເຂົ້າຮ້ານເຮັດເລັບໃຫ້ສິ້ນເປືອງເງິນເລີຍ. ສິ່ງທໍາເຮັດອິດ ແລະ ສິ່ງທີ່ສໍາຄັນສໍາລັບຂັ້ນຕອນການຟື້ນຟູເລັບງາມໆນັ້ນງ່າຍໆຄື ຕ້ອງເລີ່ມຈາກການຮັບປະທານອາຫານທີ່ມີປະໂຫຍດກ່ອນເພື່ອທີ່ຈະຊ່ວຍເສີມສ້າງເລັບງາມໆເຊັ່ນ: ຜັກ, ໝາກໄມ້, ປະເພດຖົ່ວ ແລະ ພືດຊະນິດຕ່າງໆ ຊີ້ນສັດທີ່ບໍ່ມີນໍ້າມັນລວມໄປເຖິງໄຂ່, ຫອຍ, ໝາກອະໂວຄາໂດ ເພາະອຸດົມໄປດ້ວຍແຮ່ທາດສານອາຫານ ແລະ ວິຕາມິນທີ່ເປັນປະໂຫຍດຕໍ່ເລັບ ຈໍາພວກໄບໂອຕິນ, ວິຕາມິນ B7, ວິຕາມິນH ເຮັດໃຫ້ເລັບແຂງແຮງຂຶ້ນເອງໂດຍອັດຕະໂນມັດ ເມື່ອເກາະໃສກໍຈະບໍ່ຈີກຂາດງ່າຍ. ອັນດັບຕໍ່ມາສາວໆນ່າຈະມັກເປັນພິເສດຄືການເລືອກໃຊ້ຄີມບໍາລຸງເລັບມື ແລະ ເລັບຕີນໂດຍສະເພາະໝັ່ນທາເປັນປະຈໍາເຊົ້າແລງ ຈະຊ່ວຍໃຫ້ເລັບແຂງແຮງ, ເກີດຄວາມຢືດຢຸ່ນບໍ່ແຫ້ງດ້ານ ນອກຈາກນີ້ສາວໆຄວນຮັກສາຄວາມສະອາດຂອງເລັບຢູ່ເປັນປະຈໍາເພື່ອປ້ອງກັນເຊື້ອພະຍາດ ຄວນຕັດເລັບໃຫ້ສັ້ນພໍເໝາະສົມ ການຈົ່ງເລັບຍາວ ຫຼື ຕົບແຕ່ງເລັບຫຼາຍເກີນໄປນັ້ນອາດຈະງາມສໍາລັບທ່ານ ແຕ່ກໍສ່ຽງທີ່ເລັບທ່ານຈະເສຍຫາຍຈາກອຸບັດຕິເຫດຕ່າງໆໄດ້ ລວມທັງການໃຊ້ຢາທາເລັບບາງຊະນິດທີ່ມີສານເຄມີເຊິ່ງຈະເຮັດໃຫ້ເກີດປະຕິກິລິຍາຕໍ່ເລັບ, ສົ່ງຜົນໃຫ້ເລັບເຫຼືອງ, ມີຄວາມເປາະບາງ ແລະ ຈີກຢູ່ຕະຫຼອດ ຄວນຢຸດທາເລັບ ຫຼື ເຄືອບເລັບຈັກໄລຍະເພື່ອເປັນການພັກຜ່ອນສຸຂະພາບເລັບ …

Read More »

ດວງປະຈໍາວັນທີ 5 ກັນຍາ 2016

ດວງປະຈໍາວັນທີ 5 ກັນຍາ 2016 ວັນຈັນ. ການເງິນ: ການເງິນຍັງບໍ່ຄ່ອຍດີ ຕ້ອງເສຍເງິນຄໍາກັບລາຍຈ່າຍທີ່ບໍ່ໜ້າຈະຈ່າຍ. ວຽກງານ: ມີຄວາມກ້າວໜ້າ ເຮັດຫຍັງກໍ່ປະສົບຄວາມສໍາເລັດ ແລະ ຄົນອ້ອມຂ້າງໃຫ້ການສະໜັບສະໜູນ. ຄວາມຮັກ: ການມີເຫດຜົນ ແລະ ເອົາໃຈເຂົາມາໃສ່ໃຈເຮົາຈະເຮັດໃຫ້ຄວາມສໍາພັນທີ່ມີຕໍ່ກັນດີຂຶ້ນ ແລະ ບັນຫາຫຼຸດລົງ. ວັນອັງຄານ. ການເງິນ: ຈະມີແນວຄິດຫາເງິນຫຼາຍຂຶ້ນ ເຮັດໃຫ້ການເງິນຈະຂະຫຍາຍມີຖານະດີຂຶ້ນ. ວຽກງານ: ຈະໄດ້ຮັບຂ່າວທີ່ບໍ່ຄ່ອຍດີກັບວຽກທີ່ໄປສະໝັກ ຫຼື ຜູ້ທີ່ກໍາລັງລໍຖ້າອະນຸມັດໂຄງການ, ການປະກວດແຂ່ງຂັນຕ່າງໆຍັງບໍ່ຄ່ອຍຈະເປັນໄປຕາມທີ່ຄາດຫວັງໄວ້. ຄວາມຮັກ: ຈະເສຍໃຈທີ່ຄົນຮັກເຮັດໃຫ້ຜິດຫວັງຍ້ອນເລື່ອງເລັກນ້ອຍ ດັ່ງນັ້ນທ່ານຄວນເຮັດໃຈໃຫ້ກວ້າງຈຶ່ງບໍ່ໄດ້ຜິດຖຽງກັນ ສ່ວນຄົນໂສດ ອາດຈະມີຄົນເຂົ້າມາຈີບ. ວັນພຸດ. ການເງິນ: ຈະໄດ້ຮັບໂຊກ, ມີລາຍໄດ້, ຄ່າຕອບແທນເຂົ້າມາເລື່ອຍໆ. ວຽກງານ: ໃຫ້ລະວັງການເຮັດວຽກທີ່ຜິດພາດ ໃຫ້ທ່ານເຮັດຢ່າງຮອບຄອບພິຈາລະນາໃຫ້ດີ. ຄວາມຮັກ: ລະວັງຄວາມເອົາແຕ່ໃຈຂອງຕົນເອງຈະເຮັດໃຫ້ແຟນທ່ານເບື່ອໜ່າຍ ແລະ ກາຍເປັນເຫດຜົນໃຫ້ຄົນອື່ນເຂົ້າມາແຊກໄດ້ງ່າຍ. ວັນພະຫັດ. ການເງິນ: ເດັ່ນຫຼາຍ ກາານເງິນຊ່ວງນີ້ຈະມີເງິນເຂົ້າມາເລື່ອຍໆ. ວຽກງານ: …

Read More »