Breaking News

Daily Archives: 06/09/2016

ແຟນເກົ່າລາວຍັງມາວຸ້ນວາຍກັບແຟນເຮົາ ເຮົາຄວນເຮັດແບບໃດ?

ຄໍາວ່າ “ແຟນເກົ່າ” ກໍເຄີຍແມ່ນແຟນເໝືອນກັນ ຫາກທ່ານພົບກໍລະນີ້ທີວ່າ ຍັງເຫັນເບີໂທຂອງແຟນເກົ່າລາວໃນໂທລະສັບຂອງແຟນທ່ານ ແລະຍັງເຫັນເຂົາສອງຄົນເປັນໝູ່ກັນຢູ່ເຟດບຸກ ແລ້ວຍັງກົດໄລ໌ຮູບໃຫ້ກັນອີກ ເຮັດແບບນີ້ເບິ່ງຄືຂ້າກັນທາງອ້ອມແທ້ໆ! ແຕ່ທຸກສິ່ງທຸກຢ່າງ ກໍຕ້ອງໃຈເຢັນໆ ມີສະຕິໃຫ້ຫຼາຍທີ່ສຸດ ສິ່ງສໍາຄັນທີ່ສຸດຄືການຄິດບວກໄວ້ກ່ອນ ເຖິງວ່າ ເຂົາສອງຄົນ ຈະກົດໄລ໌ຮູບໃຫ້ກັນທາງເຟດບຸກ ຈົນເຮັດໃຫ້ໃຈເຮົາກະວົນກະວາຍກໍຕາມ ມັນເປັນພຽງສິ່ງທີ່ຮຽກຮ້ອງຄວາມສົນໃຈຈາກເຮົາໄປຊື່ໆ ເຮົາບໍ່ຈໍາເປັນຕ້ອງຫຶງ? ຫວງ? ຊັງ? ເພາະສິ່ງເຫຼົ່ານັ້ນ ຈະເຮັດໃຫ້ທ່ານເປັນຄົນທີ່ໜ້າລໍາຄານສຳລັບຜູ້ຊາຍຫຼືແຟນຂອງທ່ານເອງ… ເຮົາຕ້ອງສ້າງຕົນເອງໃຫ້ງາມໆ, ເບິ່ງແລ້ວ ແພງ ແລະ ມີຄຸນຄ່າທີ່ສຸດ ສ້າງຕົວເອງໃຫ້ຜູ້ຊາຍເກງໃຈເນາະ! ສາວໆ ສິ່ງທີ່ດີທີ່ສຸດກໍຄື ການສະຫງົບສະຕິອາລົມຂອງຕົນເອງ ແລ້ວມານັ່ງຄິດວ່າ ຈະໄປຄຽດເຮັດຫຍັງ ຫຶງຫວງເຮັດຫຍັງ ເປັນຫຍັງບໍ່ເຮັດໃຫ້ແຟນຮັກ, ແຟນຫຼົງ ເຮັດໃຫ້ຜູ້ຍິງຄົນອື່ນມາອິດສາບໍ່ດີກວ່າບໍ? ແລະ ສຳລັບຜູ້ຊາຍເອງ ກ່ອນຈະເຮັດຫຍັງລົງໄປ ກໍຂໍໃຫ້ຄໍານຶງວ່າ ຕອນນີ້ມີແຟນຢູ່ແລ້ວ ຄວນເບິ່ງແຍງດູແລຄວາມຮູ້ສຶກເຊິ່ງກັນ ແລະກັນແດ່! ໃຫ້ກຽດແຟນເໝືອນທີ່ເຂົາໃຫ້ກຽດເຮົາເຊັ່ນກັນ ລົມກັນໃຫ້ເຂົ້າໃຈ ຈະດີກວ່າເນາະ!

Read More »

ເກີບ 5 ແບບ 5 Style 2016 ນີ້ ສາວໆກໍ່ຄວນມີໄວ້ຈັກແບບ 2 ແບບເນາະ!!!

ເກີບ 5 ແບບ 5 Style 2016 ນີ້ ສາວໆກໍ່ຄວນມີໄວ້ຈັກແບບ 2 ແບບເນາະ!!! White-heels       Lace-up-shoes       Silver-heels     Sling-back-heels     Sneakers     ເປັນຢ່າງໃດກັນແດ່ກັບເກີບ 5 ແບບ 5 Style ທີ່ເຮົາໄດ້ນຳມາຝາກໃນມື້ນີ້ ເປັນຢ່າງໄດທ່ານ ກໍ່ລອງເລືອກໄດ້ຕາມແບບ Style ຂອງທ່ານເອງເລີຍເດີ້!!!

Read More »

ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ?

  ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ ຜະລິດຕະພັນອ້ອມໜ່ວຍຕາ ໂດຍສະເພາະ Mascara, Eyeshadow, ສໍແຕ້ມຄິ້ວ ແລະ ຂອບຕາ ບໍ່ສາມາດໃຊ້ໄດ້ດົນໆເທົ່າກັບຊະນິດອື່ນໆເພາະໂອກາດໃນການປົນເປື້ອນຂອງເຊື້ອຈຸລິນຊີລະຫວ່າງການໃຊ້ງານມີສູງຫຼາຍ ອາດເຮັດໃຫ້ເກີດອັກເສບຂອງຈຸລັງໜ່ວຍຕາໄດ້ ຜູ້ຊ່ຽວຊານທາງເຄື່ອງສໍາອາງແນະນໍາໃຫ້ປ່ຽນຜະລິດຕະພັນເຫຼົ່ານີ້ຖີ້ມທຸກໆ 3 ເດືອນພາຍຫຼັງຈາກການເປີດໃຊ້ງານ ຜະລິດຕະພັນປະເພດສະໝຸນໄພ ຫຼື ຊະນິດທີ່ມີອົງປະກອບຈາກທໍາມະຊາດມັກຈະເກັບໄວ້ບໍ່ດົນຜູ້ໃຊ້ຄວນໝັ່ນສັງເກດກາານປ່ຽນແປງທີ່ຜິດປົກກະຕິເຊັ່ນ: ສີ, ກິ່ນ ແລະ ຄວາມໜຽວຂອງເນື້ອຄຣີມເພາະທັງສີ, ກິ່ນ ແລະ ຄວາມໜຽວທີ່ປ່ຽນໄປສະແດງເຖິງການສະລາຍຕົວຂອງຜະລິດຕະພັນອັນອາດມີສາເຫດຈາກການປົນເປື້ອນຂອງເຊື້ອຈຸລິນຊີໄດ້ ເນື່ອງຈາກສານສະກັດຈາກທໍາມະຊາດມັກຈະບໍ່ມີສານກັນບູດ ຖ້າຫາກພົບການປ່ຽນແປງແບບນັ້ນໃຫ້ຢຸດໃຊ້ ແລະ ຖີ້ມໄປທັນທີບໍ່ຕ້ອງເສຍດາຍ, ນອກຈາກນັ້ນການເກັບຜະລິດຕະພັນຕ້ອງມ້ຽນຕາມຄໍາແນະນໍາເທິງສະຫຼາກເຊັ່ນ: ຫຼີກເວັ້ນຄວາມຮ້ອນ ແລະ ແສງແດດ ຖ້າຫາກມ້ຽນບໍ່ໄດ້ຕາມຄໍາແນະນໍາອາຍຸຂອງຜະລິດຕະພັນຈະສັ້ນກວ່າວັນໝົດອາຍຸທີ່ກໍານົດໄວ້ເທິງປ້າຍສະຫຼາກນັ້ນເອງ.

Read More »