Breaking News

Daily Archives: 07/09/2016

ຜູ້​ຍິງຍິ້ມ​ງາມ ສະ​ແດງ​ເຖິງ​ຄວາມ​ອົບ​ອຸ່ນ ແລະ ມີ​ຄວາມ​ສຸກ

ພົງສະທອນ ວົງຖາວອນ (ວິ່ນລີ້) ນັກທຸລະກິດໜຸ່ມ ຈົບປະລິນຍາຕີ ທີ່ວິທະຍາໄລລັດຕະນະບໍລິຫານທຸລະກິດ (RBAC) ແລະ ປະລິນຍາຕີ ສາຂາພາສາອັງກິດທຸລະກິດ ຢູ່ HOAQIAO University ປະເທດຈີນ. ປະຈຸບັນ ກຳລັງຊ່ວຍວຽກທຸລະກິດຄອບຄົວ  ວິ່ນລີ້ ມີຄວາມສາມາດຫຼາກຫຼາຍ ເປັນທັງນາຍແບບທີ່ມີຊື່ສຽງໂດງດັງຫຼາຍເວທີໃນບ້ານເຮົາ ທີ່ສາວໆຫຼາຍຄົນອາດຈະຮູ້ຈັກ ແລະ ຈື່ໜ້າຄຸ້ນຕາໄດ້ດີ. ນອກຈາກນີ້, ຍັງເປັນນັກກິລາຕີດອກປີກໄກ່ ທີມຊາດລາວ ໄດ້ຮັບຫຼຽນຄຳ ໃນກິລາເຂດຫຼາຍສະໄໜ ແລະ ຫຼາຍເວທີ ເຊິ່ງໄດ້ຜ່ານການແຂ່ງຂັນ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຫວຽດນາມ, ໄທ ແລະ ຈີນ. ດ້ວຍຄວາມເປັນຄົນເກັ່ງໃນດ້ານກິລາດອກປີກໄກ່ ລັດຖະບານລາວ ຈຶ່ງໃຫ້ທຶນໄປສຶກສາຢູ່ທີ່ BWF (Badminton World Federation) ເພື່ອເປັນຄູສອນ (Trainers) ແລະ ເພື່ອມາພັດທະນາວົງການກິລາດອກປີກໄກ່ຢູ່ບ້ານເຮົາ. ດັ່ງນັ້ນ, …

Read More »

ຄັນຮົ່ມຍອດຮິດຈະຝົນ ຫລື ແດດກໍ່ບໍ່ຫວັ່ນໄຫວເມື່ອມີຄັ່ນຮົ່ມເກ໋ໄກ

ມື້ນີ້ຂວັນໃຈຈະມາແນະນຳເທນສ໌ຄັນຮົ່ມຍອດຮິດຈະຝົນ ຫລື ແດດກໍ່ບໍ່ຫວັ່ນໄຫວເມື່ອມີຄັ່ນຮົ່ມເກ໋ໄກຖ້າໃຜມີມາໄວ້ໃນຄອບຄອງຮັບຮອງວ່າບໍ່ຕົກຢຸກແນ່ນອນມາເບິ່ງກັນເລີຍ:                                                                                

Read More »

5 ວິທີ ທີ່ຈະເຮັດໃຫ້ຄູ່ຮັກຂອງທ່ານ ຮັກທ່ານຫຼາຍຂຶ້ນ

ການໃຫ້ອະໄພ ຈະສາມາດປະຄອງຄວາມຮັກ ໄປໄດ້ຕະຫຼອດຝັງ ແລ້ວຄວນຍົກໂທດໃຫ້ກັບຄົນທີ່ຮັກ ເພາະລາວເອງກໍເປັນພຽງຄົນທຳມະດາຄົນໜຶ່ງທີ່ເຮັດຜິດໄດ້ສະເໝີ ບໍ່ຄວນປະສົດຊີວິດ ການປະສົດຊີວິດດ້ວຍການລົມຄົນໃໝ່ເພື່ອເຮັດໃສ່ຄົນຮັກນັ້ນ ຈະເຮັດໃຫ້ລາວສາມາດເລືອກໄປຈາກເຮົາໄດ້ໄວທີ່ສຸດ ເພາະມັນໃຊ້ບໍ່ໄດ້ກັບຄວາມຮູ້ສຶກ ຂອງຄົນທີ່ຮັກທ່ານແທ້ ເອົາໃຈໃສ່ຕົວເອງຫຼາຍຂຶ້ນ ບໍ່ຄວນປ່ອຍຕົວ ຕ້ອງສ້າງຕົວເອງເຮັດໃຫ້ດູດີ ແລ້ວປ່ຽນມາເອົາໃຈໃສ່ໃນການແຕ່ງຕົວໃຫ້ງາມໆ ເພາະເຮົາບໍ່ແມ່ນຂອງຕາຍຂອງໃຜເນາະ! ປີ່ນໜ້າເຂົ້າຫາກັນ ສາເຫດຂອງການນອກໃຈ ອາດເກີດຂຶ້ນທັງສອງຝ່າຍ ເຊິ່ງທ່ານເອງກໍອາດຈະມີຂໍ້ບໍ່ດີໃນບາງສິ່ງ ຄວນປິ່ນໜ້າເຂົ້າຫາກັນ ແລ້ວລົມກັນດີໆ ເພື່ອປັບຄວາມຮູ້ສຶກກັບຄົນຮັກໃຫ້ຫຼາຍຂຶ້ນ ບໍ່ຄວນເອົາເລື່ອງນີ້ໄປເວົ້າວິຈານກັບຄົນອື່ນ ບັນຫານີ້ເປັນເລື່ອງຂອງຄົນສອງຄົນ ທີ່ຈະຕ້ອງແກ້ໄຂໄປນໍາກັນ ບໍ່ຄວນເອົາເລື່ອງທີ່ຜິດກັນໄປລົມໃຫ້ຄົນອື່ນຟັງ ເພາະຈະເຮັດໃຫ້ຄົນຮັກຂອງທ່ານເສຍໜ້າ ເບິ່ງໜ້າກັນບໍ່ໄດ້.

Read More »

ວິທີແຕ່ງໂຕ 2 ແບບ 2 Styles

ມື້ນີ້ຂວັນໃຈຈະມາແນະນຳວິທີແຕ່ງໂຕ 2 ແບບມາຝາກມາຕ້ອນສາວໆທຸກຄົນ ຫາກສາວໆທ່ານໃດທີ່ມີແຜນການກຽມໄປງານປາຕີ້ ແຕ່ຍັງຄິດບໍ່ອອກວ່າຈະແຕ່ງໂຕແບບໃດ ເຮົາເລີຍມີການແຕ່ງໂຕແບບ Sexy Dresses  ແລະ Cocktail Dresses ມາໃຫ້ສາວໆໄດ້ເລືອກກັນຕາມທີ່ມັກ ມາເບິ່ງກັນເລີຍ: ແບບທີໜຶ່ງ   ແບບທີສອງ    

Read More »

ດາລຸນນີ ພູມມະສັກ “ນັກທຸລະກິດທີ່ດີ ຕ້ອງມີເປົ້າໝາຍໃນຊີວິດ”

ນາງ ດາລຸນນີ ພູມມະສັກ ຫຼື ດາ ນັກທຸລະກິດຍິງ ຮູບຮ່າງໜ້າຕາສວຍງາມ ອາຍຸ 32 ປີ ຮຽນຈົບວິຊາຄູ ແຕ່ມາລົງມືເຮັດທຸ ລະກິດຫຼາຍດ້ານ ທັງຮ້ານອາຫານ, ຮ້ານກະແລມ, ສັງຫາລິມະຊັບ ປຸກເຮືອນໃຫ້ຊື້-ເຊົ່າ ຈົນກາຍເປັນນັກທຸລະກິດຍິງທີ່ປະສົບຜົນສຳເລັດຄົນໜຶ່ງ. ໃນສະໄໝເປັນນັກຮຽນ ຕົນເອງເລືອກເສັ້ນທາງ ຢາກເປັນນັກທຸລະກິດຍິງທີ່ປະສົບຜົນສຳເລັດ ເພາະມັກເລື່ອງນີ້ ບວກກັບຄອບຄົວກໍເຮັດການຄ້າຂາຍ ແລະ ມີທຸລະກິດຢູ່ແລ້ວ ຈຶ່ງຮຽນຮູ້ການບໍລິຫານມາຈາກເພິ່ນ ໂດຍສະເພາະຈາກພໍ່ ຍ້ອນພໍ່ເຄີຍມີປໍ້ານໍ້າມັນ ແລະ ສອນວຽກນີ້ມາໂດຍຕະຫຼອດ ເຮັດໃຫ້ຕົນເອງມັກຮັກການຄ້າຂາຍ-ບໍລິຫານທຸລະກິດ ເຮັດແລ້ວເຫັນກຳໄລດີ ຕໍ່ມາມີໂອກາດຍ້າຍເຂົ້າມາຢູ່ນະຄອນຫຼວງວຽງຈັນ ເລີຍຕັ້ງຮ້ານ ມິກ Mix ນີ້ຂຶ້ນ ເພາະເປັນຈຸດໃຈກາງເມືອງ, ມີສວນນໍ້າພຸ ແລະ ຫຼາຍຄົນຮູ້ຈັກດີ ຫຼັງຈາກນັ້ນ ກໍໄດ້ຕັ້ງຮ້ານ Sweetmoo ເປັນຮ້ານກະແລມ ຕິດກັບຮ້ານອາຫານ ມິກ ທີ່ເກີດຂຶ້ນຈາກການອອກໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ ເລີຍເຫັນວ່າ ລາວເຮົາຍັງບໍ່ມີຮ້ານປະເພດນີ້ …

Read More »